ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖີໃນເຂດເອເຊຍປາຊີຟິກ


ເຂດເອເຊຍ-ປາຊີຟິກ
ເຂດເອເຊຍ-ປາຊີຟິກ

ຈໍາ​ນວນເສດຖີ ຢູ່ໃນເຂດເອເຊຍປາຊີຟິກ ໄດ້ເພີ້ມຂຶ້ນຢ່າງ ຫຼວງຫຼາຍເປັນ 3 ລ້ານຄົນໃນປີກາຍນີ້ແລະນັບເປັນເທື່ອ ທຳອິດ ທີ່ເຂດດັ່ງກ່າວ ມີຈຳນວນເສດຖີ ທໍ່ກັນກັບຢູໂຣບ.

ລາຍງານໃໝ່ສະບັບນຶ່ງ ຂອງບໍລິສັດຄຸ້ມຄອງ ຄວາມຮັ່ງມີ ຂອງໂລກ Merill Lynch ແລະບໍລິສັດທີ່ປຶກສາ Capge- mini ແຈ້ງວ່າ ຈຳນວນພວກທີ່ມີລາຍໄດ້ໃນລະດັບເສດຖີ ຢູ່ໃນເຂດເອເຊຍປາຊີຟິກໄດ້ເພີ້ມຂຶ້ນຫຼາຍກວ່າ 25% ໃນ ປີກາຍນີ້. ລາຍງານນີ້ ຕີ​ຄໍານິຍາມ​ ຂອງ​ເສດຖີເຫຼົ່ານີ້ວ່າ ເປັນຜູ້ມີຊັບສິນ ທີ່ລົງທຶນໄດ້ ຢ່າງນ້ອຍ 1 ລ້ານໂດລາ.

ລາຍງານເວົ້າວ່າ ຍີ່ປຸ່ນເປັນປະເທດທີ່ມີເສດຖີຫຼາຍທີ່ສຸດ ຢູ່ໃນຂົງເຂດ ຄືມີຫຼາຍກວ່າເຄິ່ງນຶ່ງຂອງຈຳນວນທັງໝົດ ຕິດຕາມໂດຍຈີນ ແລະອອສເຕຣເລຍ.

ຮົງກົງ ເປັນເຂດທີ່ມີເສດຖີເພີ້ມຂຶ້ນ ​ໃນຈໍານວນ​ສ່ວນຮ້ອຍທີ່ສູງທີ່ສຸດ ໃນປີກາຍນີ້ ຄື​ເພີ້​ມ ຂຶ້ນຫຼາຍກວ່າ 104%.

ແຕ່ການສຶກສານີ້ ທຳນາຍວ່າ ຈີນແລະອິນເດຍ ຈະເປັນແນວໜ້າໃນການເຕີບໂຕຂອງ ຂົງເຂດນີ້ ທີ່ມີທ່າທາງວ່າ ຈະລື່ນກາຍເສດຖະກິດຂອງໂລກ ໃນປີ 2010 ແລະ 2011.

ນັກວິເຄາະຄົນນຶ່ງ ຂອງບໍລິສັດ Capgemini ເວົ້າວ່າ ເຂດເອເຊຍປາຊີຟິກ ໄດ້ພິສູດໃຫ້ ເຫັນວ່າ ເປັນເຂດທີ່ສາມາດ ຟື້ນໂຕຄືນໄດ້​ໄວທີ່ສຸດ ຈາກການຊັກຊ້າລົງຂອງເສດຖະກິດ ໂລກ.

XS
SM
MD
LG