ຕະຫຼາດຫຼັກຊັບ ເອເຊຍ ໄດ້ຕົກລົງຢ່າງໃຫຍ່ໃນວັນຈັນມື້ນີ້, ແລະ ຕະຫຼາດຂອງ ຢູໂຣບ ກໍໄດ້ຕິດຕາມເສັ້ນທາງດຽວກັນໃນການຄ້າຂາຍ ຕອນເຊົ້າ, ເຊິ່ງຫຼຸດລົງຕໍ່ໄປໃນທົ່ວໂລກທີ່ໄດ້ເຮັດໃຫ້ຕະຫຼາດຫຼັກຊັບ ສະຫະລັດ ຕົກລົງ 3 ເປີເຊັນໃນວັນສຸກຜ່ານມາ.
ຕະຫຼາດຫຼັກຊັບ ຊຽງໄຮ ຂອງ ຈີນ ໄດ້ມ້ວນທ້າຍມື້ລົງ ດ້ວຍການຫຼຸດເກືອບ 8.5 ເປີເຊັນ ໃນຂະນະທີ່ບັນດານັກລົງທຶນໄດ້ຕິດຕາມເບິ່ງວ່າ ປັກກິ່ງ ຈະມີປະຕິກິລິຍາແນວໃດ.
ການຕົກລົງຂອງບັນດາຕະຫຼາດຫຼັກຊັບທົ່ວໂລກໃນບໍ່ເທົ່າໃດມື້ທີ່ຜ່ານມາແມ່ນມີຄວາມສຳຄັນ ສ່ວນໃຫຍ່ຕໍ່ຄວາມຢ້ານກົວກ່ຽວກັບເສດຖະກິດຂອງ ຈີນ ທີ່ຝືດເຄືອງຊັກຊ້າຫຼາຍກວ່າທີ່ໄດ້ຄາດເອົາໄວ້.
ຕະຫຼາດຫຼັກຊັບ Nikkei ຂອງ ຍີ່ປຸ່ນ ໄດ້ສູນເສຍ 4.6 ເປີເຊັນໃນວັນຈັນມື້ນີ້ໃນເວລາປິດຕະຫຼາດທີ່ຕ່ຳທີ່ສຸດໃນຮອບ 6 ເດືອນ. ຕະຫຼາດຫຼັກຊັບ Hang Seng ຂອງ ຮົງກົງ ຕົກລົງ 4.9 ເປີເຊັນ. ແລະ ຕະຫຼາດຫຼັກຊັບອື່ນໆໃນພາກພື້ນປາຊີຟິກ ກໍຍັງຫຼຸດລົງຢ່າງໃຫຍ່ເຊັ່ນ ກັນ.
ໃນຂະດຽວກັນ, ບັນດາຕະຫຼາດຮຸ້ນໃນນະຄອນຫຼວງ ລອນດອນ, ປາຣິ ແລະ Frankfert ທັງໝົດໄດ້ເປີດຂຶ້ນດ້ວຍຢ່າງໜ້ອຍ 2.5 ເປີເຊັນຕ່ຳກວ່າເກົ່າ.
ລາຄານ້ຳມັນກໍຍັງຫຼຸດລົງຕື່ມອີກໃນວັນຈັນມື້ນີ້ ລຸນຫຼັງການຫຼຸດລົງຕ່ຳກວ່າ 40 ໂດລາ ຕໍ່ຖັງ ເປັນຄັ້ງທຳອິດໃນຮອບຫຼາຍປີເມື່ອບໍ່ດົນຜ່ານມາ.
Asian stock markets closed down sharply Monday, and Europe markets followed the course in morning trading, continuing a global slide that saw U.S. markets drop 3 percent Friday.
China's Shanghai exchange ended the day down nearly 8.5 percent as investors watched to see what action Beijing might take.
The fall in markets across the globe in recent days is keyed mainly by a fear about a Chinese economy that is slowing more than had been expected.
Japan's Nikkei lost 4.6 percent Monday for its lowest close in six months.Hong Kong's Hang Seng fell 4.9 percent.Other markets in the Pacific region were also down sharply.
Meanwhile, markets in London, Paris and Frankfurt all opened at least 2.5 percent lower.
Oil prices also fell further Monday after recently dropping below $40 per barrel for the first time in several years.