ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານໂລກ ເຕືອນເຂດເອເຊຍ


ສຳນັກງານໃຫຍ່ ຂອງທະນາຄານໂລກ ທີ່ກຸງວໍຊິງຕັນ
ສຳນັກງານໃຫຍ່ ຂອງທະນາຄານໂລກ ທີ່ກຸງວໍຊິງຕັນ

ທະນາຄານໂລກເຕືອນບັນດາປະເທດໃນເຂດເອເຊຍວ່າ
ການຫຼັ່ງໄຫຼເພີ້ມຂຶ້ນຂອງເງິນທຶນຕ່າງປະເທດເຂົ້າໄປໃນ
ຂົງເຂດ ພາໃຫ້ຄ່າຂອງເງິນຕາປະເທດເຫຼົ່ານີ້ ແຂງຂຶ້ນ
ແລະເຮັດໃຫ້ສິນຄ້າສົ່ງອອກມີບັນຫາໃນການແຂ່ງຂັນກັບ
ປະເທດອື່ນໆ.

ໃນລາຍງານສະບັບໃໝ່ທີ່ນຳອອກເຜີຍແຜ່ໃນວັນອັງຄານ
ມື້ນີ້ ທະນາຄານໂລກໄດ້ຫຼຸດການພະຍາກອນ ກ່ຽວກັບ
ການເຕີບໂຕຂອງເສດຖະກິດໃນຂົງເຂດ​ເອເຊຍລົງ ສໍາລັບ
ປີໜ້າ ແລະໄດ້ເຕືອນ​ໃຫ້​ລະວັງກ່ຽວກັບສະພາບການຟອງ
ສະບູ່ດ້ານການເງິນຄັ້ງໃໝ່ ຄ້າຍຄືກັນກັບອັນທີ່​ໄດ້ກໍ່ໃຫ້ ເກີດວິກິດການໆເງິນເອເຊຍ ໃນປີ 1997 ນັ້ນ.

ທະນາຄານໂລກທຳນາຍວ່າ ເສດຖະກິດຈະເຕີບໂຕຂຶ້ນ
7.8% ໃນປີໜ້າ ສໍາລັບບັນດາປະເທດທີ່ກຳລັງພັດທະນາ
ຢູ່ໃນເອເຊຍຕາເວັນອອກ ຫຼຸດລົງຈາກ 8.9% ທີ່​ໄດ້​ທໍາ
ນາຍໄວ້ສໍາລັບປີນີ້. ລາຍງານເວົ້າວ່າ ມາຮອດປັດຈຸບັນ
ການແຂງຄ່າຂຶ້ນຂອງເງິນຕາຕ່າງໆ ຍັງບໍ່ທັນເຮັດໃຫ້ການຟື້ນໂຕຄືນຂອງເສດຖະກິດ ມີບັນ
ຫາເທື່ອ ແຕ່ການແຂງໂຕເພີ້ມຂຶ້ນອາດຈະພາໃຫ້ເປັນອັນຕະລາຍໄດ້ ​ແລະ​ຄວນ​ລະມັດ ລະວັງ.

ໃນໄລຍະສອງສາມອາທິດຜ່ານມານີ້ ຫຼາຍໆປະເທດໃນເຂດເອເຊຍ ໄດ້ເຂົ້າແຊກແຊງ
ເພື່ອເຮັດໃຫ້ຄ່າເງິນຕາຂອງຕົນອ່ອນລົງ ຊຶ່ງພາໃຫ້ມີຄວາມຢ້ານກົວວ່າຈະເກີດສົງຄາມ
ເງິນຕາຂຶ້ນ.

XS
SM
MD
LG