ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວ​ອາ​ເມຣິກັນ​ ເຊື້ອສາຍເອ​ເຊຍ ກ່າວຫາ ບາງມະຫາວິຍາໄລ Ivy League ກີດກັນເລື້ອງເຊື້ອຊາດ


ພວກນັກສຶກສາ ທີ່ມະຫະວິທະຍາໄລ Yale ໃນເມືອງ New Haven ລັດ Connecticut, 12 ພະຈິກ, 2015.
ພວກນັກສຶກສາ ທີ່ມະຫະວິທະຍາໄລ Yale ໃນເມືອງ New Haven ລັດ Connecticut, 12 ພະຈິກ, 2015.

ແນວ​ໂຮມ​ຂອງ​ຊາວ​ອາ​ເມຣິກັນ​ເຊື້ອສາຍເອ​ເຊຍ ຫຼາຍ​ກວ່າ 100 ກຸ່ມ ​ໄດ້​ຮຽກຮ້ອງ​ໃຫ້ 2 ​ພະ​ແນ​ກການ​ລັດຖະບານ​ການກາງສືບສວນສອບ​ສວນ 3 ມະຫາວິທະຍາ​ໄລ​ໂດ່​ງດັງ​ຂອງ ສະຫະລັດທີ່​ເອີ້ນ​ວ່າ Ivy League ທີ່​ກີດ​ກັບ​ການ​ຮັບ​ເອົາ​ນັກ​ສຶກສາອາ​ເມຣິກັນ​ເຊື້ອສາຍ ​ເອ​ເຊຍ ​ໃນ​ຂັ້ນ​ຕອນ​ການ​ບັນຈຸ​ເປັນ​ນັກ​ສຶກສາ​ນັ້ນ.

​ແນວ​ໂຮມ​ຂອງ​ຊາວ​ອ​າ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ​ເພື່ອ​ການ​ສຶກສາ​ໄດ້​ສົ່ງເອກ​ກະສາ​ນຮ້ອງ ທຸກໄປເຖິງພະ​ແນ​ກສິດທິ​ມະນຸດ​ຂອງ​ກະຊວງ​ສຶກສາ ​ແລະ​ກະຊວງ​ຍຸຕິ​ທຳ​ສະຫະລັດຮຽກ ຮ້ອງ​ໃຫ້​ທຳ​ການ​ສືບສວນສອບ​ສວນ ມະຫາວິທະຍາ​ໄລ Brown, Dartmouth College ​ແລະມະຫາວິທະຍາ​ໄລ Yale.

ຂໍ້ຄວາມ​ໃນ​ການ​ຮ້ອງທຸກ​ນີ້​ແມ່ນ​ກ່າວ​ຫາວ່າ ຈຳນວນ​ເປີ​ເຊັນ​ຂອງ​ນັກສຶກສາ​ອາ​ເມຣິກັນ​ເຊື້ອ ສາຍ​ເອ​ເຊຍ ​ຂອງມະຫາວິທະຍາ​ໄລ Yale ນັ້ນ ​ແມ່ນ​ບໍ່​ໄດ້​ປ່ຽນ​ແປງ​ໃນ​ຮອບ 20 ປີ ຜ່ານ​ມາ ​ແລະສຳຫຼັບ Dartmouth College ແມ່ນ​ພາຍ​ໃນຮອບ 10 ປີ ຜ່ານ​ມາ ​ເພາະຍ້ອນໂຄ​ຕ້າ ດ້ານ​ຜິວ​ພັນ ​ແລະຂອບ​ເຂດ​ຈຳກັດ​ ທີ່​ໄດ້​ສາງ​ຄວາມ​ເສຍ​ຫາຍຮ້າຍ​ແຮງຕໍ່​ພວກ​ນັກ​ສຶກສາ ອ​າ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ.

​ແນວ​ໂຮມ​ກ່າວ​ວ່າ ຈຳນວນ​ເປີ​ເຊັນ​ຍັງ​ບໍ່​ຂະຫຍັບຂະຫຍາຍ​ເລີຍ ​ເຖິງ​ແມ່ນ​ວ່າ​ຈຳນວນ​ຂອງ​ນັກ​ສຶກສາ​ທີ່​ມີ​ຄຸນສົມບັດ​ທີ່​ສາມາດ​ເຂົ້າ​ຮຽນ​ໃນ​ສະ​ຖາ​ບັນ​ນີ້​ໄດ້​ມີ “ເພີ້ມຂຶ້ນ​ຢ່າງ​ຫລວງ ຫຼາຍ” ​ໃນ​ຮອບ 2 ທົດ​ສະ​ວັດກໍຕາມ.

​ແນວ​ໂຮມ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ຕ້ອງການ​ໃຫ້​ຫ້ອງການ​ລັດຖະບານ​ກາງ​ທີ່​ກ່າວ​ມາ​ນີ້ ກຳກັບ​ໃຫ້​ສະ​ຖາ​ບັນທີ່​ກ່າວ​ມາ ​ໃຫ້​ທຳ​ການ​ຍົກ​ເລີກ​ກົດ​ລະບຽບ​ນີ້ ​ແລະ​ໃຫ້​ທຳ​ການ​ຮັບ​ເອົາ​ພວກ​ທີ່​ມາສະ​ມັກ​ນັ້ນ ຕາມ​ຄວາມ​ຮູ້​ຄວາມ​ສາມາດຂອງ​ພວກ​ກ່ຽວ.

​ໃນ​ການ​ຕອບ​ຮັບ​ຕໍ່​ການ​ຮ້ອງ​ທຸກນີ້ ມະຫາວິທະຍາ​ໄລ Yale ກ່າວ​ວ່າ ການ​ມີ​ຄະ​ແນນ​ສູງ​ນັ້ນ “​ບໍ່​ແມ່ນ​ສິ່ງ​ດຽວ​ທີ່​ຈະ​ເປັນ​ເຄື່ອງ​ຕັດສິນ​ໃນ​ການ​ຮັບ​ເຂົ້າມາ​ສຶກສາ​ໃນສະ​ຖາ​ບັນ​ຂອງ​ຕົນ” ສ່ວນ Dartmouth College ກ່າວ​ອະ​ທິ​ບາຍ​ວ່າ “ຕົນ​ນັ້ນ​ໄດ້​ພິຈາລະນາທັງ​ໝົດ​ໃນ​ການ​ເປັນ​ຜູ້ຄົນ ​ເວລາ​ກວດ​ສອບ​ແລະ​ພິຈາລະນາ​ຮັບ​ເອົາ​ນັກ​ສຶກສາ​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG