ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ADB ວ່າ ປີນີ້ ເສດຖະກິດ ຢູ່ໃນຂົງເຂດ ຈະເຕີບໂຕ ແຕ່ 6 ເປີເຊັນ


A Syrian Kurdish refugee child from the Kobani area handles laundry at a camp in Suruc, Nov. 12, 2014.
A Syrian Kurdish refugee child from the Kobani area handles laundry at a camp in Suruc, Nov. 12, 2014.
ທະນະ​ຄານ​ພັດທະນາ​ເອ​ເຊຍຫລື ADB ​ໄດ້​ຫຼຸດການທໍານາຍ
ກ່ຽວ​ກັບການ​ເຕີ​ບ​ໂຕຂອງ​ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາຢູ່
​ໃນ​ຂົງ​ເຂດຍ້ອນ​ມີ​ຄວາມ​ອ່ອນ​ແອ​ຢູ່​ໃນສອງເສດຖະກິດທີ່​ໃຫຍ່
​ສຸດ​ຂອງ​ຂົງ​ເຂດ ​ແລະຍ້ອນຄວາມ​ເປັນ​ຫ່ວງກ່ຽວ​ກັບ ຄວາມ
​ເປັນ​ໄປ​ໄດ້ ທີ່ສະຫະລັດອາດ​ຈະຫລຸດ​ ມາດ​ຕະການ​ກະຕຸກ​ຊຸກ
ຍູ້​ເສດຖະ ກິດ​ລົງ.

​ຢູ່​ໃນ​ລາຍ​ງານ​ປີ​ນຶ່ງ​ສອງເທື່ອ​ທີ່​ອອກ​ໃນ​ວັນ​ອັງຄານ​ວານນີ້ ທະ
ນະ​ຄານ​ ADB ໄດ້​ທໍານາຍ​ວ່າ ​ບັນດາ​ປະ​ເທດທີ່​ກໍາລັງ​ພັດ​ທະ
ນາໃນ​ເອ​ເຊຍ ຈະ​ເຕີບ​ໂຕ​ຂື້ນ 6 ​ເປີ​ເຊັນ ​ໃນ​ປີ 2013 ຫລຸດ​ລົງ
​ມາ​ຈາກ​ 6.6 ​ເປີ​ເຊັນ ຂອງການ​ຄາດ​ຄະ​ເນໃນ​ເດືອນ​ເມສາ.

ສໍາ​ລັບ​ປີ 2014 ADB ຄາດ​ຄະ​ເນ​ວ່າ ການ​ເຕີບ​ໂຕ​ຈະ​ເພີ້ມຂື້ນ
ເລັກ​ນ້ອຍ​ເປັນ 6.2 ​ເປີ​ເຊັນ ​ແຕ່​ກໍຫລຸ​ດ​ຈາກ​ການ​ຄາດ​ຄະ​ເນ​
ກ່ອນ​ໜ້າ​ນັ້ນ 6.7 ​ເປີ​ເຊັນ.

ທະນາຄານ ADB ທີ່​ມີ​ຫ້ອງການຢູ່​ຟີ​ລິບ​ປີນ ​ໄດ້​ປ່ຽນ​ແປງ​ການ
ທໍານາຍ​ຂອງ​ຕົນ ​ເພາະວ່າ ມີ​ການ​ເຕີບ​ໂຕ​ຊ້າລົງ​ຢູ່​ໃນ​ຈີນ​ແລະ​ອິນ​ເດຍ. ​ນອກ​ນັ້ນທາງ​ທະນາຄານ ​ຍັງ​ໄດ້​ອ້າງເຖິງຄວາມກັງວົນ​ໃຈ​ກ່ຽວ​ກັບແຜນການ​ຂອງວໍ​ຊິງ​ຕັນທີ່​ຈະ​ລົດ​ມາ​ດຕະ ການທີ່​ໃຊ້​ກະຕຸກ​ຊຸກ​ຍູ້ເສດຖະກິດອາ​ເມຣິກາ ທີ່​ຕົກ​ຕໍ່າ​ລົງ​ໃນ​ປີ 2009.

​ແຕ່​ ADB ຍັງ​ກ່າວ​ອີກ​ວ່າ ບັນດາ​ປະ​ເທດ​ເອ​ເຊຍ​ທີ່​ມີຕະຫລາ​ດພຸ່ງ​ພົ້ນ​ໃໝ່​ຈະ​ສາມາດ
​ປະ​ເຊີນ​ໜ້າ​ກັບ​ການ​ທີ່​ທາງທະນາຄານ​ກາງສະຫະລັດ​ຊຶ່ງໃນ​ທີ່​ສຸດກໍຈະ​ຫລຸດຜ່ອນ​ນະ​
ໂຍບາຍ​ການ​ເງິນ​ແບບ​ບໍ່​ເຄັ່ງ​ຄັດ​ໂດຍໃຫ້ຂໍ້​ສັງ​ເກດ​ວ່າ ​ສ່ວນ​ໃຫຍ່ ປະ​ເທດ​ຕ່າງໆ ​ມີ​ບັນ
ຊີ​ກະ​ແສ​ລາຍ​ວັນ​ທີ່​ດີ ແລະ​ມີ​ເງິນຕາ​ຕ່າງປະ​ເທດ​ສຳຮອງເປັນ​ຈຳນວນ​ຫຼວງຫລາຍ.
XS
SM
MD
LG