ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸມຊົນເອເຊຍ ຈະຈັດເທດສະການເອເຊຍ ເພື່ອເຜີຍແຜ່ນວັດທະນະທຳຜ່ານອາຫານ ແລະ ກິດຈະກຳອື່ນໆໃນລັດເວີຈິເນຍ


ຈືນໄກ່ສະໄຕລ ເກົາຫຼີ ຢູ່ຮ້ານອາຫານແຫ່ງນຶ່ງ. 12 ທັນວາ, 2017.
ຈືນໄກ່ສະໄຕລ ເກົາຫຼີ ຢູ່ຮ້ານອາຫານແຫ່ງນຶ່ງ. 12 ທັນວາ, 2017.

ຊຸມ​ຊົນ​ຄົນ​ເອ​ເຊຍ​ຈະຈັດ​ງານ​ເທດ​ສະ​ການ​ເອ​ເຊຍ​ຂຶ້ນ ​ໃນ​ທ້າຍ​ອາ​ທິດ​ວັນ​ທີ 25 ພຶດ​ສະ​ພານີ້, ຢູ່ເມືອງ​ແຟ​ແຟັກ​ສ໌ ລັດ​ເວີ​ຈິ​ເນຍ. ປີນີ້​ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ປີ​ທີສອງ ເຊິ່ງ​ມີ​ຈຸດ​ປະ​ສົງ​ທີ່​ຈະເອົານັກ​ທຸ​ລະ​ກິດ​ໃນ​ທ້ອງ​ຖິ່ນ ມາ​ເຕົ້າ​ໂຮມ​ກັນ ແລະ ສະ​ເຫຼີມ​ສະຫຼອງວັດ​ທະ​ນະ​ທຳ​ທີ່ຫຼາກຫຼາຍ​ດ້ວຍ​ອາ​ຫານ, ສິ​ລະ​ປະ ແລະ ການ​ບັນ​ເທີງ​ອື່ນໆ.

ງານ​ດັ່ງ​ກ່າວ​ຈະ​ມີ​ຜູ້​ຂາຍ​ອາ​ຫານ​ເອ​ເຊຍຫຼາຍ​ເຖິງ 20 ຮ້ານ ລວມ​ທັງ​ລົດ​ອາ​ຫານ​ກໍ​ຈະ​ໄປ​ຢູ່​ໃນ​ງານ​ນັ້ນ​ດ້ວຍ. ເຊິ່ງ​ອາ​ຫານ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ນີ້​ກໍ​ມີ​ຮ້ານ​ອາ​ຫານ​ໄທ, ຫວຽດ​ນາມ, ຍີ່​ປຸ່ນ, ເກົາຫຼີ ແລະ ອື່ນໆ. ຄົນ​ລາວ​ທີ່​ເປັນ​ໝູ່​ເຈົ້າ​ຂອງ​ຮ້ານ​ໄທ​ຄົນ​ນຶ່ງ ​ໄດ້​ກ່າວ​ຕໍ່​ພວກ​ເຮົາ​ ກ່ຽວ​ກັບ ເທດ​ສະ​ການນີ້​ວ່າ

“ຂ້າ​ພະ​ເຈົ້າ​ຈະ​ໄປ​ຊ່ອຍ​ໝູ່​ຂາຍ​ອາ​ຫານ​ໄທ​ເປັນ​ເທື່ອ​ທຳ​ອິດ. ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ມີ​ງານ​ແນວນີ້​ຈັດ​ຂຶ້ນ ​ເພາະ​ວ່າ​ ຄົນ​ເອ​ເຊຍ​ເຮົາ​ແມ່ນ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ ກ່ຽວ​ກັບ ຄວາມ​ໃຈ​ດີ ແລະ ອາ​ຫານ​ແຊບ. ​ດຽວນີ້ຄົນ​ອາ​ເມ​ຣິ​ກັນ ​ກໍ​ເລີ່ມ​ກິນ​ອາ​ຫານ​ເອ​ເຊຍຫຼາຍ​ຂຶ້ນ ແລະ ພວກ​ເຮົາ​ຢາກໃຫ້ພວກເຂົາຮູ້​ວັດ​ທະ​ນະ​ທຳ​ເຮົາ. ​ທຸກ​ຄົນ​ທີ່​ມາ​ຂາຍ​ອາ​ຫານນີ້​ຢາກ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຂອງ​ເຮົາ​ຜ່ານ​ອາ​ຫານ, ໃຫ້​ຄົນ​ຮູ້​ຈັກ​ວ່າ​ເຮົາ​ມາ​ແຕ່​ໃສ.”

ຜູ້​ເຂົ້າ​ຮ່ວມ​ງານ​ຈະ​ໄດ້​ຮຽນ​ຮູ້ ກ່ຽວ​ກັບ ການ​ປະ​ກອບ​ສ່ວນ​ທີ່​ພິ​ເສດ​ຂອງ​ຄົນ​ເອ​ເຊຍ​ທີ່​ອາ​ໄສ​ຢູ່​ໃນ ສະ​ຫະ​ລັດ, ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ ​ຜ່ານ​ສະ​ຖານ​ທີ່​ຕ່າງໆ​ໃນ​ປະ​ຫວັດ​ສາດ.

ຢູ່​ລັດ​ເວີ​ຈິ​ເນຍ​ມີ​ຊຸມ​ຊົນ​ຄົນ​ເອ​ເຊຍ​ທີ່​ໃຫຍ່ຫຼາຍ, ໂດ​ຍ​ເພາະ​ແມ່ນ ຫວຽດ​ນາມ, ເກົາຫຼີ, ຍີ່​ປຸ່ນ, ຟີ​ລິບ​ປິນ, ລາວ, ໄທ ແລະ ອື່ນໆ.

XS
SM
MD
LG