ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເອເຊຍອາເມຣິກັນ ຖືກເບິ່ງເຫັນວ່າ ເປັນ “ຊົນກຸ່ມນ້ອຍໂຕແບບ” (ວີດີໂອ ພາສາລາວ/ອັງກິດ)


ຊາວເອເຊຍອາເມຣິກັນ ໄດ້ຖືກ ບົ່ງວ່າເປັນ ຊົນກຸ່ມນ້ອຍ​ໂຕແບບ
ຊາວເອເຊຍອາເມຣິກັນ ໄດ້ຖືກ ບົ່ງວ່າເປັນ ຊົນກຸ່ມນ້ອຍ​ໂຕແບບ
ສະຫະລັດອາເມຣິກາເປັນຖິ່ນ​ຢູ່ອາ​ໄສ ຂອງຊາວຕ່າງ​ດ້າວ​
ຫຼາກຫຼາຍ​ເຊື້ອ​ຊາດ ແລະວັດທະນະທຳຈາກທົ່ວໂລກ ແລະ
ດັ່ງນັ້ນ ຈຶ່ງພາໃຫ້ມີ ການລະ​ບຸ​ລັກສະນະ​ ຄວາມ​ປະພຶດ ຫລື
ແນວ​ຄິດ​ຂອງ​ຄົນ​ພວກ​ນີ້​ແຕ່​ລະ​ກຸ່ມ ແບບຕີລວດກວດພຽງ
ທີ່​ພາສາ​ອັງກິດເອິ້ນ​ວ່າ stereotype ຊຶ່ງໂດຍສ່ວນໃຫຍ່ມັກ
ຈະເປັນໃນທາງລົບຫຼືບໍ່​ດີ. ​ແຕ່​ກໍມີກຸ່ມນຶ່ງທີ່ຖືກ ບົ່ງວ່າເປັນ
“ຊົນກຸ່ມນ້ອຍ​ໂຕແບບ ຫຼື model minority” ຊຶ່ງ​ໄດ້​ແກ່​ຊາວ
​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ທີ່​ຖືກ​ເບິ່ງ​ເຫັນ​ວ່າ ​ເປັນກຸ່ມ​ຄົນ
ທີ່ ສະຫຼາດ ດຸໝັ່ນ ແລະ ​ເຊັກ​ຊີ້ ຫຼືມີສະ​ເໜ່ທາງ​ເພດໃນບາງ
ກໍລະນີ. ​ຢ່າງ​ໃດ​ກໍ​ຕາມ ຊາວເອເຊຍອາເມຣິກັນຈຳນວນນຶ່ງ
ກ່າວວ່າ ​ແມ່ນແຕ່​ເອກະລັກແບບຕີລວດກວດພຽງໃນທາງ
ບວກນັ້ນ ກໍ​ຍັງສາມາດສົ່ງຜົນ ກະທົບໃນທາງລົບໄດ້.
Elizabeth Lee ມີລາຍງານຈາກ Los Angeles ດັ່ງ​
ໄຊ​ຈະ​ເຣີນສຸກ​ຈະ​ນຳ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້:

ໃນປະເທດນຶ່ງທີ່ພົນລະ​ເມືອງ​ປະກອບ​ດ້ວຍ ​ເຊື້ອ​ຊາດທີ່​ມີວັດທະນະທຳ ທີ່ແຕກຕ່າງ
ກັນນັ້ນ ທຸກໆຊົນກຸ່ມນ້ອຍຢູ່ໃນສະຫະລັດ ເບິ່ງຄືວ່າ ຈະຖືກ​ລະ​ບຸ​ເອກະລັກແບບຕີລວດ
ກວດພຽງ ທີ່ມັກຈະອອກມາ​ໃນທາງລົບ. ແຕ່ວ່າໂດຍ​ປົກກະຕິ​ແລ້ວ ພວກເອເຊຍອາເມ
ຣິກັນ ກໍ​ຄື​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ແມ່ນຈະຖືກເບິ່ງ​ເຫັນວ່າ ເປັນຊົນກຸ່ມນ້ອຍ
ໂຕແບບ.

Edwin Santos ຄົນຟີລິບປິນ​ອາ​ເມຣິກັນ ຈື່​ໄດ້​ວ່າ ຫົວໜ້າງານຄົນ​ນຶ່ງ ໄດ້ບອກລາວວ່າ:

ລາວ​ເວົ້າ​ວ່າ: 'ຄົນຟີລິບປິນ ຫຼືຄົນເອເຊຍ ພວກເຂົາເຈົ້າເປັນພະນັກງານທີ່ດຸ
ໝັ່ນແລະ​ຕັ້ງ​ໃຈ
ເຮັດວຽກຫຼາຍ. ພວກເຂົາ​ເຈົ້າ​ເປັນ​ແບບ​ນັ້ນ​ແທ້.' ຊຶ່ງ​ລາວກ່າວ
​ຕໍ່​ໄປ​ວ່າ ແມ່ນແລ້ວ ພວກ​ເຮົາ​ເປັນ​ແບບນັ້ນ ແລະ ຫຼັງຈາກນັ້ນ ​ລາວ​ກໍໄດ້ວ່າຈ້າງ ຄົນຟີລິບປິນຕື່ມອີກ ຊຶ່ງເປັນສິ່ງທີ່ມະຫັດສະຈັນ.”

ນາງ Joy Chen ຄົນຈີນອາ​ເມຣິກັນ ກ່າວວ່າ ຢູ່ໃນຫ້ອງຮຽນ ກໍມີທັດສະນະຄ້າຍຄືກັນນີ້.

ນາງ Chen ເວົ້າວ່າ “ນາຍຄູທຸກຄົນຄາດຫວັງວ່າ ເຈົ້າຕ້ອງ​ເຮັດໄດ້ດີ. ​ເມື່ອນາຍຄູ
ມີຄວາມຄາດຫວັງໃນທາງບວກ
ຈາກ​ເຮົາ ຈິງແລ້ວ ມັນກໍ ສາມາດຊຸກຍູ້ໃຫ້ເຮົາ
ເຮັດດີຂຶ້ນ​ໄດ້.”

ນາງ Chen ອະດີດເຈົ້າໜ້າທີ່ນະຄອນ Los Angeles ກ່າວວ່າແນວ​ຄິດແບບນີ້ອາດ
ຈະຊ່ວຍຊາວເອເຊຍອາເມຣິກັນ ແຕ່ວ່າ ມັນກໍ ສາມາດເສີມຄວາມເຂົ້າໃຈຜິດໆ ກ່ຽວ​ກັບວັດທະນະທຳອື່ນໆນັ້ນ​ໄດ້.

ນາງເວົ້າວ່າ “ໄດ້ມີຫຼາຍໆຄົນເຂົ້າມາຫາຂ້ອຍ ແລ້ວເວົ້າວ່າ 'ໂອ້ Joy ເຫດຜົນ
ທີ່
ພວກຊາວແມັກຊິກັນອາເມຣິກັນ ແລະພວກຄົນຜິວດຳ ບໍ່ໄປຮຽນມະຫາວິທະ
ຍາໄລ
ແມ່ນເຫດຜົນດ້ານວັດທະນະທຳ. ພວກເຂົາເຈົ້າບໍ່ເຫັນຄວາມສຳຄັນ
ຂອງການສຶກສາ
ຫຼາຍເທົ່າກັບພວກ​ເຮົາຄົນ ຜິວຂາວແລະຄົນເອເຊຍ.' ຊຶ່ງ​ນາງ​
ກ່າວ​ຕໍ່​ໄປ​ວ່າ “ເລື້ອງ​ນີ້​ແມ່ນ​ສ້າງຄວາມເສຍຫາຍຢ່າງໜັກ.”

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ສ່ວນສິນລະປິນນັກສະແດງ ນາງ Kristina Wong ກ່າວວ່າ ຄຳຕີ ລວດກວດພຽງທີ່​ວ່າ
ຄົນ​ເອ​ເຊຍ​ອາ​ເມຣິກັນ​ເປັນ “ຊົນກຸ່ມນ້ອຍ​ໂຕແບບ ຫຼື model minority” ນັ້ນ ແມ່ນສາ
ມາດສົ່ງຜົນກະທົບໃນທາງລົບ ຕໍ່ ພວກຄົນເຊື້ອສາຍເອເຊຍ ​ໄດ້​ຄື​ກັນ.

ນາງ Wong ເວົ້າວ່າ: “ເພາະວ່າຢູ່ດ້ານໜ້ານັ້ນ ພວກເຂົາ​ເຈົ້າ​ແມ່ນ​ເປັນກຸ່ມ​ຄົນ​ທີ່​
ດີ​ເລີດ​ຫຼາຍ
. ພວກເຂົາ​ເຈົ້າເຮັດທຸກຢ່າງໄດ້ດີ ພວກເຂົາ​ເຈົ້າງາມຫຼາຍ ພວກເຂົາ
ເຈົ້າ
ບໍ່ມີບັນຫາຫຍັງເລີຍ. ສຸດທ້າຍແລ້ວ ສິ່ງທີ່ເກີດຂຶ້ນ ກໍຄືພວກເຮົາບໍ່ເຫັນວ່າ ມີບັນຫາຫຍັງ​ແດ່ ຢູ່​ທາງ​ຫຼັງດ້ານໜ້ານັ້ນ.”

ເພື່ອທີ່ຈະທັບມ້າງ​ເອກະລັກ​ແບບຕີລວດກວດພຽງນັ້ນ ນາງ Wong ພິຈາລະນາ​ເບິ່ງ
ບັນຫາຂອງສຸຂະພາບຈິດ ໂຣກຊຶມເສົ້າ ແລະການຂ້າ ຕົວຕາຍ ໃນບັນດາພວກຜູ້ຍິງ
ເອເຊຍອາເມຣິກັນ ຢູ່ໃນລະຄອນ​ເລື້ອງ​ນຶ່ງ​ທີ່​ນາງ​ຈັດສະແດງ. ນັກບັນລະຍາຍວິຊາ
ສຶກສາກ່ຽວກັບຊາວເອເຊຍ ອາເມຣິກັນ ທ່ານນາງ Genevieve Erin O’Brien
ກ່າວວ່າ ຫຼາຍໆ ຄົນອາດບໍ່​ໄດ້ຮັບຄວາມຊ່ວຍເຫຼືອ ທີ່ພວກເຂົາ​ເຈົ້າຕ້ອງການ.

ທ່ານນາງ O’Brien ​ເວົ້າ​ວ່າ: “ຄົນເອເຊຍອາເມຣິກັນ ມີຄວາມຫຼາກຫຼາຍທາງ
ດ້ານວັດທະນະທຳ ຫລື​ບໍ່​ກໍມີສອງວັດທະນະທຳ ທີ່ພົວພັນກັບ ເອກະລັກຂອງ
ພວກເຂົາ​ເຈົ້າ. ແລະ​ເພາະສະ​ນັ້ນ ຈຶ່ງ​ມີ​ຢູ່​ເລື້ອຍໆກໍລະນີທີ່​ວ່າ ເຖິງແມ່ນວ່າ
ຄົນໆນຶ່ງຈະເປັນຊາວຍີ່ປຸ່ນອາເມຣິກັນລຸ້ນທີ 4 ​ແລ້ວ ​ກໍ​ຕາມ ຄົນໆ​ນັ້ນ​ກໍ​ອາດ
​ຈະ​ຍັງມີສ່ວນກ່ຽວຂ້ອງ​ແບບ​ຫ່າງໆ ກັບບັນຫາສຸຂະ​ພາບຈິດຢູ່ ຊຶ່ງ​ຖືກ​ເບິ່ງ
ເຫັນວ່າ ເປັນມົນທິນຢູ່.”


ຜ່ານການສະແດງຕ່າງໆ ແລະບົດຂຽນຕ່າງໆ ຂອງ​ນາງນັ້ນ​ Kristina Wong ຢາກ
ລົບລ້າງ ຄວາມເຂົ້າໃຈທົ່ວໄປຕ່າງໆ ຮວມທັງ​ຄວາມ​ເຂົ້າໃຈທີ່ພາໃຫ້ພວກຜູ້ຊາຍ ທີ່
ບໍ່ແມ່ນຄົນເອເຊຍ ພາກັນຊອກຫາຜູ້ຍິງເອເຊຍໂດຍສະເພາະ.

ນາງ Wong ເວົ້າວ່າ: “ຂ້ອຍບໍ່ມັກຄວາມຄິດທີ່ວ່າເຊື້ອຊາດຖືກລົດລະດັບລົງມາ
ເປັນແຕ່ພຽງຄວາມງາມຈາກສາຍຕາ.”


ແຕ່ກໍບໍ່ແມ່ນໝົດທຸກຄົນ ທີ່ຄິດວ່າ​ເລື້ອງນີ້ແມ່ນບັນຫາ.

ຜູ້ຍິງຄົນນີ້​ເວົ້າວ່າ “ຖ້າວ່ານັ້ນມັນແມ່ນສິ່ງທີ່ດຶງດູດເຈົ້າ ເຈົ້າກໍບໍ່ສາມາດ ຢຸດຢັ້ງ
ມັນໄດ້.”


ສ່ວນຜູ້ຊາຍຄົນນີ້ກ່າວວ່າ “ເອີ ຂ້ອຍຄິດວ່າ ຕາບ​ໃດ​ທີ່ຄວາມມັກດ້ານ ເຊື້ອຊາດ ຫຼືຊົນເຜົ່າຂອງແຕ່ລະຄົນ ບໍ່ສະແດງອອກມາໃນທາງທີ່ສ້າງ ຄວາມເສຍຫາຍ
ຄື​ໃນ​ຮູບຂອງການປະພຶດທີ່ບໍ່ເາະສົມຕໍ່ຄົນອື່ນແລ້ວ ຂ້ອຍກໍບໍ່ເຫັນວ່າມັນ
ເປັນບັນຫາ
ຫຍັງ.”

ແຕ່ Genevieve Erin O’Brien ກ່າວວ່າ ສຳລັບຜູ້ຊາຍບາງຄົນນັ້ນ ມັນບໍ່ແມ່ນຄວາມ
ຊົມຊອບແບບທຳມະດາ.

ທ່ານນາງ O’Brien ເວົ້າວ່າ ພວກເຂົາເຈົ້າຄາດໝາຍໃຫ້ ຜູ້ຍິງເອເຊຍອາເມຣິກັນ
ຕ້ອງ
ມີຄຸນນະພາບເປັນສາວບໍລິສຸດ ແຕ່ໃນເວລາ ດຽວກັນກໍຕ້ອງມີຄວາມຕ້ອງ
ການທາງເພດສູງ.”


ນັກສະແດງ Kristina Wong ກ່າວວ່າ ການປັບປ່ຽນແນວຄິດແບບ ຕີລວດກວດພຽງ
ພວກນີ້ ບໍ່ວ່າຈະຢູ່ໃນຫ້ອງຮຽນ ຫຼືຢູ່ເທິງເວທີກໍດີ ແມ່ນເປັນການສຳຄັນ ທີ່ຈະຕ້ອງໄດ້
ສົນທະນາກັນຢ່າງເປີດເຜີຍ ເພື່ອທີ່ຈະສາມາດແກ້ໄຂຄວາມເຂົ້າໃຈຜິດໆນັ້ນ ໃຫ້ຖືກໄດ້.

ເບິ່ງວີດີໂອ ພາສາລາວ ກ່ຽວກັບຊາວເອເຊຍ-ອາເມຣິກັນ:
XS
SM
MD
LG