ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມກຽດຊັງ ຄົນເອເຊຍ ບໍ່ພຽງແຕ່ ເກີດຂຶ້ນ ຢູ່ໃນສະຫະລັດ ເທົ່ານັ້ນ ແຕ່ມັນເກີດຂຶ້ນ ຢູ່ໃນປະເທດອື່ນໆນຳດ້ວຍ


ພວກປະທ້ວງພາກັນໂຮມຊຸມນຸມ ເດີນຂະບວນຕໍ່ຕ້ານອາຊາກຳຄວາມກຽດຊັງຕໍ່ຄົນເອເຊຍ ຜ່ານຕຶກສຳນັງງານລັດຖະບານກາງຂອງນະຄອນ ລອສ ແອນເຈີເລສ, ວັນເສົາ ທີ 7 ມີນາ, 2021.
ພວກປະທ້ວງພາກັນໂຮມຊຸມນຸມ ເດີນຂະບວນຕໍ່ຕ້ານອາຊາກຳຄວາມກຽດຊັງຕໍ່ຄົນເອເຊຍ ຜ່ານຕຶກສຳນັງງານລັດຖະບານກາງຂອງນະຄອນ ລອສ ແອນເຈີເລສ, ວັນເສົາ ທີ 7 ມີນາ, 2021.

ບັນຫາເລື້ອງຄວາມກຽດຊັງແລະການຈຳແນກຊົນຊາດອື່ນ ໄດ້ມີມາຍາວນານແລ້ວຢູ່ໃນປະສາດຂອງສະຫະລັດ ນັບຕັ້ງແຕ່ສະໄໝການເລີ້ມສ້າງຕັ້ງ ສະຫະລັດອາເມຣິກາ ໂດຍມີການນຳເອົາຂ້າທາດຊາວອາຟຣິກາ ເຂົ້າມາເຮັດວຽກໃນດ້ານກະສິກຳຈຳນວນຫຼວງຫຼາຍ ແລະໃນຊຸມປີ 1848 ຫາ 1855 ຊາວຈີນໄດ້ຍົກຍ້າຍຖິ່ນຖານຈຳນວນ 15,000 ຫາ 20,000 ຄົນ ໄປລັດຄາລີຟໍເນຍຂອງສະຫະລັດ ເພື່ອເຮັດວຽກໃນການຄົ້ນຫາຄຳແລະກໍ່ສ້າງທາງລົດໄຟຈາກພາກຕາເວັນຕົກໄປຫາພາກຕາເວັນອອກ. ມາເຖິງປັດຈຸບັນນີ້ ບັນຫາຄວາມກຽດຊັງແລະການຈຳແນກຊົນຊາດອື່ນ ກໍຍັງມີຢູ່ໃນພວກກຸ່ມຄົນຜິວຂາວທີ່ຖືວ່າຕົນເອງເປັນຊາດທີ່ດີເລີດກວ່າໝູ່ ຫຼືທີ່ເອີ້ນວ່າ white supremacist. ການກຽດຊັງຊາດອື່ນໄດ້ທະວີຄວາມຮຸນແຮງຂຶ້ນເມື່ອໂຣກລະບາດຂອງໄວຣັສໂຄໂຣນາ ໄດ້ເຂົ້າມາໃນສະຫະລັດ ຊຶ່ງຫຼາຍໆຄົນເຊື່ອວ່າ ມັນມາຈາກປະເທດຈີນ ສະນັ້ນບັນຫາເລື້ອງຄວາມກຽດຊັງຊາວຈີນ ຈຶ່ງໄດ້ກາຍເປັນບັນຫາຕໍ່ຊາວເອເຊຍ ແລະ ຊາດອື່ນໆນຳດ້ວຍ ດັ່ງທີ່ທ່ານ ວິນຍາ ສີສະໝຸດ ໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:

ຄວາມກຽດຊັງດັ່ງກ່າວບໍ່ພຽງແຕ່ເກີດຂຶ້ນຢູ່ໃນສະຫະລັດເທົ່ານັ້ນ ແຕ່ມັນຍັງໄດ້ຂະຫຍາຍອອກໄປໃນວົງກວ້າງຢູ່ໃນປະເທດເຂດອາຟຣິກາຕາເວັນຕົກນຳດ້ວຍ ດັ່ງທີ່ທ່ານວິນຍາ ສີສະໝຸດ ໄດ້ປະສົບກັບເລື້ອງນີ້ດ້ວຍຕົວທ່ານເອງເມື່ອທ່ານໄດ້ເດີນທາງໄປທ່ອງທ່ຽວຕ່າງປະເທດ ດັ່ງທີ່ທ່ານເລົ່າສູ່ວີໂອເອຟັງດັ່ງນີ້:

ທ່ານວິນຍາ ກ່າວອີກວ່າ ຖ້າຫາກບໍ່ມີການແກ້ໄຂໃນຂັ້ນສູງສຸດຂອງລັດຖະບານສະຫະລັດ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ຊາວເອເຊຍອາເມຣິກັນທັງຫຼາຍ ມີຄວາມສະເໝີພາບແລະມີສ່ວນຮ່ວມໃນລັດຖະບານຫຼາຍຂຶ້ນ ບັນຫານີ້ກໍຈະຍືດເຍື້ອຍາວນານໄປຫຼາຍຊົ່ວຄົນ.

XS
SM
MD
LG