ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍ ແລະ ​ຊາວເກາະ​ປາ​ຊີ​ຟິກ ຈະ​ຈັດ​ການ​ເດີນ​ຂະ​ບວນ ​ຕໍ່​ຕ້ານ​ການຈຳ​ແນກ ແລະ ອາ​ຊະ​ຍາ​ກຳ​ຕໍ່​ຄົນ​ເອ​ເຊຍ


ພາບ​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 30 ມີ​ນາ 2021 ນີ້ສະ​ແດງ​ໃຫ້​ເຫັນ​ປະ​ຊາ​ຊົນ​ຖື​ປ້າຍ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຢຸດ​ຄວາມ​ຄຽດ​ຊັງ​ຕໍ່​ຄົນ​ເອ​ເຊຍ ຢູ່​ຈະ​ຕຸ​ລັດ ໂລ​ກັນ ໃນ​ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ.
ພາບ​ທີ່​ຖືກ​ຖ່າຍ​ໃນ​ວັນ​ທີ 30 ມີ​ນາ 2021 ນີ້ສະ​ແດງ​ໃຫ້​ເຫັນ​ປະ​ຊາ​ຊົນ​ຖື​ປ້າຍ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຢຸດ​ຄວາມ​ຄຽດ​ຊັງ​ຕໍ່​ຄົນ​ເອ​ເຊຍ ຢູ່​ຈະ​ຕຸ​ລັດ ໂລ​ກັນ ໃນ​ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ.

ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເອເຊຍ​ ແລະ ຊ​າວ​ເກາະ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຫຼາຍ​ພັນ​ຄົນຈະ​ພາ​ກັນ​ອອກ​ມາ​ເດີນ​ຂະ​ບວນ​ປະ​ທ້ວງ​ ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ໃນວັນ​ເສົາ​ທີ 25 ມື້​ອື່ນນີ້ ໃນການ​ເດີນ​ຂະ​ບວນທີ່​ເອີ້ນ​ວ່າ Unity March.

ການ​ເດີນ​ຂະ​ບວນ​ດັ່ງ​ກ່າວ​ໄດ້​ເລີ່ມ​ຂຶ້ນໃນ​ລະ​ດູ​ຮ້ອນ​ທີ່​ຜ່ານ​ມາ ຫຼັງ​ຈາກ​ແມ່​ຍິງ​ເອ​ເຊຍ 6 ຄົນແລະຜູ້ບໍ​ລິ​ການ 3 ​ຄົນ​ຖືກ​ຂ້າ​ຕາຍຢູ່​ຮ້ານ​ອາບ​ອົບ​ນວດໃນ​ນະ​ຄອນ ແອັດ​ແລນ​ຕ້າ, ລັດ​ຈໍ​ເຈຍ ເມື່ອ​ເດືອນ​ມີ​ນາ 2021. ພ້ອມ​ກັນ​ນັ້ນ​ກໍ​ຈະ​ເປັນ​ການ​ປະ​ທ້ວງ​ຕໍ່ຕ້ານ​ການ​ຈຳ​ແນກ​ຊາວ​ເອ​ເຊຍ ​ແລະການ​ກໍ່​ອາ​ຊະ​ຍາ​ກຳ​ຕໍ່​ຊາວ​ເອ​ເຊຍ​ທີ່​ເພີ່ມ​ຂຶ້​ນ​ຢ່າງຫຼວງຫຼາຍ ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງໂຣກ​ລະ​ບາດ ໂຄວິດ-19.

ທ່ານ ວິ​ຣັດ ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ​ທີ່​ອາ​ໄສ​ຢູ່​ລັດ​ເວີ​ຈິ​ເນຍ ໄດ້​ໃຫ້ຄວາມ​ຄິດ​ເຫັນ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ງານນີ້​ວ່າ: ຄວາມ​ສຳ​ຄັນ​ຂອງ​ງານ​ນີ້​ບໍ່ແມ່ນ​ ສຳ​ລັບແຕ່​ຄົນ​ເອ​ເຊຍເທົ່າ​ນັ້ນ, ແຕ່​ເພື່ອ​ການນຳ​ເອົາ​ຄວາມ​ສຳ​ນຶກ ແລະສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ​ຕໍ່​ຕ້ານ​ການ​ແບ່ງ​ແຍກ​ເຊື້ອ​ຊາດ​ຜິວ​ພັນ​ທຸກ​ຮູບ​ແບບ ບໍ່​ວ່າ​ຈະມີ​ສະ​ຖາ​ນະ​ພາບໃດ, ປ​ະ​ຫວັດ ແລະ ຄວາມ​ເຊື່ອ​ແນວ​ໃດກໍ່​ຕາມ. ໂດຍ​ສະ​ເພາະ​ການ​ກໍ່​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ ​ຕໍ່​ຄົນ​ເອ​ເຊຍໃນ​ຊ່ວງ​ໂຣກ​ລະ​ບາດ. ຄົນ​ເອ​ເຊຍ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ ແລະ ມັນ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຜິດ ແລະ ການ​ເດົາ ກ່ຽວ​ກັບ ຄົນ​ເອ​ເຊຍ​ທີ່​ເປັນ​ແງ່​ລົບ.”

ການ​ເດີ​ນ​ຂະ​ບວນດັ່ງ​ກ່າວ​ຈະ​ນຳ​ພາ​ໂດຍ 50 ອົງ​ການຈັດ​ຕັ້ງ​ທີ່​ສະ​ໜັບ​ສະ​ໜູນ​ຄົນອາ​ເມ​ຣິ​ກັ​ນ​ເຊື້ອ​ສາຍ​ເອ​ເຊຍ ແລະ ກຸ່ມ​ຫຼາກຫຼາຍ​ວັດ​ທະ​ນະ​ທຳ. ການ​ເຕົ້າ​ໂຮມ​ກັນ​ຈະ​ເລີ່ມ​ຂຶ້ນ​ເວ​ລາບ່າຍ 3:30 ຢູ່​ອະ​ນຸ​ສາ​ວະ​ລີ ວໍ​ຊິງ​ຕັນ, ພ້ອມ​ກັບ​ການ​ບັນ​ຍາຍ​ຂອງ​ບັນ​ດາ​ຜູ້​ນຳ ແລະ ການ​ສະ​ແດງ​ຕ່າງ​ໆ.

XS
SM
MD
LG