ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຄານ ພັດທະນາ ເອເຊຍ ໃຫ້ເງິນກູ້ຢືມ ແກ່ບໍລິສັດຈີນ


ທະນາຄານ ເອເຊຍພັດທະນາໃຫ້​ເງິນ​ກູ້​ຢືມ​ສີ່​ທຶນ ​200 ລ້ານ​ໂດ​ລາ ແກ່ ບໍລິສັດ China Everbright International Limited ​ເພື່ອ​ຕິດ​ຕັ້ງ ການ​ກະ​ເສດ ​ແລະ ການ​ເກັບ​ມົນ​ລະ​ພິດ
ທະນາຄານ ເອເຊຍພັດທະນາໃຫ້​ເງິນ​ກູ້​ຢືມ​ສີ່​ທຶນ ​200 ລ້ານ​ໂດ​ລາ ແກ່ ບໍລິສັດ China Everbright International Limited ​ເພື່ອ​ຕິດ​ຕັ້ງ ການ​ກະ​ເສດ ​ແລະ ການ​ເກັບ​ມົນ​ລະ​ພິດ
ທະນາຄາ​ນພັດທະນາ​ເອ​ເຊຍ ກ່າວ​ວ່າ ຕົນ​ໄດ້​ ເຊ​ນສັນຍາຕົກ
ລົງກູ້​ຢືມ​ເງິນ ກັບບໍລິສັດ​ຈີນ ຊຶ່ງ​ເປັນ​ ໂຄງການ​ມົນ​ລະ​ພິດ ທີ່ນໍາ​
ໄຊ້​ເປັນ​ພະລັງ ງານ ​ເພື່ອ​ລຸດຜ່ອນ​ຜົນ​ສະ​ທ້ອນສິ່ງ​ແວດ​ລ້ອມ ​
ແກ່​ການກະ​ເສດ ​ແລະ​ການ​ປ່ອຍຖີ້ມມົນ​ລະ​ຜິດ​ຂອງ​ເມືອງ.

ທະນາຄາ​ນພັດທະນາ​ເອ​ເຊຍ ກ່າວໃນ​ຄໍາ​ຖະ​ແຫລງການ ​ໃນ​
ວັນ​ຈັນວ່າ ​ເງິນ​ກູ້​ຢືມ​ສີ່​ທຶນ ​ມີ​ຈໍານວນ​ເຖິງ 200 ລ້ານ​ໂດ​ລາ
ຈະ​ນໍາ​ໃຫ້​ເປັນ​ສອງ​ພາກສ່ວນ​ແກ່ China Everbright
International Limited ​ເພື່ອ​ຕິດ​ຕັ້ງ ການ​ກະ​ເສດ ​ແລະ
ການ​ເກັບ​ມົນ​ລະ​ພິດ​ເພື່ອ​ຜະລິດ​ພະລັງງາ​ນຢ່າງ​ເຕັມ​ສ່ວນ.

​ໂຄງການ​ດັ່ງກ່າວແນ່​ໃສ່ ການ​ເກັບມ້ຽນມົນ​ລະ​ພິດ 7.300 ພັນ​ຕັນ
​ຕໍ່​ມື້ ທີ່​ຈະ​ຜະລິດພະລັງງານ​ປະມານ 1,240 ກິ​ກາ​ວັດ ຕໍ່​ຊົ່ວ​ໂມງ​
ຂອງໄຟຟ້າ​ຕໍ່​ປີ ​ໃນ​ປີ 2016. ນອກຈາກ​ນັ້ນ​ແລ້ວ ການ​ປ່ອຍ​ແກ້​ສ ຄາດ​ວ່າ​ຈະ​ຕັດ​ລົງ​ປະ​ມານ 638.000 ຕັນ​ຕໍ່​ປີ ​ພາ​ຍ​ໃນ​ປີ 2018.

​ໂຄງການ​ຍັງຈະອໍານວຍ​ລາຍ​ໄດ້​ເພີ້​ມ​ເຕີມ​ໃຫ້​ແກ່​ບັນດາຊາວນາ ຜູ້​ທີ່​ຂາຍ​ມົນ​ລະ​ພິດ​ຈາກ​ກະ​ເສດ.
XS
SM
MD
LG