ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບາງຄວາມຄິດເຫັນ ກ່ຽວກັບຄວາມກຽດຊັງ ຄົນເອເຊຍ ຢູ່ໃນສະຫະລັດ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຢືນ​ຢູ່​ໃກ້​ທຸງ​ຊາດ​ສະ​ຫະ​ລັດ ແລະ​ຄຳ​ຂວັນ ໃນ​ການ​ການ​ໂຮມ​ຊຸມ​ນຸມ​ຕໍ່​ຕານ ການ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ຄົນ​ເອ​ເຊຍ ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ວັນ​ທີ 27 ມີ​ນາ 2021.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຢືນ​ຢູ່​ໃກ້​ທຸງ​ຊາດ​ສະ​ຫະ​ລັດ ແລະ​ຄຳ​ຂວັນ ໃນ​ການ​ການ​ໂຮມ​ຊຸມ​ນຸມ​ຕໍ່​ຕານ ການ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ຄົນ​ເອ​ເຊຍ ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ວັນ​ທີ 27 ມີ​ນາ 2021.

ໃນຊ່ວງບໍ່ດົນມານີ້ ພວກເຮົາມັກຈະໄດ້ຍິນຂ່າວ ກ່ຽວກັບຄວາມກຽດຊັງຄົນເອເຊຍຢູ່ໃນສະຫະລັດ, ນັ້ນກໍເປັນເພາະວ່າ ສາເຫດມາຈາກ ການທີ່ພະຍາດໂຄວິດ-19 ເລີ້ມຕົ້ນລະບາດມາຈາກຈີນນັ້ນເອງ. ​ຢ່າງໃດກໍຕາມໄດ້ເຮັດໃຫ້ມີການຮຽກຮ້ອງໃຫ້ມີກົດໝາຍຄຸ້ມຄອງຄົນເອເຊຍ ຍ້ອນວ່າຄົນເອເຊຍຈໍານວນຫລາຍໄດ້ຖືກດູຖູກ, ລັດຕີ ຫລືແມ່ນແຕ່ໄດ້ຮັບບາດເຈັບ ຈົນເຖິງຂັ້ນເສຍຊີວິດ ກໍມີ, ຢ່າງໃດກໍຕາມ ຍັງມີຄວາມຄິດເຫັນສ່ວນໂຕຈາກຄົນອາເມຣິກັນເຊື້ອສາຍລາວຄົນນຶ່ງ ຜູ້ທີ່ອາໄສຢູ່ລັດອາລາບາມາ ໂດຍບໍ່ປະສົງອອກນາມກ່າວວ່າ: “ຄົນດີ ແລະຄົນບໍ່ດີ ມັນກໍມີປົນກັນ ຢູ່ໃນທຸກໆສັງຄົມ ທຸກໆປະເທດ, ປະເທດໃນຂົງ ເຂດເອເຊຍເອງກໍ່ຍັງມີການຜິດຖຽງກັນ, ຊັງກັນ, ຕີກັນ ແລະອື່ນໆ....ຖ້າຕ່າງຄົນຕ່າງຢູ່ ບໍ່ສົນໃຈຫລືໃສ່ໃຈ ມັນກໍບໍ່ເກີດບັນຫາຫຍັງ, ຜູ້ທີ່ເຂົາບໍ່ມັກເຮົາ ຈັງໃດເຂົາກໍບໍ່ມັກ ຕ່າງຄົນກໍຕ່າງຢູ່, ຄົນດີໆກໍມີຫຼາຍ, ຜູ້ທີ່ເອື້ອເຟື້ອເຜື່ອແຜ່ ແລະ ຊ່ວຍເຫລືອທຸກຄົນຍາມຜູ້ອື່ນລໍາບາກກໍມີ ບໍ່ວ່າຄົນເຫລົ່ານັ້ນຈະເປັນຄົນຊາດໃດ ຫລືປະເທດໃດ.” ດັ່ງທີ່ໄດ້ທ່ານເລົ່າສູ່ຟັງວ່າ:

ອີງຕາມລາຍງານ ຂອງເວັບໄຊ ພິວຣີເຊີດ, ຈາກການສໍາຫລວດພົນລະເມືອງຂອງສະຫະລັດປະຈໍາປີ 2019 ພົບວ່າ ສະເພາະພົນລະເມືອງເອເຊຍ-ອາເມ ຣິກັນ ທີ່ອາໄສຢູ່ໃນສະຫະລັດອາເມຣິກາມີຈໍານວນ 22.4 ລ້ານຄົນ, ເຊິ່ງເພີ້ມຂຶ້ນເກືອບສອງເທົ່າ ໃນສອງທົດສະວັດ ຫລືປະມານ 88 ເປີເຊັນເມື່ອທຽບໃສ່ປີ 2000.

XS
SM
MD
LG