ເນື່ອງຈາກມີອັດຕາຂະຫຍາຍໂຕທາງດ້ານເສດຖະກິດເກືອບຮອດເຈັດເປີເຊັນ ລາວເປັນດາຣາດວງນຶ່ງຢູ່ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ໂດຍໄດ້ຮັບການເອື້ອຍອໍານວຍຈາກການລົງທຶນ ແລະການພົວພັນດ້ານທຸລະກິດກັບຈີນ ຊຶ່ງເປັນຜູ້ລົງທຶນໃຫຍ່ສຸດໃນປະເທດ.
ໃນການປະເມີນໃໝ່ ລັດຖະບານລາວ ແລະທະນາຄານພັດທະນາເອເຊຍ ຫລື ADB ຄາດວ່າຄວາມຈະເລີນທາງດ້ານເສດຖະກິດຈະດຳເນີນສືບຕໍ່ໄປຢູ່.
ADB ກ່າວວ່າຜົນຜະລິດແຫ່ງຊາດ ຫລື GDP ຈະເພີ້ມຂຶ້ນເຖິງ 6.9 ເປີເຊັນໃນປີ
2017 ແລະເຈັດເປີເຊັນໃນປີ 2018 ເຖິງແມ່ນວ່າ ຈະມີບັນຫາທາງດ້ານງົບປະມານ ແລະຄວາມຕ້ອງການແຮ່ທາດຂອງໂລກຫລຸດລົງໃນຊຸມປີທີ່ຜ່ານມາ.
ທ່ານຣັດຕະນະໄຕ ຫລວງລາດບັນດິດ ຜູ້ຊ່ຽວຊານດ້ານການບໍລິຫານຂອງລັດ ປະຈໍາ
ADB ຢູ່ນະຄອນຫລວງວຽງຈັນກ່າວວ່າ “ປັດໃຈສໍາຄັນທີ່ເຮັດໃຫ້ເສດຖະກິດລາວເຕີບ
ໂຕສ່ວນໃຫຍ່ແມ່ນມາຈາກຂະແໜງຊັບພະຍາກອນທໍາມະຊາດ, ເຊັ່ນ ເຂື່ອນໄຟຟ້າ
ນໍ້າຕົກ, ແລະບໍ່ແຮ່ ໂດຍສະເພາະກໍແມ່ນ ທອງແດງ ເງິນ ແລະຄຳ.”
ຄວາມກະຕືລືລົ້ນຂອງລາວຢາກເປັນ “ໝໍ້ໄຟຂອງພາກພື້ນເອເຊຍຕາເວັນອອກສຽງ
ໃຕ້” ໄດ້ເຮັດໃຫ້ມີການພັດທະນາເຂື່ອນໄຟຟ້ານໍ້າຕົກຫລາຍແຫ່ງ ຊຶ່ງປັດຈຸບັນນີ້ມີ
10 ແຫ່ງທີ່ກຳ ລັງປະຕິບັດງານຢູ່. ອີກສາມແຫ່ງກໍາລັງໄດ້ສະເໜີໃຫ້ສ້າງຢູ່ລຳແມ່ນໍ້າ
ຂອງທີ່ກຳລັງເດີນໜ້າຕໍ່ໄປ ເຖິງແມ່ນວ່າຈະມີການຕໍາໜິວິຈານຈາກບັນດານັກອະນຸ
ລັກທໍາມະຊາດ ເນື່ອງຈາກວ່າມັນຈະມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນການຮັກສາບ່ອນຢູ່ຂອງປາ.
ໃນຂະນະດຽວກັນ ກົມພັດທະນາດ້ານການທ່ອງທ່ຽວກ່າວວ່າ ການທ່ອງທ່ຽວໄດ້ປະ
ກອບສ່ວນເຂົ້າໃນງົບປະມານແຫ່ງຊາດ724 ລ້ານໂດລາໃນປີ 2016. ບັນດານັກ
ທ່ອງທ່ຽວທີ່ເຂົ້າມາລາວ ມີ 4 ລ່້ານ 230 ພັນຄົນ ຊຶ່ງຫລຸດລົງຈາກ 4 ລ້ານ 680 ພັນ
ຄົນທີ່ເຂົ້າມາໃນປີກ່ອນນັ້ນ ແຕ່ວ່າລາວກໍໃຊ້ເງິນ 61 ລ້ານໂດລາ ເພື່ອຂະຫຍາຍສະ
ໜາມບິນສາກົນວັດໄຕ.
ທ່ານຣັດຕະນະໄຕ ກ່າວວ່າ ອຸດສາຫະກຳທ່ອງທ່ຽວ ເປັນກະແຈທີ່ຮອງຮັບເອົາກໍາ
ລັງແຮງງານ ທີ່ມີຈໍານວນນັບມື້ນັບເພີ້ມຂຶ້ນ. ທ່ານຣັດຕະນະໄຕກ່າວຕໍ່ວີໂອເອວ່າ “ການຂະຫຍາຍໂຕຂອງຂະແໜງບໍລິການກຳລັງເປັນໄປຢູ່ໃນປັດຈຸບັນ. ມັນຈະ
ເລີ້ມຮັບເອົາແຮງງານໃຫ້ມີວຽກເຮັດງານທໍາກັນໝົດ ແຕ່ມັນເກີດເປັນໄປຢ່າງຊ້າໆຢູ່
ໃນພາກສ່ວນໂຮງແຮມ, ຮ້ານອາຫານ ແລະຮ້ານຄ້າຂາຍຫຍ່ອຍ ແລະຈາກນັ້ນກໍ
ແມ່ນຜູ້ໃຫ້ການບໍລິການທາງ ເທັກໂນໂລຈີ ດ້ານຂໍ້ມູນ ຫລື IT.
ອີງຕາມລາຍງານຂ່າວຊິນຫົວ ຈີນເປັນປະເທດທີ່ລົງທຶນໃຫຍ່ທີ່ສຸດຢູ່ໃນລາວ ຊຶ່ງມີ
ມູນຄ່າຫລາຍກວ່າ6 ຕື້ 7 ຮ້ອຍລ້ານໂດລາ ໃນ 760 ໂຄງການ. ຮອງຈາກຈີນມາ
ພາຄີດ້ານການຄ້າ ແລະການລົງທຶນທີ່ສໍາຄັນອື່ນ ກໍຄື ໄທ ຫວຽດດນາມ ແລະມາເລ
ເຊຍ.
ທ່ານ Martin Stuart-Fox ສາດສະດາຈານກຽດຕິຄຸນດ້ານປະວັດສາດຢູ່ມະຫາວິ
ທະຍາໄລ Queensland ກ່າວວ່າ ລາວຕ້ອງໄດ້ພິຈາລະນາຊັ່ງຊາຜົນປະໂຫຍດ
ຂອງຈີນ ແລະຫວຽດນາມ ໃຫ້ດີ.
ສາດສະດາຈານ Fox ກ່າວຕໍ່ວີໂອເອວ່າ “ບັນຫາຂອງລາວກໍຄືການຊັ່ງຊາເງິນລົງທຶນຈີນກັບຫວຽດນາມ ຊຶ່ງເປັນອິດທິພົນທີ່ເຄີຍມີມາຂອງຫວຽດນາມ ໂດຍສະເພາະແມ່ນອິດທິພົນຂອງຫວຽດນາມຜ່ານທາງທະຫານ. ແລະກໍມີເງິນຈີນ
ເຂົ້າມາ ແລະເຂດເສດຖະກິດພິເສດຈຳນວນນຶ່ງທີ່ສ້າງຕັ້ງຂຶ້ນທັງໝົດແບບ ດໍາເນີນ
ງານໂດຍ ບໍລິສັດຈີນ ເພື່ອເຮັດກາຊີໂນ, ທໍາກນຟອກເງິນ, ແລະຄ້າປະເວນີ ແລະ
ການພະນັນ.”
ຈີນຍັງໄດ້ບໍລິຈາກ 70 ເປີເຊັນຂອງມູນຄ່າທັງໝົດ 5 ຕື້ 800 ລ້ານໂດລາ ເພື່ອສ້າງ
ລາງລົດໄຟຈີນ-ລາວນັ້ນ. ໄລຍະທາງ 410 ກິໂລແມັດຂອງລາງລົດໄຟດັ່ງກ່າວ ແມ່ນ
ເປັນພາກສ່ວນທີ່ການເຊື່ອມຕໍ່ທາງລົດໄຟຈາກນະຄອນຂຸນໝິງຂອງຈີນ ໄປຫາສິງກະ
ໂປ. ທ່ານອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ
ລາວ ກ່າວຕໍ່ສື່ມວນ ຊົນລາວວ່າ ການເຊື່ອມຕໍ່ທາງລົດໄຟດັ່ງກ່າວ ເຫັນວ່າເປັນ “ເປັນ
ສິ່ງສຳຄັນໃນການຊຸກຍູ້ການພັດທະນາທີ່ສ້າງວຽກເຮັດງານທໍາ ແລະລາຍໄດ້ໃຫ້ແກ່
ປະຊາຊົນໃນທ້ອງຖິ່ນ.”
ທ່ານນາງ Holly High ສະມາຊິກຄົ້ນຄວ້າອາວຸໂສຈາກມະຫາວິທະຍາໄລ Sydney ພະແນກມະນຸດສາດ ກ່າວວ່າ ຄວາມອຸດົມຮັ່ງມີ ທີ່ມີທ່າທີທີ່ແນ່ນອນ ແມ່ນພື້ນຖານອັນ
ສໍາຫລັກຂອງເວທີປະຕິບັດວານຂອງພັກປະຊາຊົນປະຕິວັດລາວ.
ທ່ານນາງ High ກ່າວຕໍ່ວີໂອເອວ່າ “ເພາະສະນັ້ນຖ້າຫາກເຂົາເຈົ້າເຮັດໃຫ້ເສດຖະກິດ
ເຕີບໂຕຢ່າງຫລວງຫລາຍນັ້ນ ແນ່ນອນເປັນບາດກ້າວໄປຂ້າງໜ້າອັນນຶ່ງ ທີ່ຈະນຳໄປ
ສູ່ການບັນລຸຄຳໝັ້ນສັນຍາ ແຕ່ມັນຈະບໍ່ເປັນທີ່ພຽງພໍ ຖ້າຫາກວ່າ ມັນບໍ່ໄດ້ນຳໄປສູ່
ການປະຕິບັດສັນຍານັ້ນ ໃນວິທີທາງທີ່ເຫັນວ່າມີຄວາມສະເໝີພາບກັນ.”
ບັນດານັກວິເຄາະກ່າວວ່າ ລາວປະເຊີນກັບອັດຕາຕໍ່ການສໍ້ລາດບັງຫລວງລູງ. ໃນປີ
2016 ຜ່ານມານີ້ ອົງການວ່າດ້ວຍຄວາມຟປ່ງໃສສາກົນ ຫລື Transparency
International ທີ່ຕັ້ງຢູ່ນະຄອນ Berlin ໄດ້ຈັດໃຫ້ລາວອັນດັບທີ 123 ຂອງຈຳນວນ
176 ປະເທດທີ່ຢູ່ໃນລາຍການດັດຊະນີສໍ້ລາດບັງຫລວງຂອງອົງການດັ່ງກ່າວ. ທ່ານ
Stuart Fox ກ່າວວ່າການສໍ້ລາດບັງຫລວງ ແລະເສດຖະກິດມືດ ທີ່ບໍ່ປະຕິບັດຕາມ
ລະບຽບການຂອງລັດຖະບານຍັງເປັນບັນຫາທີ່ສຳຄັນຢູ່.
ທ່ານ Stuart-Fox ກ່່າວເພີ້ມອີກວ່າ “ມັນເປັນການສໍ້ລາດບັງຫລວງຢ່າງໃຫຍ່. ສໍ້ລາດ
ບັງຫລວງຢ່າງໃຫຍ່ແນ່ນອນເລີຍ. ຖ້າຫາກທ່ານຢູ່ຕໍາແໜ່ງສູງສຸດຂອງພັກ ທ່ານຈະໄດ້
ຮັບເງິນຢ່າງຫລວງຫລາຍ ແລະມີເງິນຈາກຈີນເຂົ້າມາຢ່າງຫລວງຫລາຍ, ແນ່ນອນ
ແລະມີຄົນຢູ່ໃນ ຕໍາແໜ່ງສູງຂອງຄະນະກຳມະການກົມການເມືອງສູນກາງພັກ ທີ່ຮັ່ງ
ມີຫລາຍທີ່ສຸດເລີຍ.”
ທ່ານນາງ High ກ່າວເພີ້ມເຕີມວ່າ ຢູ່ທາງເບື້ອງຫລັງຂອງການເຕີບໂຕນັ້ນ ຍັງມີ
ຄວາມຕ້ອງການໃຫ້ “ມີຊ່ອງທາງສໍາລັບຜູ້ທີ່ບໍ່ເຫັນພ້ອມດ້ານການເມືອງ” ເພື່ອຈະໃຫ້
ປະຊາຊົນໄດ້ມີການຖົກຖຽງກັນກ່ຽວກັບບັນຫາສັງຄົມ ແລະເສດຖະກິດ.
ທ່ານນາງກ່າວມ້ວນທ້າຍວ່າ “ເຖິງແມ່ນວ່າຈະມີຂ່າວດີ ທີ່ເວົ້າກ່ຽວກັບການເຕີບໂຕທາງເສດຖະກິດ ຫລື ຄວາມທຸກຈົນຫລຸດລົງ ຄົນຍັງຈະມີຄວາມສົງໄສຢູ່ ເພາະວ່າຍັງ
ບໍ່ມີຄວາມໄວ້ເນື້ອເຊື່ອໃຈຫລາຍ ຢູ່ໃນວົງການເມືອງຂອງລາວ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ