ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນພະຍາຍາມ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄຕ້ຝຸ່ນ


ປະຊາຊົນພາກັນຍ່າງລຸຍນໍ້າຖວ້ມ ທີ່ເກີດຈາກລົມໄຕ້ຝຸ່ນມາໄດ້ 4 ມື້
ແລ້ວໃນເມືອງ Calumpit ແຂວງ Bulacan ທາງທິດເໜືອກຸງມານີລາ.
ວັນທີ 2 ຕຸລາ 2011.
ປະຊາຊົນພາກັນຍ່າງລຸຍນໍ້າຖວ້ມ ທີ່ເກີດຈາກລົມໄຕ້ຝຸ່ນມາໄດ້ 4 ມື້ ແລ້ວໃນເມືອງ Calumpit ແຂວງ Bulacan ທາງທິດເໜືອກຸງມານີລາ. ວັນທີ 2 ຕຸລາ 2011.

ພວກ​ຊ່ອຍ​ກູ້​ໄພ​ກໍາລັງ​ພາກັນ​ຕໍ່ສູ້​ໃນ​ວັນ​ອາທິດ​ມື້​ນີ້ ເພື່ອພະຍາຍາມເຂົ້າ ​ໄປ​ໃຫ້​ເຖິງປະຊາ​ຄົມ​ຕ່າງໆ​ໃນບັນດາແຂວງ​ໃນ​ພາກ​ເໜືອຂອງ​ເກາະ​ໃຫຍ່ Luzon ທີ່​ໄດ້​ປະ​ສົບກັບ​ພາຍຸ​ໄຕ້​ຝຸ່ນ​ທີ່​ມີ​ຄວາມ​ແຮງ 2 ຫົວ​ໃນ​ສັບປະດາ​ທີ່ຜ່ານ​ມາ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ຢາຍ​ກັນອອກໄປ​ຕາມ​ຫົວ​ເມືອງ​ຕ່າງໆ​ທີ່​ຖືກ​ນໍ້າ​ຖ້ວມ​ທາງ​ກໍ້າ​ເໜືອ​ຂອງ​ນະຄອນຫລວງ​ມາ​ນີລາ​ ໂດຍ​ພາກັນໃຊ້ເຮືອ​ນ້ອຍໆ​ແລະລົດ​ບັນທຸກ​ເພື່ອເອົາເຂົ້າປາ​ອາຫານ​ແລະ​ນໍ້າ​ດື່ມ​ນໍ້າ​ໃຊ້​ໄປ​ແຈກ​ຢາຍ ​ແລະຮ້ອງ​ຂໍ​ໃຫ້​ພວກ​ຊາວບ້ານ​ທີ່ຍັງບໍ່​ຍອມ​ຍົກຍ້າຍໜີນັ້ນ ໃຫ້ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ຍັງ​ພາກັນ​ຕົກ​ຄ້າງ​ຢູ່​ເທິ​ງ ຫລັງ​ຄາ​ເຮືອນ ຫລັງ​ຈາກ​ເກີດ​ໄພ​ນໍ້າ​ຖ້ວມ​ທີ່ມາ​ຈາກລົມພາຍຸ​ໄຕ້​ຝຸ່ນ​ສອງ​ລູກ ທີ່ເລີ້ມ​ມາ​ຕັ້ງ​
ແຕ່​ວັນ​ອັງຄານ​ແລ້ວ​ນີ້​.

ພາຍຸ​ໄຕ້​ຝຸ່ນລູກ​ທີ​ສອງ ຊື່ Nalgae ​ໄດ້​ປະ​ທະ​ເກາະ​ໃຫຍ່ Luzon ​ໃນ​ວັນ​ເສົາວານ​ນີ້
ໂດຍ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ໜ້ອຍນຶ່ງຄົນ ຫລັງຈາກທີ່ລົມ​ໄຕ້​ຝຸ່ນ Nesat ​ໄດ້​ເອົາຊີວິດ​
ປະຊາຊົນ​ໄປ​ຢ່າງ​ໜ້ອຍ 52 ຄົນ​ແລະ​ເຮັດ​ໃຫ້​ປະຊາຊົນ​ຕື່ມອີກ​ປະມານ 30 ຄົນ​ຫາຍ​ສາບ​
ສູນ​ໄປ​ເວລາ​ພາຍຸ​ຫົວ​ນີ້ພັດ​ເຂົ້າປະ​ທະ​ເກາະ Luzon ​ໃນ​ວັນ​ອັງຄານ​ຜ່ານ​ມາ.

ເວລາ​ນີ້ ພວກ​ພະຍາກອນ​ອາກາດ​ກໍາລັງ​ຕິດຕາມ​ເບິ່ງ​ລົມພາຍຸ​ອີກ​ຫົວ​ນຶ່ງ ​ຊຶ່ງ​ກໍາລັງ​ກໍ່​ໂຕ​ຂຶ້ນ​ຢູ່​ນອກ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ເກາະລູຊອນ ​ແລະ​ສາມາດ​ພັດ​ເຂົ້າປະ​ທະ​ເຂດ​ເໜືອ​ຂອງ​ເກາະ ໃນ​ທ້າຍ​ສັບປະດາ​ນີ້​ກໍໄດ້.

ລົມ​ໄຕ້​ຝຸ່ນ Nalgae ​ໄດ້​ອອກ​ຈາກ​ຟີ​ລິບ​ປິນ​ໄປ ​ຫລັງ​ຈາກ​ພັດ​ຖະຫລົ່ມ​ຢູ່ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ ມຸ່ງ​ໜ້າ​ໄປ​ຍັງ​ທະ​ເລ​ຈີນ​ໃຕ້. ທາງ​ການ​ຈີນ​ກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າລົມພາຍຸ​ຫົວ​ນີ້​ ຈະ​ປະ​ທະຝັ່ງ​ແຂວງ​ກວາງຊີ​ ​ໃນ​ປະມານ ວັນ​ພຸດ​ຈະ​ມາ​ເຖິງ​ນີ້.

ປະຊາຊົນ 3 ຄົນ​ໃນ​ແຂວງ​ກວາງຊີ​ເສຍ​ຊີວິດ​ໃນ​ວັນ​ເສົາ​ວານ​ນີ້ ​ເວລາ​ເຮືອນ​ຂອງ​ເຂົາ​ເຈົ້າ​ພັງ​ລົງ​ທັບ ​ທ່າມກາງ​ຝົນຕົກ​ໜັກ​ຈາກ​ລົມ​ໄຕ້​ຝຸ່ນ Nesat ນັ້ນ. ຖະໜົນຫລວງ 5 ສາຍ​ໄດ້​ຖືກ​ຕັດຂາດ​ຍ້ອນ​ນໍ້າ​ຖ້ວມແລະ​ຍຸບ​ລົງ.

XS
SM
MD
LG