ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາຮຸ້ນ ໃນຕະຫລາດເອເຊຍເກືອບວ່າ ສູງຂຶ້ນໝົດທຸກແຫ່ງ ຂະນະທີ່ຄໍາມີ ລາຄາສູງຢ່າງເປັນປະຫວັດການ


ແມ່ຍິງຜູ້ນຶ່ງໃສ່ໜ້າກາກປິດປາກຍ່າງກາຍກະດາດແບບເອເລັກໂທຣນິກຂອງທະນາຄານແຫ່ງນຶ່ງໃນນະຄອນຮົງກົງທີ່ສະແດງໃຫ້ເຫັນດັດຊະນີຮຸ້ນ ຂອງຮົງກົງ ໃນວັນພຸດ, ທີ 5 ສິງຫາ, 2020.
ແມ່ຍິງຜູ້ນຶ່ງໃສ່ໜ້າກາກປິດປາກຍ່າງກາຍກະດາດແບບເອເລັກໂທຣນິກຂອງທະນາຄານແຫ່ງນຶ່ງໃນນະຄອນຮົງກົງທີ່ສະແດງໃຫ້ເຫັນດັດຊະນີຮຸ້ນ ຂອງຮົງກົງ ໃນວັນພຸດ, ທີ 5 ສິງຫາ, 2020.

ຕະຫຼາດຮຸ້ນຕ່າງໆຂອງເອເຊຍສ່ວນໃຫຍ່ແລ້ວແມ່ນສູງຂຶ້ນກວ່າເກົ່າໃນວັນພຸດ ມື້ນີ້ ເຖິງແມ່ນວ່າຈະມີຄວາມເປັນຫ່ວງຂອງພວກນັກລົງທຶນກ່ຽວກັບສະພາບທີ່ຍັງ ບໍ່ຕົກລົງກັນໄດ້ ຢູ່ໃນວໍຊິງຕັນໃນເລື້ອງການຊ່ວຍເຫລືອສຸກເສີນຮອບ ໃໝ່ໃນ ການຮັບມືກັບການລະບາດຂອງພະຍາດໂຄວິດ-19 ກໍຕາມ.

ດັດຊະນີຮຸ້ນ ນິກເກອິ ໃນໂຕກຽວ ໄດ້ສິ້ນສຸດວາລະການຊື້ຂາຍໂດຍລາຄາຮຸ້ນຫລຸດລົງ 0.2 ເປີເຊັນ. ດັດຊະນີຮຸ້ນ S&P/ASX ໃນຊິດນີ ໄດ້ສູນເສຍ 0.5 ເປີເຊັນ. ດັດຊະນີຮຸ້ນ KOSPI ຂອງເກົາຫລີໃຕ້ ໄດ້ເພີ້ມຂຶ້ນ 1.2 ເປີເຊັນ ແລະ ດັດຊະນີຮຸ້ນ TSEC ຂອງໄຕ້ຫວັນ ໄດ້ເພີ້ມຂຶ້ນ 0.7 ເປີເຊັນ.

ການຊື້ຂາຍໃນຕອນບ່າຍຂອງມື້ນີ້ ທັງດັດຊະນີຮຸ້ນແຮງເຊັງຂອງຮົງກົງ ດັດຊະນີຮຸ້ນ Sensex ຂອງມອມໄບ ລ້ວນແຕ່ສູງຂຶ້ນ ໃນຂະນະທີ່ ດັດຊະນີຮຸ້ນ Composite ຂອງຊຽງໄຮ້ ສູງຂຶ້ນນຶ່ງຈຸດ ແຕ່ວ່າ ໂດຍລວມແລ້ວ ກໍບໍ່ມີຫຍັງ ປ່ຽນແປງເລີຍເມື່ອເວົ້າເຖິງສັດສ່ວນເປີເຊັນ.

ໃນການຊື້ຂາຍສິນຄ້າວັດຖຸດິບເຊັ່ນ ຄຳ ແມ່ນຂາຍຢູ່ໃນລາຄາສູງຢ່າງເປັນປະ ຫວັດການຢູ່ທີ່ 2,048 ໂດລາ ຕໍ່ອອນສ໌ ຊຶ່ງເພີ້ມຂຶ້ນໃນອັດຕາ 1.3 ເປີເຊັນ. ສ່ວນນໍ້າມັນດິບຂອງສະຫະລັດ ແມ່ນຊື້ຂາຍຢູ່ໃນລາຄາ 41 ໂດລາ 85 ເຊັນຕໍ່ຖັງ ຊຶ່ງເພີ້ມຂຶ້ນໃນອັດຕາ 0.3 ເປີເຊັນ ຂະນະທີ່ນ້ຳມັນດິບເບຣັ້ນແມ່ນຂາຍຢູ່ໃນລາຄາ 44 ໂດລາ 85 ເຊັນຕໍ່ຖັງ, ຊຶ່ງສູງຂຶ້ນ 0.4 ເປີເຊັນ

ຕະຫຼາດຮຸ້ນໃຫຍ່ ທັງ 3 ແຫ່ງຂອງສະຫະລັດ ແມ່ນຈະມີແນວໂນ້ມທີ່ຈະສູງຂຶ້ນ ໃນການຊື້ຂາຍໃນອະນາຄົດຂ້າງໜ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG