ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານ​ແຂ່ງ​ຂັນ​ກິ​ລາ ເອ​ຊຽນ ເກມ​ ຈະ​ໄຂ​ຂຶ້ນ​ໃນ​ປະ​ເທດ ຈີນ ວັນ​ເສົາ​ນີ້


ອາ​ສາ​ສະ​ໝັກ​ຖື​ປ້າຍ​ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບ​ທີ​ນັກ​ກິ​ລາ​ຢູ່​ງານ​ແຂ່ງ​ຂັນ​ກິ​ລາ ເອ​ຊຽນ ເກມ ຄັ້ງ​ທີ 19 ໃນ​ເມືອງ ຫາງ​ໂຈ, ຈີນ, 21 ກັນ​ຍາ 2023.
ອາ​ສາ​ສະ​ໝັກ​ຖື​ປ້າຍ​ໃນ​ລະ​ຫວ່າງ​ພິ​ທີ​ຕ້ອນ​ຮັບ​ທີ​ນັກ​ກິ​ລາ​ຢູ່​ງານ​ແຂ່ງ​ຂັນ​ກິ​ລາ ເອ​ຊຽນ ເກມ ຄັ້ງ​ທີ 19 ໃນ​ເມືອງ ຫາງ​ໂຈ, ຈີນ, 21 ກັນ​ຍາ 2023.

ເອ​ຊ​ຽນ ເກມ ແມ່ນ​ງານ​ແຂ່​ງ​ຂັນ​ກິ​ລາ ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ. ສຳ​ລັບ​ຜູ້​ທີ່​ຫາ​ກໍ​ຮູ້​ຈັກ​ນັ້ນ, ມັນ​ປະ​ກອບ​ມີ​ຜູ້​ເຂົ້າ​ຮ່ວມຫຼາຍກວ່າ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ. ບັນ​ດາ​ຜູ້​ຈັດ​ງານ​ເວົ້າ​ວ່າ ຫຼາຍກວ່າ 12,000 ຄົນ​ຈະ​ເຂົ້າ​ຮ່ວມ​ເວ​ລາ​ທີ່​ພິ​ທີ​ເປີດ​ຖືກ​ຈັດ​ຂຶ້ນ​ຢູ່​ເມືອງ ຫາງ​ໂຈ ທາງ​ພາກ​ຕາ​ເວັນ​ອອກ​ຂອງຈີນ ໃນ​ວັນ​ເສົາ​ນີ້. ນັ້ນ​ແມ່ນຫຼາຍ ຜູ້​ທີ່​ຄາດ​ວ່າ ​ຈະ​ເຂົ້າ​ຮ່ວມ​ສຳ​ລັບ​ກິ​ລາ​ໂອ​ລິມ​ປິກ ປາ​ຣີ 10,500 ຄົນໃນ​ປີ​ໜ້າ.

ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ທີ່ຫຼວງຫຼາຍ​ນັ້ນ​ສ່ວນ​ນຶ່ງ​ແມ່ນ​ຍ້ອນ​ມີລາຍ​ການ​ແຂ່ງ​ຂັນ​ຫຼາຍ​ປະ​ເພດ​ດ້ວຍ​ຄວາມ​ພິ​ເສດຫຼາຍ​ຢ່າງ, ກິ​ລາ ແລະ ເກມ​ຕ່າງໆ​ທີ່​ທ່ານບໍ່​ສາ​ມາດ​ພົບ​ເຫັ​ນ​ໃນ​ກິ​ລາ​ໂອ​ລິມ​ປິກ. ແລະ ມັນ​ຍັງ​ມີ​ກິ​ລາ Cricket, ເຊິ່ງ​ປາ​ກົດ​ວ່າ ​ຈະ​ຮວມ​ເຂົ້າໃນ​ກິ​ລາ ໂອ​ລິມ​ປິກ ໄວ​ສຸດ​ແມ່ນ​ໃນ​ປີ 2028 ທີ່​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ, ແລະ ແນ່ນອນ​ສຳ​ລັບ​ປີ 2032 ໃນ​ນະ​ຄອນ ບ​ຣິ​ສ​ເບັນ, ປະ​ເທດອອ​ສ​ເຕ​ຣ​ເລຍ.

ແລະ​ມັນ​ຍັງ​ມີ​ກິ​ລ​າ squash, ເຊິ່ງ​ຖືກການ​ທົດ​ລອງຫຼາຍ​ຄັ້ງ ​ສຳ​ລັບ​ການ​ຮັບ​ຮູ້​ໂດຍ​ໂອ​ລິມ​ປິກ.

ງານ​ປະ​ຈຳ​ພາກ​ພື້ນ​ດັ່ງ​ກ່າວ​ຍັງ​ລວມ​ມີ​ການ​ແຂ່ງ​ຂັນ​ເຮືອ​ມັງ​ກອນ, ກະ​ຕໍ້, ເຊິ່ງ​ບາ​ງ​ຄັ້ງ​ຖືກ​ເອີ້ນ​ວ່າ “ເຕະບານ​ສົ່ງ ຫຼື kick volleyball”, ກິ​ລາ ວູ​ຊູ, ເຊິ່ງ​ແມ່ນ​ສິ​ລະ​ປະ​ປ້ອງ​ກັນ​ຕົວ​ຂອງ ຈີນ, ແລະ ກາ​ບາດ​ດີ, ເຊິ່ງ​ແມ່ນ​ກິ​ລາປະ​ທະ​ກັນ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນເຂດລຸ່ມ​ປະ​ເທດ ອິນ​ເດຍ. ມັນ​ຍັງ​ມີ​ກິ​ລາສິ​ລະ​ປະ​ປ້ອງ​ກັນ​ຕົວ ຈູ-ຈິດ​ຊູ ທີ່ບໍ່​ແມ່ນ​ກິ​ລາ​ໂອ​ລິມ​ປິກ, ແລະ ຄູ​ຣາ​ສ, ຄື​ກັບ​ມວຍ​ປ້ຳ ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນ​ເຂດ​ເອ​ເຊຍ​ກາງ.

ນອກ​ຈາກນີ້, ຍັງ​ມີ​ລາຍ​ຊື່​ກິ​ລາ​ທີ່​ບັນ​ດາ​ຜູ້​ຈັດ​ງານ​ເອີ້ນ​ວ່າ “ກິ​ລາ​ທີ່​ໃຊ້​ຄວາມ​ຄິດ” ນັບ​ຈາກ​ການຫຼິ້ນ​ໄພ້ Bridge, ​ໝາກ​ເສິກ, ຊຽງ​ຈີ (ເຊິ່ງ​ແມ່ນ​ກິ​ລາ​ໝາກ​ເສິກ​ຂອງ ຈີນ) ເຖິງ​ກິ​ລາ ອີ​ເລັກ​ໂທ​ຣ​ນິກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG