ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມອາເມຣິກັນ ເຊື້ອສາຍ ເອເຊຍ ໄດ້ຮັບລາຍງານເກືອບ 3,800 ຄັ້ງ ກ່ຽວກັບ ຄວາມຄຽດຊັງ ແລະ ການລຳອຽງ


 ນາງ ດອນ ຈຶງ ແລະ ນາງ ວິກຕໍເຣຍ ໂດ ຕົບມື ແລະ ຮ້ອງເຊຍ ໃນຂະນະທີ່ລາວຟັງ ຜູ້ບັນຍາຍເວົ້າ ໃນລະຫວ່າງການປະທ້ວງກໍ່ອາຊະຍາກຳຕໍ່ຕ້ານຄົນເອເຊຍ ຢູ່ສວນສາທາລະນະ ຮິງ ເຮ ໃນຄຸ້ມເມືອງຈີນສາກົນ, ນະຄອນ ຊີອາໂຕ, ລັດວໍຊິງຕັນ. 13 ມີນາ, 2021.
ນາງ ດອນ ຈຶງ ແລະ ນາງ ວິກຕໍເຣຍ ໂດ ຕົບມື ແລະ ຮ້ອງເຊຍ ໃນຂະນະທີ່ລາວຟັງ ຜູ້ບັນຍາຍເວົ້າ ໃນລະຫວ່າງການປະທ້ວງກໍ່ອາຊະຍາກຳຕໍ່ຕ້ານຄົນເອເຊຍ ຢູ່ສວນສາທາລະນະ ຮິງ ເຮ ໃນຄຸ້ມເມືອງຈີນສາກົນ, ນະຄອນ ຊີອາໂຕ, ລັດວໍຊິງຕັນ. 13 ມີນາ, 2021.

ໃນເມືອງ ບຣຸກລິນ ລັດ ນິວຢອກ, ຜູ້ຊາຍຜິວຂາວຄົນນຶ່ງໄດ້ຜິວປາກໃສ່ແມ່ຍິງ ອາເມຣິກັນເຊື້ອ ສາຍເອເຊຍຄົນນຶ່ງ ແລະ ໄດ້ຍ່າງຕາມລາວໄປໃນຖະໜົນດ້ວຍການຮ້ອງຄຳເວົ້າຈຳແນກເຊື້ອຊາດຜິວພັນທີ່ຫຍາບຄາຍ ແລະ ຄຳເວົ້າເສື່ອມເສຍທາງເພດ.

ໃນນະຄອນຫຼວງ ວໍຊິງຕັນ, ຜູ້ຊາຍຄົນນຶ່ງໄດ້ຊົກຫຼັງຂອງແມ່ຍິງເອເຊຍຄົນນຶ່ງຢູ່ສະຖານີລົດໄຟໃຕ້ ດິນ, ໂດຍຮ້ອງຄຳຫຍາບຄາຍຈຳແນກເຊື້ອຊາດຜິວພັນ ແລະ ໃຊ້ກຳລັງຂົ່ມຂູ່ນາງ ແລະ ແຟນຂອງລາວ.

ໃນນະຄອນ ລາສ ເວກັສ, ຄົນຂັບລົດບໍລິການຄົນນຶ່ງໄດ້ບອກຜູ້ໂດຍສານຄົນເອເຊຍຂອງລາວວ່າ, “ຕາຍລະ, ຄົນເອເຊຍຂີ່ກັບຂ້ອຍອີກແລ້ວມື້ນີ້. ຂ້ອຍຫວັງວ່າເຈົ້າບໍ່ມີໂຄວິດ.”

ເຫດການທັງສາມດັ່ງກ່າວ ແມ່ນລວມຢູ່ໃນການລາຍງານໂດຍກົງເກືອບ 3,800 ຄັ້ງ ກ່ຽວກັບ ຄວາມຄຽດຊັງຕໍ່ຕ້ານຄົນເອເຊຍ ແລະ ການລະເມີດທີ່ພັນທະມິດສະໜັບສະໜູນກຸ່ມນຶ່ງໄດ້ບັນທຶກ ນັບຕັ້ງແຕ່ຕອນເລີ່ມຕົ້ນຂອງໂຣກລະບາດ COVID-19 ເມື່ອນຶ່ງປີທີ່ຜ່ານມາ. ໂຣກດັ່ງກ່າວໄດ້ມີຕົ້ນກຳເນີດໃນປະເທດຈີນ.

ໃນລາຍງານສະບັບໃໝ່ທີ່ຖືກເປີດເຜີຍໃນວັນອັງຄານວານນີ້, ກຸ່ມ Stop AAPI Hate ໄດ້ກ່າວວ່າ ເຂົາເຈົ້າໄດ້ບັນທຶກເຫດການຄວາມຄຽດຊັງຕໍ່ຕ້ານຄົນເອເຊຍ 3,795 ຄັ້ງໃນລະຫວ່າງ ວັນທີ 19 ມີນາ 2020 ບໍ່ດົນຫຼັງຈາກ COVID-19 ຖືກປະກາດ ເປັນໂຣກລະບາດ ແລະ ວັນທີ 28 ກຸມພາ 2021. ຫຼາຍກວ່າ 500 ເຫດການໄດ້ຖືກບັນທຶກໃນປີ 2021.

ກຸ່ມດັ່ງກ່າວໄດ້ເວົ້າໃນຖະແຫຼງການສະບັບນຶ່ງວ່າ “ຕົວເລກຂອງເຫດການຄວາມຄຽດຊັງທີ່ຖືກລາຍ ງານຕໍ່ສູນກາງຂອງພວກເຮົາໄດ້ສະແດງໃຫ້ເຫັນສ່ວນນຶ່ງຂອງຕົວເລກ ກ່ຽວກັບເຫດການຄວາມຄຽດຊັງທີ່ໄດ້ເກີດຂຶ້ນຢ່າງແທ້ຈິງ, ແຕ່ມັນໄດ້ສະແດງໃຫ້ເຫັນວ່າ ຄົນອາເມຣິກັນເຊື້ອສາຍເອເຊຍ ແມ່ນມີຄວາມສ່ຽງຕໍ່ການຈຳແນກເຊື້ອຊາດຜິວພັນແນວໃດ.”

ການໃຊ້ຄຳເວົ້າຮາວີລົບກວນ ແລະ ການລັງກຽດປະກອບເປັນ 68.1 ເປີເຊັນ ແລະ 20.5 ເປີເຊັນຂອງເຫດການດັ່ງກ່າວຕາມລຳດັບ. ການທຳຮ້າຍຮ່າງກາຍປະກອບມີ 11.1 ເປີເຊັນຂອງເຫດການທັງໝົດ. ກຸ່ມ Stop AAPI Hate ໄດ້ ຖືກຕັ້ງຂຶ້ນນຶ່ງປີທີ່ຜ່ານມາໂດຍພັນທະມິດຂອງກຸ່ມສະໜັບສະ ໜູນອາເມຣິກັນເຊື້ອ ສາຍເອເຊຍສອງກຸ່ມ ແລະ ພາກວິຊານຶ່ງຂອງມະຫາວິທະຍາໄລເພື່ອຊ່ວຍຄົນ ອາເມຣິກັນເຊື້ອສາຍເອເຊຍລາຍງານເຫດການຄວາມຄຽດຊັງໃນລະຫວ່າງໂຣກລະບາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG