ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຝຸ່ນ CONSON ມຸ່ງໜ້າສູ່ຫວຽດນາມ


ໄຕ້ຝຸ່ນ CONSON ໄດ້ອ່ອນກຳລັງລົງ ກາຍເປັນ ລົມພາຍຸເຂດຮ້ອນ ຂະໜາດແຮງ ແລະພວມມຸ່ງໜ້າ ໄປສູ່ຫວຽດນາມ ໃນວັນເສົາມື້ນີ້ ຫຼັງຈາກ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ 2 ຄົນ ທີ່ເກາະໄຮນັງ ໃນພາກໃຕ້ ຂອງຈີນ ແລະອີກ 53 ຄົນ ເສຍຊີວິດ ທີ່ປະເທດ ຟີລິບປິນ.

ອົງການຂ່າວຊິນຫົວ ຂອງທາງການຈີນ ລາຍງານວ່າ ໄຕ້ຝຸ່ນ CONSON ໄດ້ເຮັດໃຫ້ ເຮືອຂອງຫວຽດນາມ ຫຼາຍໆລຳຫຼົ້ມ ໃນເຂດທະເລຈີນໃຕ້. ມີການພະຍາກອນວ່າ ລົມພາຍຸຫົວນີ້ ຈະພັດຂ້າມ ອ່າວຕົງແກັງ ແລະເຂົ້າປະທະ ຫວຽດນາມ ໃນຕອນແລງ ຂອງວັນເສົາມື້ນີ້ ທາງກໍ້າຕາເວັນອອກ ສຽງໃຕ້ ຂອງນະຄອນຫຼວງ ຮາໂນ່ຍ.

ອົງການຂ່າວຊິນຫົວ ເວົ້າວ່າ ປ້າຍໂຄສະນາ ໄດ້ຫັກລົງມາ ທັບຍາມຄົນນຶ່ງຕາຍ ແລະ ຄົນຂີ່ລົດຖີບຜູ້ນຶ່ງ ເສຍຊີວິດ ໃນເຫດຮ້າຍ ທີ່ເກີດຂຶ້ນ ໃກ້ໆເມືອງ SANYA ເທິງເກາະໄຮນັງ ໃນຄືນວັນສຸກ ວານນີ້.

ເຈົ້າໜ້າທີ່ ກ່າວວ່າ ໄຕ້ຝຸ່ນ CONSON ໄດ້ພັດເຂົ້າຖະຫຼົ່ມ ເກາະໄຮນັງ ໃນຕອນແລງ ຂອງມື້ວານນີ້ ທີ່ເມືອງ SANYA ໂດຍມີລົມແຮງ 120 ກວ່າກິໂລແມັດ ຕໍ່ຊົ່ວໂມງ ໃນຕອນ ພັດເຂົ້າປະທະ.

XS
SM
MD
LG