ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ເອເຊຍ ຈະນໍາໜ້າ ໃນການຟື້ນໂຕຄືນ ຂອງເສດຖະກິດ ປີ 2013


ເສດຖະກິດຂອງຈີນ
ເສດຖະກິດຂອງຈີນ
ອົງການກອງທືນສາກົນ ຫລື IMF ກ່າວ​ວ່າ ​ໂດຍ​ທົ່ວໄປ​ແລ້ວ ​
ເສດ​ຖະກິດ​ຂອງ​ເອ​ເຊຍ ຈະ​ນໍາພາ​ການ​ຟື້ນ​ຄືນ​ຂອງ​ເສດຖະ
ກິດ​ປີ 2013.

ຢູ່​ໃນ​ການ​ສັງ​ເກດລ່ວງໜ້າທາງ​ດ້ານເສດຖະກິດ (ທີ່​ມີ​ຫົວ​ເລື່ອງ
ວ່າ “ການ​ສັງ​ເກດ​ລ່ວງ​ໜ້າເສດຖະກິດຂົງ​ເຂດ: ການ​ສ່ຽງຕໍ່​ການ​
ປ່ຽນແປງ ພື້ນຖານໃໝ່​ຂອງການ​ເຕີບ​ໂຕຂອງ​ເສດຖະກິດ​ໃນ​ເອ​
ເຊຍ​ປາຊິ​ຟິກ ນັ້ນ ອົງການ IMF ທຳນາຍວ່າ ​ເສດຖະກິດເອ​ເຊຍ
ຈະ​ເຕີບ​ໂຕ​ຂື້ນ 5.7 ​ເປີ​ເຊັນ​ໃນ​ປີ​ນີ້ ຊຶ່ງ​ເປັນ​ແຮງ​ພັກ​ດັນ ​ໂດຍ​ການສືບ​ຕໍ່ຮຽກຮ້ອງຜະລິດ​ຕະພັນ​ທ້ອງ​ຖິ່ນ ​ແລະໃຫ້ອັດຕາ​ຫວ່າງ​ງານ​ຕໍ່າ.

​ອົງການ​ດັ່ງກ່າວເວົ້າ​ວ່າ ນະ​ໂຍບາຍຮຽກຮ້ອງ​ຕ້ອງການ​ຈາກ​ຈີນ ​ແລະ​ຍີ່​ປຸ່ນຄວນ​ເປັນສິ່ງ
ກະ​ຕູ້ນຊຸກຍູ້ຢູ່​ໃນ​ຂົງ​ເຂດ. ​ແຕ່ ​ກໍໄດ້ກ່າວ​ວ່າ ການລ້າ​ຊ້າ​ທີ່​ບໍ່​ໄດ້​ຄາດໝາຍ​ໃນ​ຈີນ ​ແລະ​
ຜົນທີ່​ໜ້ອຍ​ກວ່າ​ຄິດໄວ້ ຈາກ​ນະ​ໂຍບາຍ​ກະ​ຕຸ້ນ​ຈາກ​ຍີ່ປຸ່່ນ ອາດ​ຈະ​ເຮັດ​ໃຫ້ການ​ຟື້ນ​ຄືນ
ຕົກ​ຢູ່ໃນ​ຂັ້ນ​ສ່ຽງ ​ໄປພ້ອມໆ​ກັບ​ການຖືກ​ລົບ​ກວນໂດຍ ​ໄພ​ທໍາທະ​ຊາດ ຫຼື​ຄວາມ​ເຄັ່ງ​ຕຶງ
ທາງ​ດ້ານ​ພູມີ​ສາດການ​ເມືອງ.
XS
SM
MD
LG