ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາພົບວ່າ ຊາວອາເມຣິກັນ ເຊື້ອສາຍເອເຊຍ ຍັງຄົງປະເຊີນກັບຄວາມລໍາອຽງ ແລະການຈໍາແນກ


ປະຊາຊົນພາກັນຖືປ້າຍສະໜັບສະໜູນປະຊາຄົມອາເມຣິກັນເຊື້ອສາຍເອເຊຍປາຊີຟິກ ໃນລະຫວ່າງເຂົ້າຮ່ວມໄຕ້ທຽນ ເພື່ອເປັນກຽດໃຫ້ແກ່ ມິເຊລ ອາລິສຊາ ໂກ (Michelle Alyssa Go), ຜູ້ເຄາະຮ້າຍຈາກການໂຈມຕີໃນສະຖານີລົດໄຟໃຕ້ດິນເມື່ອບໍ່ດົນມານີ້, ຢູ່ທີ່ Times Square ໃນວັນທີ 18 ມັງກອນ 2022, ໃນລັດນິວຢອກ.
ປະຊາຊົນພາກັນຖືປ້າຍສະໜັບສະໜູນປະຊາຄົມອາເມຣິກັນເຊື້ອສາຍເອເຊຍປາຊີຟິກ ໃນລະຫວ່າງເຂົ້າຮ່ວມໄຕ້ທຽນ ເພື່ອເປັນກຽດໃຫ້ແກ່ ມິເຊລ ອາລິສຊາ ໂກ (Michelle Alyssa Go), ຜູ້ເຄາະຮ້າຍຈາກການໂຈມຕີໃນສະຖານີລົດໄຟໃຕ້ດິນເມື່ອບໍ່ດົນມານີ້, ຢູ່ທີ່ Times Square ໃນວັນທີ 18 ມັງກອນ 2022, ໃນລັດນິວຢອກ.

ບົດລາຍງານໃຫມ່ຈາກສູນຄົ້ນຄວ້າ ພິວ (Pew) ສະແດງໃຫ້ເຫັນວ່າ ການປະເຊີນໜ້າ ກັບຄວາມລໍາອຽງ ແມ່ນສໍາລັບຊາວອາເມຣິກັນເຊື້ອສາຍເອເຊຍສ່ວນໃຫຍ່, ເຊິ່ງເປັນສ່ວນຫນຶ່ງທີ່ລື້ງເຄີຍໃນຊີວິດ.

ການສຶກສາ, ເຊິ່ງອີງໃສ່ການສໍາຫຼວດຂອງຜູ້ຕອບຄໍາຖາມຫຼາຍກວ່າ 7,000 ຄົນ, ພົບວ່າ ຊາວອາເມຣິກັນເຊື້ອສາຍເອເຊຍສ່ວນໃຫຍ່ຄິດວ່າ ການໃສ່ໃຈລະດັບຊາດຕໍ່ປະສົບການຂອງພວກເຂົາເຈົ້າ ກ່ຽວກັບການຈໍາແນກນັ້ນ ແມ່ນຫນ້ອຍເກີນໄປ.

ໃນລາຍງານພົບວ່າ ປະມານນຶ່ງສ່ວນສາມຂອງຊາວອາເມຣິກັນເຊື້ອສາຍເອເຊຍ ໄດ້ຖືກບອກ ໃຫ້ກັບຄືນປະເທດບ້ານເກີດຂອງພວກເຂົາເຈົ້າ, ເຊິ່ງ 44 ເປີເຊັນຂອງຊາວອາເມຣິກັນເຊື້ອສາຍເອເຊຍທີ່ມີອາຍຸລະຫວ່າງ 18 ຫາ 29 ປີ ກ່າວວ່າ ພວກເຂົາເຈົ້າຮູ້ຈັກຄົນເອ​ເຊຍຜູ້ໜຶ່ງທີ່ຖືກຄຸກຄາມ ຫຼື ຖືກໂຈມຕີ ນັບຕັ້ງແຕ່ເລີ້ມຕົ້ນການລະບາດ ຂອງພະຍາດໄວຣັສໂຄໂຣນາ.

ມີ​ຊາວ​ອາ​ເມ​ຣິກັນເຊື້ອສາຍເອເຊຍປະມານ 23.5 ລ້ານ​ຄົນ, ເຊິ່ງກວມ​ເອົາ 7.1 ເປີເຊັນຂອງ​ປະຊາກອນ​ທົ່ວ​ປະ​ເທດ. ປີ 2021 ​ເຫັນ​ວ່າ ​ອາຊະຍາກຳ​ຕ້ານ​ຄວາມ​ກຽດ​ຊັງ​ ຂອງ​ຊາວ​ເອ​ເຊຍ​ໃນ​ສະຫະລັດ ​ໄດ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ຕະຫຼອດ​ເວລາ, ແລະ ປີ 2022 ເປັນ​ປີ​ທີ່​ຮ້າຍ​ແຮງ​ທີ່​ສຸດ ​ເຊິ່ງເປັນ​ອັນ​ດັບ​ສອງໃນບົດບັນທຶກ.

ທ່ານນຽລ ຣູອິສ (Neil Ruiz), ຫົວຫນ້າການລິເລີ້ມການຄົ້ນຄວ້າໃຫມ່ຂອງສູນ ພິວ ແລະເປັນຜູ້ຂຽນຮ່ວມຂອງການສຶກສາດັ່ງກ່າວ ກ່າວວ່າ "ການຈໍາແນກຕໍ່ຊາວອາເມຣິກັນເຊື້ອສາຍເອເຊຍ ບໍ່ແມ່ນເລື້ອງໃໝ່." ຊາວອາເມຣິກັນເຊື້ອສາຍເອເຊຍ ໄດ້ອົດທົນຕໍ່ທັດສະນະຄະຕິດັ່ງກ່າວມານັ້ນແບບບໍ່ຢຸດຢັ້ງ, ຈົນມາຮອດຊຸມປີ 1800, ແລະການສຶກສາຂອງ ທ່ານຣູອິສ ໄດ້ຊີ້ໃຫ້ເຫັນເຖິງຄວາມຂັດແຍ້ງກັນ ເປັນຈຸດສໍາຄັນກ່ຽວກັບສິ່ງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG