ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມໄຕ້ຝຸ່ນ ຈະພັດປະທະ ພາກໃຕ້ຈີນ ແລະຫວຽດນາມ


ພາກໃຕ້ຂອງຈີນ ແລະຫວຽດນາມ ພວມກຽມຮັບມື ກັບລົມແຮງ ແລະຝົນຕົກໜັກ ຂະນະທີ່ ລົມພາຍຸໄຕ້ຝຸ່ນ CONSON ພວມມຸ່ງໜ້າ ໄປຍັງເຂດດັ່ງກ່າວ.

ລົມໄຕ້ຝຸ່ນ CONSON ທີ່ເຮັດໃຫ້ ມີຜູ້ເສຍຊີວິດແລ້ວ 38 ຄົນ ທີ່ປະເທດຟີລິບປິນ ໃນຕົ້ນອາທິດນີ້ ໄດ້ທະວີ ຄວາມແຮງຂຶ້ນ ໃນໄລຍະ 6 ຊົ່ວໂມງຜ່ານມາ ຂະນະທີ່ພັດ ຢູ່ເທິງໜ້ານໍ້າ.

ສູນກາງເຕືອນໄພ ກ່ຽວກັບ ລົມພາຍຸໄຕ້ຝຸ່ນ ຂອງໜ່ວຍປະຕິບັດງານຮ່ວມ ລະຫວ່າງກອງທັບເຮືອ ແລະກອງທັບອາກາດ ສະຫະລັດ ທຳນາຍວ່າ ພາຍຸຫົວນີ້ ຈະພັດຜ່ານ ເກາະໄຮນັງ ໃນພາກໃຕ້ຂອງຈີນ ໃນວັນສຸກມື້ນີ້ ກ່ອນຈະພັດຂຶ້ນຝັ່ງ ທີ່ປະເທດ ຫວຽດນາມ ໃນເວລາຕໍ່ມາ ຂອງມື້ນີ້.

ພວກນັກພະຍາກອນອາກາດ ກ່າວວ່າ ຫຼັງຈາກນັ້ນ ລົມພາຍຸຫົວນີ້ ກໍຈະອ່ອນກຳລັງລົງ ຂະນະທີ່ພັດຜ່ານ ເຂດພູຜາປ່າດົງ ຂອງຫວຽດນາມ.

ຂະນະດຽວກັນ ຍັງມີ 47 ຄົນ ຫາຍສາບສູນ ຢູ່ທີ່ຟີລິບປິນ ຫຼັງຈາກລົມໃຕ້ຝຸ່ນ CONSON ໄດ້ພັດເຂົ້າຖະຫຼົ່ມ ແຕ່ໄຟຟ້າ ໄດ້ຮັບການສ້ອມແປງ ໃຫ້ມີໃຊ້ຄືນແລ້ວ ໃນສ່ວນໃຫຍ່ ຂອງນະຄອນຫຼວງ ມະນີລາ ແລະເຂດອ້ອມແອ້ມ. ການປະຕິບັດງານ ທີ່ສະໜາມບິນ ນາໆຊາດ ຂອງນະຄອນຫຼວງ ມະນີລາ ໄດ້ກັບຄືນ ເຂົ້າສູ່ສະພາບ ປົກກະຕິແລ້ວ.

XS
SM
MD
LG