ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມື່ອງກວາງໂຈ ເປັນເຈົ້າພາບຈັດງານແຂ່ງຂັນ ກິລາເອເຊຍ


ພິທີເປີດງານແຂ່ງຂັນກິລາເອເຊຍ ຫລືເອຊ່ຽນເກມສ໌ ຄັ້ງທີ 16 ທີ່ເມືອງກວາງໂຈ, ປະເທດຈີນ, ເມື່ອວັນທີ 12 ພະຈິກ 2010.
ພິທີເປີດງານແຂ່ງຂັນກິລາເອເຊຍ ຫລືເອຊ່ຽນເກມສ໌ ຄັ້ງທີ 16 ທີ່ເມືອງກວາງໂຈ, ປະເທດຈີນ, ເມື່ອວັນທີ 12 ພະຈິກ 2010.

ພວກນັກກີລາປະມານສິບພັນຄົນ ຈາກ 45 ປະເທດແລະດິນແດນຕ່າງໆ ໃນຂົງເຂດເອເຊຍ ແລະພາກຕາເວັນອອກກາງ ກໍາລັງປະກອບສ່ວນ​ໃນ​ງານ​ແຂ່ງຂັນກິລາເອ​ເຊຍ ຫລື ເອຊ່ຽນ ເກມສ໌ ຄັ້ງທີ່ 16 ທີ່ເມືອງກວາງ​ໂຈ. ຕາມທີ່ນາງ Heda Bayron ຜູ້ສື່ຂ່າວວີໂອເອ ລາຍ ງານຈາກຮ່ອງກົງ ກໍ​ແມ່ນວ່າ ນີ້​ແມ່ນງານ​ແຂ່ງຂັນກິລານາໆຊາດຄັ້ງໃຫຍ່ທີ່ສຸດ ທີ່ຈີນໄດ້ ເປັນເຈົ້າພາບຈັດ​ຂຶ້ນ ຫລັງຈາກງານກິລາໂອລິມປິກ ປີ 2008 ນັ້ນ.

ກິລາ​ເອ​ເຊຍ ຫລື ເອຊຽນເກມສ໌ ໄດ້ຫວນກັບຄືນມາຍັງ
ປະເທດຈີນອີກ​ຄັ້ງ​ນຶ່ງ ຫລັງຈາກ 20 ປີ ຄືຄັ້ງນີ້ແມ່ນຈັດ ຂຶ້ນ ທີ່ເມືອງກວາງ​ໂຈ ທາງພາກໃຕ້ຂອງຈີນ.

ພິທີເປີດການແຂ່ງຂັນກີລາເອຊ່ຽນເກມສ໌ ໃນຕອນແລງ
ຂອງວັນສຸກທີ 12 ຜ່ານມານີ້ ​ຊຶ່ງ​ມີນາຍົກລັດຖະມົນຕີຈີນ
ເຫວິນ ເຈ້ຍບາວ ໃຫ້ກຽດເຂົ້າຮ່ວມນັ້ນ ​ໄດ້​ເລີ້ມ​ຂຶ້ນດ້ວຍ
ການຈູດບັ້ງ​ໄຟ​ດອກ ນ້ອຍໆຕິດຕາມ​ດ້ວຍດອກ​ໃຫຍ່​ໆ
ສູງ​ຂຶ້ນ​ໄປ​ເລື້ອຍໆ ຕາມ​ຄວາມ​ສູງ​ຂອງຫໍຄອຍຖ່າຍທອດ ທີວີກວາງ​ໂຈ ຊຶ່ງເປັນຫໍຄອຍທີ່ສູງທີ່ສຸດໃນເມືອງນີ້.

ເນື້ອ​ໃນ​ຂອງ​ການສະ​ແດງ​ໃນ​ພິທີ​ເປີດ ​ແມ່ນນໍ້າ ຊຶ່ງ​ປະກອບ​ນໍ້າພຸແລະ ນໍ້າຕົກທີ່ຍິ່ງໃຫຍ່
ອະລັງການ ​ໂດຍມີເດັກນ້ອຍຄົນນຶ່ງຢອງຢູ່ເທິງໃບໄມ້ ທີ່ກໍາລັງລ່ອງລອຍຢູ່ກາງອາກາດ
ແລະນໍ້າ ພ້ອມກັບເຮືອຈີນລໍານຶ່ງທີ່ ແລ່ນຢູ່​ໃນທ່າມກາງ ຄື້ນຟອງທີ່ລວງຕາ ​ໃນ​ຂະນະ​ທີ່
ລັງ ລັງ ນັກປີອາໂນຊາວຈີນທີ່ມີຊື່ສຽງ ບັນເລງປີອາໂນຢູ່ເທິງເວທີນໍ້າແຫ່ງນຶ່ງ. ຫລັງຈາກ
ນັ້ນ ພວກນັກກິລາທັງຫລາຍກໍພາກັນຍ່າງເຂົ້າໄປໃນສະໜາມກິລາ.

ໄດ້ມີການ​ເອົາ​ມາດຕາການຮັກສາຄວາມປອດໄພຢ່າງເຂັ້ມງວດແໜ້ນໜາ ຢູ່ໃນກວາງ​ໂຈ
ເມືອງຫລວງ ຂອງແຂວງກວາງຕຸ້ງ ທາງພາກໃຕ້ຂອງຈີນ ຢູ່ຕິດຊາຍແດນຮ່ອງກົງນັ້ນ.
ພວກເຈົ້າໜ້າທີ່ຕໍາຫລວດ​ກ່າວວ່າ ພວກເຂົາເຈົ້າ​ໄດ້​ກວາດ​ຕ້ອນພວກຫລົບໜີກົດໝາຍ
ໄດ້ປະມານ 600 ຄົນ ກ່ອນໜ້າການເປີດງານແຂ່ງຂັນ. ນອກ​ນັ້ນ ພວກເຈົ້າໜ້າທີ່ຍັງໄດ້
ຍົກຍ້າຍພວກຄົນໃນທ້ອງຖິ່ນ ທີ່ອາໃສຢູ່ໄກ້ໆສະຖານທີ່ຈັດ​ງານ​ນັ້ນ ອອກ​ໄປ​ຢູ່​ບ່ອນ​ອື່ນ​ ຊົ່ວຄາ​ວ.

ທ່ານ Liu Peng ປະທານຄະນະກໍາມະການ ຈັດງານກິລາເອຊ່ຽນເກມສ໌ແຫ່ງເມືອງກວາງໂຈ ກ່າວເປີດງານ. (AP Photo/Wong Maye-E)
ທ່ານ Liu Peng ປະທານຄະນະກໍາມະການ ຈັດງານກິລາເອຊ່ຽນເກມສ໌ແຫ່ງເມືອງກວາງໂຈ ກ່າວເປີດງານ. (AP Photo/Wong Maye-E)

ອໍານາດ​ປົກຄອງເມືອງກວາງ​ໂຈ
ໄດ້ໃຊ້ຈ່າຍເງິນສອງພັນລ້ານໂດ
ລາ ສ້າງສະໜາມກີລາ ແລະສະ
ຖານທີ່ອໍານວຍຄວາມສະດວກ
ຕ່າງໆ ສໍາລັບງານແຂ່ງຂັນກິລາ
ຄັ້ງນີ້ ໃນອັນທີ່ກ່າວກັນວ່າເປັນ
ການ​ເປີດ​ໂຕເມືອງສູນກາງການ
ຜະລິດແລະສົ່ງອອກຂອງຈີນນັ້ນ.

ມີຫລຽນລາງວັນເກືອບ 4,000
ຫລຽນສໍາລັບມອບໃຫ້ນັກກີລາ
ໃນປີນີ້ ໃນລາຍການແຂ່ງຂັນ
ກິລາປະ​ເພດ​ຕ່າງໆ ນັບຕັ້ງແຕ່
ປະເພດທີ່ມີຄົນນິຍົມຫລາຍເຊັ່ນ
ບານເຕະ ກິລາ cricket ໄປຈົນ
ເຖິງກິລາ​ພື້ນ​ເມືອງ​ປະ​ຈໍາ​ຂົງ​ເຂດ
ເອເຊຍຕາເວັນອອກສຽງ​ໃຕ້ ​
ເຊ່ນເຕະຕະກໍ້ ແລະກິລາແຂ່ງ
ເຮືອມັງກອນ ຊຶ່ງເປັນເທື່ອທໍາອິດທີ່ຖືກຈັດ​ເຂົ້າໃນການແຂ່ງຂັນ​ລະດັບ​ນາໆ​ຊາດ​ດັ່ງກ່າວນີ້.

ຈີນ​ເປັນ​ປະ​ເທດ​ທີ່ໄດ້ຊະນະຫລຽນລາງວັນຫລາຍກວ່າໝູ່ ໃນງານແຂ່ງຂັນກິລາ​ເອ​ເຊຍ
ຫລືເອຊຽນເກມສ໌ ເຈັດຄັ້ງຜ່ານມາລ່າສຸດນັ້ນ ຊຶ່ງການ​ແຂ່ງຂັນທີ່​ວ່ານີ້ ແມ່ນ​ຈັດຂຶ້ນທຸກໆ
ສີ່ປີ. ສ່ວນເກົາຫລີໃຕ້ກໍກ່າວວ່າ ຕົນມີເປົ້າໝາຍຈະຍາດ​ຫລຽນ​ມາ​ໃຫ້ໄດ້​ຫລາຍອັນດັບ
ສອງຊໍ້າອີກ ຄື​ກັນກັບທີ່ໄດ້ຮັບເມື່ອສີ່ປີຜ່ານມາໃນ​ການ​ແຂ່ງຂັນ ​ທີ່ໂດຮານັ້ນ.

ສ່ວນຍີ່ປຸ່ນແມ່ນໄດ້ຈັດສົ່ງຄະນະນັກກີລາ ຈໍານວນ​ຫລາຍທີ່ສຸດ​ເທົ່າ​ທີ່​ເຄີຍ​ສົ່ງ​ໄປ. ແຕ່
ຢ່າງໃດກໍຕາມ ການຂັດແຍ້ງຜິດ​ຖຽງ​ກັນ​ເລື້ອງດິນ​ແດນລະຫວ່າງຈີນກັບຍີ່ປຸ່ນ ​ໄດ້ຂົ່ມຂູ່
ທີ່​ຈະ​ແຜ່​ລາມ​ອອກ​ໄປຍັງສະໜາມແຂ່ງຂັນ. ເພື່ອຫລີກລ່ຽງບໍ່​ໃຫ້ເກີດເຫດປະທະກັນນັ້ນ
ພວກຈັດງານໄດ້ ແຍກພວກແຟນກິລາບານ​ເຕະຊາວຈີນ ແລະຊາວຍີ່ປຸ່ນອອກຈາກກັນ
ໃນ​ການ​ແຂ່ງຂັນບານເຕະຮອບ​ກ່ອນເປີດປະຖົມມະເລີກ.

ການ​ແຂ່ງຂັນກິລາເອ​ເຊຍ ຫລືເອຊ່ຽນເກມສ໌ ທີ່ເມືອງກວາງ​ໂຈ ຈະສິ້ນສຸດລົງວັນທີ່ 27 ເດືອນພະຈິກນີ້.

XS
SM
MD
LG