ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາປະເທດໃນ ເອເຊຍ ຢູ່ກອງປະຊຸມສຸດຍອດ ເສດຖະກິດ ປະຕິຍານ ທີ່ຈະຊ່ວຍເຫຼືອ ອັຟການິສຖານ


ຜູ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການການຮ່ວມມືດ້ານເສດຖະກິດຄັ້ງທີ 15 ຢືນຖ່າຍຮູບຮ່ວມກັນ ໃນນະຄອນຫຼວງ ອາສກາບັດ, ປະເທດ ເທີກເມນິສຖານ. 28 ພະຈິກ, 2021. (ແຫຼ່ງຂ່າວ: Turkmenistan Foreign Ministry website mfa.gov.tm)
ຜູ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການການຮ່ວມມືດ້ານເສດຖະກິດຄັ້ງທີ 15 ຢືນຖ່າຍຮູບຮ່ວມກັນ ໃນນະຄອນຫຼວງ ອາສກາບັດ, ປະເທດ ເທີກເມນິສຖານ. 28 ພະຈິກ, 2021. (ແຫຼ່ງຂ່າວ: Turkmenistan Foreign Ministry website mfa.gov.tm)

ອີງຕາມການລາຍງານຂອງອົງການຂ່າວ AP, ບັນດາຜູ້ນຳຂອງຫຼາຍປະເທດໃນ ເອເຊຍ ໄດ້ຮຽກ ຮ້ອງໃຫ້ຂະຫຍາຍສາຍພົວພັນດ້ານເສດຖະກິດຂອງເຂົາ ເຈົ້າ ແລະ ໄດ້ສັນຍານທີ່ຈະສະໜອງການຊ່ວຍເຫຼືອໃຫ້ ອັຟການິສຖານ ໃນລະຫວ່າງກອງປະຊຸມສຸດຍອດໃນປະເທດ ເທີກເມນິສຖານ ເມື່ອວັນອາທິດວານນີ້.

ບັນດາປະເທດທີ່ວ່ານັ້ນ, ເຊິ່ງແມ່ນສ່ວນນຶ່ງຂອງອົງການການຮ່ວມມືດ້ານເສດ ຖະກິດ ທີ່ມີ 10 ປະ ເທດທີ່ລວມມີ, ເທີກີ, ອີຣ່ານ, ປາກິສຖານ, ອັຟການິສຖານ ແລະ 6 ປະເທດອະດີດສະຫະພາບ ໂຊຫວຽດ, ໄດ້ຮຽກຮ້ອງໃຫ້ຍົກເລີກສິ່ງກີດຂວາງດ້ານການຄ້າ ແລະ ພັດທະນາເສັ້ນທາງການຂົນ ສົ່ງຂ້າມພາກພື້ນ ໃໝ່. ເຂົາເຈົ້າຍັງໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ສະຖານະການໃນ ອັຟກາ ນິສຖານ, ເຊິ່ງຖືກເຂົ້າຍຶດໂດຍກຸ່ມຕາລີບານ, ແລະ ໄດ້ສັນຍາທີ່ຊ່ວຍສ້າງຄວາມໝັ້ນຄົງໃຫ້ປະ ເທດດັ່ງກ່າວ.

ໃນການກ່າວຄຳປາໄສໃນກອງປະຊຸມສຸດຍອດນັ້ນ, ປະທານາທິບໍດີ ປາກິສຖານ ທ່ານ ອາຣິຟ
ອາລວີ (Arif Alvi) ໄດ້ຊີ້ໃສ່ໄພຂົ່ມຂູ່ທາງເສດຖະກິດຂອງ ອັຟການິສຖານ ແລະ ການລົ້ມລະລາຍດ້ານການເງິນ, ໂດຍເວົ້າວ່າ ໂລກແຫ່ງສາສະໜາ ອິສລາມ ຕ້ອງສ້າງຄວາມພະຍາຍາມຮ່ວມກັນ ເພື່ອຊ່ວຍຫຼີກລ່ຽງ “ຄວາມຫາຍະນະທີ່ອາດກໍ່ໃຫ້ເກີດຄວາມວຸ້ນວາຍ ແລະ ຄວາມຂັດແຍ້ງ.” ທ່ານໄດ້ກ່າວວ່າ ປະເທດຕ່າງໆໃນພາກພື້ນ ຄວນເຄື່ອນໄຫວຢ່າງວ່ອງໄວເພື່ອຊ່ວຍສ້າງສາເສດຖະກິດຂອງ ອັຟການິສຖານ ຄືນ, ຄໍ້າຈູນພາກສ່ວນການເບິ່ງແຍງສຸຂະພາບ ແລະ ລະບົບການສຶກສາຂອງປະເທດ ແລະ ສະໜອງການຊ່ວຍເຫຼືອດ້ານມະນຸດສະທຳ.

ທ່ານໄດ້ກ່າວຢໍ້າວ່າ ຄວາມໝັ້ນຄົງຂອງ ອັຟການິສຖານ ຈະອະນຸຍາດໃຫ້ມີການປະຕິບັດການໂຄງການພື້ນຖານໂຄງລ່າງທີ່ຢຸດສະງັກມາດົນນານ, ລວມມີທໍ່ສົ່ງແກັສທຳມະຊາດ, ທາງລົດໄຟ ແລະ ສາຍໄຟຟ້າທີ່ເຊື່ອມຕໍ່ປະເທດຕ່າງໆໃນພາກພື້ນ.

ປະທານາທິບໍດີ ເທີກເມນິສຖານ ທ່ານ ເກີບັງກູລີ ເບີດີມູຄາເມດອຟ (Gurbanguly Berdymukhamedov) ໄດ້ກ່າວຢໍ້າວ່າ ໂຄງການທີ່ວ່ານັ້ນ ຈະຊ່ວຍສະໜອງ “ໂອກາດການຮ່ວມ ມືຂະໜາດໃຫຍ່ ແລະ ຊ່ວຍດຶງດູດການລົງທຶນຂອງຕ່າງປະເທດ,” ຈະເປັນຜົນປະໂຫຍດຕໍ່ ອັຟການິສຖານ ແລະ ປະເທດເພື່ອນບ້ານຂອງເຂົາເຈົ້າເປັນຢ່າງຍິ່ງ.

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ, ໄດ້ກ່າວຢໍ້າເຖິງຄວາມສຳຄັນ ກ່ຽວກັບ ການສ້າງຄືນເສດຖະກິດຂອງ ອັຟການິສຖານ, ໂດຍເວົ້າວ່າການລົ້ມລະລາຍຂອງປະເທດດັ່ງກ່າວອາດກໍ່ໃຫ້ເກີດການຫຼັ່ງໄຫຼຂອງອົບພະຍົບຂະໜາດໃຫຍ່ ທີ່ຈະສົ່ງຜົນກະທົບຕໍ່ພາກພື້ນທັງໝົດ. ທ່ານໄດ້ກ່າວວ່າ ກຸ່ມມະນຸດສະທຳຂອງ ເທີກີ ແມ່ນໄດ້ຂະຫຍາຍຄວາມພະຍາຍາມຂອງເຂົາເຈົ້າທີ່ຈະນຳສົ່ງການຊ່ວຍເຫຼືອດ້ານມະນຸດສະທຳໄປໃຫ້ປະຊາຊົນ ອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG