ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນເອເຊຍໃນ ສະຫະລັດ ອອກມາປະທ້ວງ ຕໍ່ການໂຈມຕີ ຕໍ່ຕ້ານຄົນເອເຊຍ


ຜູ້ປະທ້ວງໃສ່ໜ້າກາກ ແລະ ຖືປ້າຍ ເຂົ້າຮ່ວມໃນການຊຸມນຸມ ເພື່ອປູກຈິດສຳນຶກ ກ່ຽວກັບ ຄວາມຮຸນແຮງຕໍ່ຕ້ານຄົນເອເຊຍ, ໃກ້ກັບຄຸ້ມຄົນ ຈີນ ໃນນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 20 ກຸມພາ, 2021.(Photo by RINGO CHIU / AFP)
ຜູ້ປະທ້ວງໃສ່ໜ້າກາກ ແລະ ຖືປ້າຍ ເຂົ້າຮ່ວມໃນການຊຸມນຸມ ເພື່ອປູກຈິດສຳນຶກ ກ່ຽວກັບ ຄວາມຮຸນແຮງຕໍ່ຕ້ານຄົນເອເຊຍ, ໃກ້ກັບຄຸ້ມຄົນ ຈີນ ໃນນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 20 ກຸມພາ, 2021.(Photo by RINGO CHIU / AFP)

ການໂຈມຕີຕໍ່ຕ້ານຄົນເອເຊຍ ໄດ້ປາກົດຂຶ້ນຫຼາຍກວ່າ 3,000 ຄັ້ງໃນ ສະຫະ ລັດ ນັບຕັ້ງແຕ່ຕອນເລີ່ມຕົ້ນຂອງໂຣກລະບາດໄວຣັສໂຄໂຣນາ.

ປະຊາຊົນ ອາເມຣິກັນ ເຊື້ອສາຍເອເຊຍ ໂດຍສະເພາະຄົນທີ່ມີຄວາມສ່ຽງສູງໄດ້ແກ່ຜູ້ເຖົ້າ ແລະ ແມ່ຍິງ ແມ່ນກຸ່ມຄົນທີ່ຖືກທຳຮ້າຍຫຼາຍກວ່າໝູ່.

ເມື່ອບໍ່ດົນມານີ້ ຜູ້ຊາຍອາຍຸສູງຄົນ ໄທ ໄດ້ຖືກທຳຮ້າຍຮ່າງກາຍໃນເມືອງ ໂອກແລນ ລັດ ຄາລິຟໍເນຍ ແລະ ຄົນອາເມຣິກັນ ເຊື້ອສາຍ ເກົາຫຼີ ກໍຖືກທຳຮ້າຍຮ່າງກາຍໂດຍຜູ້ຊາຍສອງຄົນໃນນະ ຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ ເຊັ່ນກັນ.

ເຫດການດັ່ງກ່າວໄດ້ກໍ່ໃຫ້ເກີດມີການເຄື່ອນໄຫວປະທ້ວງໂດຍຊຸມຊົນຄົນເອເຊຍ.

ນາງ ທິດາ, ແມ່ຍິງອາເມຣິກັນ ເຊື້ອສາຍ ລາວ ທີ່ອາໄສຢູ່ລັດ ເວີຈິເນຍ ໄດ້ສະແດງຄວາມຮູ້ສຶກຂອງລາວ ກ່ຽວກັບ ເຫດການນີ້ຕໍ່ວີໂອເອພາກພາສາ ລາວ ຂອງພວກເຮົາວ່າ “ທຸກຢ່າງທີ່ເກີດຂຶ້ນແມ່ນເຈັບປວດຫຼາຍ ແລະ ຂ້າພະເຈົ້າຢາກປູກຈິດສຳນຶກ ກ່ຽວກັບ ການໂຈມຕີຄົນເອເຊຍນີ້ ໃຫ້ຫຼາຍກວ່າເກົ່າເຊັ່ນກັນ. ຂ້າພະເຈົ້າຢ້ານ ແລະ ເປັນຫ່ວງສຳລັບພໍ່ແມ່ຂອງຂ້າພະເຈົ້າ. ຂ້າພະເຈົ້າມີຄວາມຍິນດີທີ່ຈະປົກປ້ອງຄອບຄົວ, ໝູ່ ແລະ ຊ່ວຍຜູ້ໃດທີ່ຖືກລົບກວນນັ້ນ.”

ບັນດານັກວິຈານ ໄດ້ຖິ້ມໂທດໃສ່ອະດີດປະທານາທິບໍດີ ດໍໂນລ ທຣຳ ສຳລັບ ການທຳຮ້າຍທີ່ແນ່ເປົ້າໃສ່ຄົນເອເຊຍນີ້, ຍ້ອນທ່ານໄດ້ເອີ້ນ COVID-19 ວ່າ “ໄວຣັສ ຈີນ” ໃນຄວາມພະຍາຍາມຂອງທ່ານທີ່ຈະຖິ້ມໂທດໃສ່ ຈີນ ສຳລັບການແຜ່ລະບາດຂອງໄວຣັສນັ້ນ.

ເມື່ອເດືອນມັງກອນທີ່ຜ່ານມາ, ປະທານາທິບໍດີ ໂຈ ໄບເດັນ ໄດ້ເຊັນດຳລັດ ປະທານາທິບໍ
ດີ ເພື່ອຊີ້ນຳໃຫ້ບັນດາອົງການຕ່່າງໆຂອງລັດຖະບານກາງໃຫ້ປາບປາມຄວາມຄຽດຊັງຕໍ່ຄົນອາເມຣິກັນເຊື້ອສາຍເອເຊຍ ແລະ ໝູ່ເກາະມະຫາສະໝຸດປາຊີຟິກ.

XS
SM
MD
LG