ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຈັດຕັ້ງ ລາວອາເມຣິກັນ ອອກຖະແຫຼງການຮ່ວມ ຕ້ານຄວາມກຽດຊັງຕໍ່ຊາວເອເຊຍ ໃນສະຫະລັດ


ຍານາງເມ ແສງປຣະເສີດ ອາລີຣາດ ນັກເຄື່ອນໄຫວສັງຄົມ ລາວອາເມຣິກັນ.
ຍານາງເມ ແສງປຣະເສີດ ອາລີຣາດ ນັກເຄື່ອນໄຫວສັງຄົມ ລາວອາເມຣິກັນ.

ບັນດາຜູ້ນຳອົງການຈັດຕັ້ງຂອງຊາວເອເຊຍອາເມຣິກັນ ແລະຊາວເກາະ (AAPI) ພ້ອມ
ດ້ວຍສະມາຊິກສະພາຕໍ່າເຊື້ອສາຍເອເຊຍໄດ້ອອກຖະແຫຼງການ ແລະຮຽກ ຮ້ອງໃຫ້ສະ
ພາເອົາບາດກ້າວປ້ອງກັນປະຊາຄົມເອເຊຍຢູ່ໃນສະຫະລັດ. ຍານາງເມ ແສງປຣະເສີດ
ອາລີຣາດ ນັກສັງຄົມວິທະຍາລາວອາເມຣິກັນ ທີ່ເຮັດວຽກຢູ່ ໂຮງຮຽນຫຼວງແຫ່ງນຶ່ງ ຢູ່
ເຂດໃຕ້ຂອງນະຄອນຊິຄາໂກ. ນອກນັ້ນ ຍັງເປັນນັກ ເຄື່ອນໄຫວສັງຄົມທີ່ເຂັ້ມແຂງ
ເປັນຫົວໜ້າບໍລິຫານອົງການ “ດີແລ້ວ” ແລະສະ ມາຄົມລາວອາເມຣິກັນແອລຈີີນ ໃນ
ລັດອິນລີນອຍ ກໍແມ່ນຜູ້ນຶ່ງທີ່ໄດ້ນຳພາອອກ ຖະແຫຼງການເຜີຍແຜ່ຢູ່ໜ້າເວັບໄຊ ຜ່ານ
ການປະສານງານກັບລະບົບແຫຼ່ງຂ່າວ ຕ່າງໆເຊັ່ນໜັງສືພິມ ໂທລະພາບ ວິທະຍຸ ເວັບ
ໄຊ ໃນວັນຈັນທີ່ຜ່ານມານີ້. ຍາ ນາງເມ ໄດ້ກ່າວຕໍ່ວີໂອເອ ວ່າ “ພວກເຮົາໃນນາມມະ
ນຸດດ້ວຍກັນ ຕ້ອງຢືນຢູ່ ເບື້ອງຫຼັງຊຶ່ງກັນແລະກັນ. ຜົນກະທົບທີ່ມີຕໍ່ຜູ້ນຶ່ງ ແມ່ນຜົນກະ
ທົບຕໍ່ພວກເຮົາທັງໝົດ” ຊຶ່ງຍານາງເມ ກ່າວຕື່ມອີກວ່າ:

ນັບແຕ່ປີກາຍ ມາຈົນເຖິງເທົ້າປັດຈຸບັນ ປະຊາຄົມຊາວເອເຊຍຢູ່ໃນສະຫະລັດ ໂດຍສະ
ເພາະພວກຜູ້ເຖົ້າແມ່ຍິງ ແລະຜູ້ເຖົ້າຜູ້ຊາຍ ແລະແມ່ຍິງໜຸ່ມ ໄດ້ຖືກ ໂຈມຕີທາງຮ່າງກາຍ
ທາງວາຈາຕ່າງໆນາໆເຖິງ 3,795 ຄັ້ງ ຍ້ອນການແຜ່ ລະບາດໂຄວິດ-19 ທີ່ເລີ້ມຂຶ້ນ ຢູ່ໃນ
ປະເທດຈີນ. ໃນຕົ້ນອາທິດແລ້ວນີ້ແມ່ຍິງ ເອເຊຍຫົກຄົນໃນຈຳນວນຜູ້ເຄາະຮ້າຍທັງໝົດ
ແປດຄົນໄດ້ຖືກຍິງຕາຍຢູ່ບ່ອນອາບອົບນວດໃນເຂດນະຄອນແອັດແລນຕ້າ ລັດຈໍເຈຍຕັ້ງ
ຢູ່ທາງພາກກາງຕອນ ໃຕ້ຂອງສະຫະລັດ.

LinkedIn Page: https://www.linkedin.com/in/may-saengpraseuth-alirad-69255078/

XS
SM
MD
LG