ກິດຈະກຳທາງດ້ານເສດຖະກິດ ຢູ່ໃນຈີນກຳລັງຕົກຕ່ຳ ແລະ
ລາຄານ້ຳມັນ ທີ່ພວມຫລຸດລົງ ກໍ່ໃຫ້ຮຸ້ນພາຍໃນຕະຫຼາດເອເຊຍ
ຕົກຕໍ່າຢ່າງໃຫຽ່ ໃນລະຫວ່າງການເປີດຊື້ຂາຍຮຸ້ນ ເມື່ອຕອນເຊົ້າ
ວັນຈັນມື້ນີ້.
ບັນດານັກລົງທຶນ ໄດ້ຖອນໂຕອອກຈາກຕະຫຼາດ ຫຼັງຈາກທີ່ມີ
ການສຳຫລວດສ່ວນຕົວ ທີ່ສະແດງໃຫ້ເຫັນວ່າ ກິດຈະກຳ
ການຜະລິດຂອງຈີນ ປະຈຳເດືອນ ກໍລະກົດ ຕົກຕ່ຳລົງເຖິງຂັ້ນ
ຕ່ຳທີ່ສຸດ ໃນຮອບສອງປີຜ່ານມາ. ບັນດານັກເສດຖະສາດ
ກ່າວວ່າ ອັນນັ້ນເຮັດໃຫ້ເຫັນວ່າ ຍັງຈະມີບັນຫາໜັກ ຕໍ່ໜ້າ
ຕື່ມອີກ ສຳຫລັບເສດຖະກິດ ທີ່ໃຫຍ່ທີ່ສຸດອັນດັບສອງຂອງ
ໂລກແຫ່ງນີ້.
ລາຄາຊື້ຂາຍນ້ຳມັນກໍຍັງຫລຸດລົງຕໍ່ໄປຢູ່ ໃນວັນຈັນມື້ນີ້ ໂດຍມາດຕະຖານ ລາຄານ້ຳມັນດິບ ຫລຸດລົງເຫຼືອ 46.85 ໂດລາ ໃນບໍລິສັດ West Texas Intermediate ໃນຂະນະດຽວກັນ ລາຄານ້ຳມັນດິບ ຂອງບໍລິສັດ Brent ແມ່ນຊື້ຂາຍກັນ ໃນລາຄາ 51.91 ໂດລາ. ສ່ວນລາຄາຂອງທອງແດງ ກໍຕົກຕ່ຳລົງ ໃນລະຫວ່າງການເປີດຕະຫຼາດ ໃນວັນຈັນມື້ນີ້ ເຊັ່ນກັນ.
ດັດຊະນີຕະຫລາດຮຸ້ນ ນະຄອນ Shanghai ຊຸດໂຊມລົງໂດຍລວມ ແມ່ນ 1.5 ເປີເຊັນ
ໃນຂະນະທີ່ ດັດຊະນີຕະຫລາດຮຸ້ນ Kopi ຂອງໂຊລ ກໍຕົກລົງເກືອບ 1 ເປີເຊັນ ແລະ
ດັດຊະນີ ຕະຫລາດຮຸ້ນ Hang Seng ຂອງຮົງກົງ ແມ່ນສູນເສຍຫຼາຍຮອດ 1 ເປີເຊັນ.
ການຕົກຕ່ຳລົງຂອງຮຸ້ນໃນເອເຊຍ ມີຂຶ້ນຫຼັງຈາກ ໄດ້ມີການສູນເສຍລາຄ່າ ຂອງຮຸ້ນໂດຍ
ທົ່ວໄປ ຂອງຕະຫລາດຮຸ້ນສ່ວນ ໃນສະຫະລັດ ເມື່ອອາທິດແລ້ວນີ້. ໃນວັນສຸກຜ່ານມາ
ບໍລິສັດ ExxonMobile ແລະ Chevron ເປັນສອງບໍລິສັດພະລັງງານ ທີ່ໃຫຍ່ທີ່ສຸດ ທີ່ໄດ້ຈຳໜ່າຍຮຸ້ນໃຫ້ແກ່ສາທາລະນະຊົນ ຊຶ່ງຮຸ້ນຂອງຕົນ ຕ່າງກໍຫລຸດລົງ 5 ເປີເຊັນ ຫຼັງຈາກທີ່
ໄດ້ປະກາດຜົນການສູນເສຍກຳໄລຢ່າງໃຫຍ່ຈາກປີກາຍນີ້.