ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍີ່ປຸ່ນໃຫ້ຄໍາໝັ້ນສັນຍາ ທີ່ຈະຊ່ອຍເຫລືອ ພວກບໍລິສັດຍີ່ປຸ່ນ ໃນໄທ


ຊາຍຄົນນຶ່ງກໍາລັງສະນໍ້າອອກຈາກເຮືອນລາວໃນຄຸ້ມພຣະນະຄອນໃນບາງກອກ.
ວັນທີ 24 ຕຸລາ 2011.
ຊາຍຄົນນຶ່ງກໍາລັງສະນໍ້າອອກຈາກເຮືອນລາວໃນຄຸ້ມພຣະນະຄອນໃນບາງກອກ. ວັນທີ 24 ຕຸລາ 2011.


















ຍີ່ປຸ່ນ​ໃຫ້​ຄໍາ​ໝັ້ນ​ສັນຍາ​ ທີ່​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ສຸກ​ເສີນ​ແກ່​ພວກ​ບໍ​ລີ​ສັດ​ຍີ່ປຸ່ນ ​ທີ່​ໂຮງງານ​
ແລະພວກ​ສາ​ຂາ​ບໍລິສັດ​ຂອງ​ເຂົາ​ເຈົ້າ​ໃນ​ໄທ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫລື​ຖືກ​ທໍາລາຍ​ຍ້ອນ​ໄພ​
ນໍ້າ​ຖ້ວມ​ນັ້ນ.

ນໍ້າ​ຖ້ວມ​ໄດ້​ທໍາລາຍ​ສາຍ​ສົ່ງ​ສະບຽງ​ວັດຖຸ​ ​ແລະ​ເຮັດ​ໃຫ້ການ​ຜະລິດ ຊ້າ​ລົງ​ໃນ​ບາງ​ບໍລິສັດ​
ໃຫຍ່​ທີ່​ສຸດ​ຂອງ​ຍີ່ປຸ່ນ ຊຶ່ງ​ພວກ​ບໍລິສັດ​ເຫລົ່າ​ນີ້​ຫາ​ກໍ​ຟື້ນ​ໂຕ​ຄືນ​ໄດ້​ຈາກ​ໄພ​ແຜ່ນດິນ​ໄຫວ
ແລະ​ຄື້ນຟອງ​ສຸ​ນາ​ມິ​ໃນ​ວັນ​ທີ 11ມີນາ​ຜ່ານມານີ້. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວໃນ​ວັນ​ອັງ​ຄາ​ນ
ມື້​ນີ້​ວ່າ ການ​ຊ່ອຍ​ເຫລືອ​ດັ່ງກ່າວ​ຈະມີ​ຮວມທັງ​ການຂະຫຍາຍການຮັບປະກັນ​ເງິນ​ກູ້​ຢືມ
ແລະ​ໂຄງການ​ຮັບປະກັນດ້ານ​ການຄ້າ​ຕ່າງໆ. ທະນາຄານ​ຍີ່ປຸ່ນ​ກໍ​ອາດ​ຈະ​ຮັບປະກັນ​ເງິນ
ກູ້​ຢືມ​ຂອງ​ລັດຖະບານ​ໄທ​ ບາງ​ສ່ວນ​ເຊ່ນ​ກັນ.

ພວກ​ບໍລິສັດ​ໃຫຍ່ໆ​ຂອງ​ຍີ່ປຸ່ນ ທີ່​ຮວມທັງ​ບໍລິສັດ​ຜະລິດ​ລົດ​ໂຕ​ໂຢຕາ ລົດ​ຮອນ​ດາ​ແລະ
ບໍລິສັດ Sony ​ມີ​ໂຮງງານ​ຜະລິດ​ທີ່​ສໍາຄັນ​ໃນ​ໄທ ຊຶ່ງ​ບາງ​ສ່ວນ​ຢູ່​ໃນ​ເຂດ​ອຸດສາຫະກໍາ​
ຫລາຍ​ແຫ່ງ​ທາງ​ພາກ​ເໜືອ​ຂອງ​ບາງກອກ​ ທີ່​ໄດ້​ຖືກ​ນໍ້າ​ຖ້ວມ ​ຈາກ​ອຸທົກກະໄພຄັ້ງ​ຮ້າຍ​
ແຮງ​ທີ່​ສຸດ​ໃນ​ຮອບ50 ປີຜ່ານມາ.

ບໍລິສັດໂຕ​ໂຢຕາ​ປະກາດ​ໃຫ້​ຮູ້​ໃນ​ສັບປະດາ​ນີ້​ວ່າ ຕົນ​ກໍາລັງ​ຕັດ​ການ​ຜະລິດ​ລົດຂອງ
ຕົນ​ລົງ​ໃນ​ຍີ່​ປຸ່ນ ຍ້ອນ​ການຢຸດສະງັກ​ໃນ​ການ​ສົ່ງ​ຊິ້ນສ່ວນໄປຈາກ​ໄທ ຂະນະ​ທີ່ບໍລິສັດ
ຜະລິດ​ລົດຮອນ​ດາກ່າວ​ວ່າ ​ໂຮງງານ​ປະກອບ​ລົດ​ຂອງ​ຕົນ​ໃນ​ໄທ​ກໍາລັງ​ຖືກ​ນໍ້າ​ຖ້ວມ.

XS
SM
MD
LG