ການຄົ້ນຄວ້າຫລາຍບັ້ນກ່ອນໜ້ານີ້ໄດ້ພົບວ່າມີຄວາມສ່ຽງ
ຕໍ່ການເສຍຊີວິດເພີ້ມຂຶ້ນເມື່ອມີດັດສະນີຮ່າງກາຍ-ທຽບ
ໃສ່ນໍ້າໜັກເພີ້ມຂຶ້ນ. ດັດສະນີຮ່າງກາຍ-ທຽບໃສ່ນໍ້າໜັກ
ຫຼື Body-mass Index ເອີ້ນຫຍໍ້ວ່າ BMI ແມ່ນການວັດ
ແທກໄຂມັນໃນຮ່າງກາຍໂດຍອີງໃສ່ຄວາມສູງ ແລະນໍ້າໜັກ.
ບັນຫາກໍຄືວ່າ, ການຄົ້ນຄວ້າເຫຼົ່ານັ້ນສ່ວນໃຫຍ່ແມ່ນວິເຄາະ
ຊາວຢູໂຣບ ແລະຊາວຕາເວັນຕົກອື່ນໆ. ດັ່ງນັ້ນ ນັກວິທະ
ຍາສາດຈຶ່ງບໍ່ແນ່ໃຈໄດ້ວ່າ ຜົນການຄົ້ນຄວ້າທີ່ໄດ້ມານັ້ນ
ສາມາດໃຊ້ກັບກຸ່ມຄົນໃນພາກອື່ນໆ ໄດ້ຫຼືບໍ່.
ເພື່ອຊອກຫາຄໍາຕອບຕໍ່ບັນຫານີ້, ທ່ານ Wei Zheng
(ເວີ້ຍ ຊັງ) ແຫ່ງມະຫາວິທະຍາໄລ Vanderbilt ທີ່ສະ
ຫະລັດ ແລະເພື່ອນຮ່ວມງານຂອງເພິ່ນ ໄດ້ເກັບກໍາຮວບ
ຮວມເອົາຂໍ້ມູນຈາກປະເທດຈີນ, ໄຕ້ຫວັນ, ເກົາຫຼີໃຕ້, ຍີ່ປຸ່ນ,
ບັງກະລາເທດ, ແລະອິນເດຍ. ຈາກການເອົາຕົວເລເຫລົ່າ
ນັ້ນຮວມເຂົ້າກັນໝົດ, ພວກເຂົາເຈົ້າສະຫລຸບວ່າ ການພົວ
ພັນລະຫວ່າງ BMI ແລະອັດຕາການເສຍຊີວິດໃນພວກຄົນ
ເອເຊຍເຫຼົ່ານີ້ ໂດຍທົ່ວໄປແລ້ວ ແມ່ນກົງກັນກັບການຄົ້ນ
ຄວ້າຂອງພວກຕາເວັນຕົກ, ດັ່ງທີ່ທ່ານ Zheng ຊີ້ແຈງວ່າ:
“ພວກຄົນທີ່ມີອັດຕາການເສຍຊີວິດຕໍ່າທີ່ສຸດ ໃນບັນດາປະເທດອາເຊຍຕາເວັນ
ອອກນັ້ນ ແມ່ນພວກທີ່ມີນໍ້າໜັກປົກກະຕິ. ແລະສໍາລັບພວກທີ່ມີດັດສະນີ BMI
ຫລຸດລົງ ແລະພວກທີ່ມີ BMI ສູງຂຶ້ນນັ້ນ ແມ່ນຈະມີຄວາມສ່ຽງຕໍ່ການເສຍຊີ
ວິດເພີ້ມຂຶ້ນ”
ພາກສ່ວນທີ່ກ່ຽວກັບພວກທີ່ມີ “BMI ຫລຸດລົງ” ນັ້ນ ແມ່ນມີຄວາມສໍາຄັນ ເພາະວ່າສ່ວນ
ຫຼາຍຄົນໃນເອເຊຍມັນ ຈະຢູ່ໃນສົ້ນລຸ່ມຂອງເຄື່ອງແທກ BMI.
ທ່ານ ZHENG ອະທິບາຍວ່າ “ຕົວຢ່າງເຊັ່ນວ່າ ພວກທີ່ມີ BMI ຕໍ່າກວ່າ 15 ເປັນ
ຕົ້ນ, ການຄົ້ນຄວ້ານີ້ສະແດງໃຫ້ເຫັນວ່າພວກທີ່ມີ BMI ທີ່ຕໍ່າຫຼາຍ ກໍ່ມີຄວາມ
ສ່ຽງສູງຕໍ່ການເສຍຊີວິດ. ນີ້ເປັນຂໍ້ເຕືອນທີ່ຊັດເຈນແກ່ພວກຄົນເຫລົ່ານັ້ນ ຊຶ່ງມີ
ຄວາມຈໍາເປັນທີ່ຈະຕ້ອງເພີ່ມນໍ້າໜັກຂອງຕົນຂຶ້ນ.”
ທັງນີ້ກໍເພາະວ່າ ອັດຕາການ
ເສຍຊີວິດທີ່ສູງທີ່ສຸດບາງອັນ,
ທີ່ຈິງແລ້ວ ແມ່ນໄດ້ພົບເຫັນ
ຢູ່ໃນກຸ່ມຄົນທີ່ມີນໍ້າໜັກທີ່ຕໍ່າ
ກວ່າດັດສະນີ BMI ນີ້ຫຼາຍ.
ການຄົ້ນຄວ້ານີ້ໄດ້ເນັ້ນໃຫ້ເຫັນ
ເຖິງຄວາມແຕກຕ່າງທີ່ໜ້າປະ
ຫຼາດໃຈ ລະຫວ່າງຜູ້ຄົນໃນ
ເອເຊຍຕາເວັນອອກແລະເອ
ເຊຍໃຕ້ເຊັ່ນກັນ. ໃນໝູ່ຊາວ
ອິນເດຍ ແລະບັງກະລາເທດ
ທີ່ມີ BMI ສູງ- ຄືຢູ່ໃນເກນ
ນໍ້າໜັກເກີນແລະອ້ວນພີຈົນ
ເກີນໄປ- ອັດຕາການເສຍ
ຊີວິດກັບບໍ່ໄດ້ເພີ້ມສູງຂຶ້ນ
ຫລາຍປານໃດ. ທ່ານ
Zheng ກ່າວວ່າ ມັນອາດ
ເປັນໄປໄດ້ວ່າ ນໍ້າໜັກຂອງພວກເຂົາເຈົ້າສະທ້ອນໃຫ້ເຫັນຄວາມມັ່ງຄັ້ງສົມບູນ ແລະຖານະ
ທີ່ສູງ ໃນກຸ່ມປະຊາຄົມຂອງພວກເຂົາເຈົ້າ. ຊື່ງທ່ານອະທິບາຍວ່າ ພວກເຂົາເຈົ້າມີຖານະ
ທາງເສດຖະກິດສັງຄົມທີ່ຂ້ອນຂ້າງສູງ ດັ່ງນັ້ນພວກເຂົາເຈົ້າມີຄວາມສາມາດທີ່ຈະໄປຮັບການ
ດູແລສຸຂະພາບທີ່ດີໄດ້.
ທ່ານສາມາດຊອກອ່ານບົດລາຍງານຜົນການຄົ້ນຄວ້າຂອງທ່ານ Wei Zheng ກ່ຽວກັບ ດັດສະນີຮ່າງກາຍ-ທຽບໃສ່ນໍ້າໜັກ ຫລື BMI ແລະຄວາມສ່ຽງຕໍ່ການເສຍຊີວິດໄດ້ ໃນ
ວາລະສານການແພດຂອງເຂດຕາເວັນອອກສຽງເໜືອຂອງສະຫະລັດ ຫລື “the New
England Journal of Medicine” ໄດ້ ຫລືໃນເວັບໄຊ໌ສອງບ່ອນທີ່:
http://www.nejm.org/doi/full/10.1056/NEJMoa1010679 - Zheng paper (NEJM)
ຫລື
http://www.nhlbisupport.com/bmi/bmi-m.htm - BMI calculator (NIH)))