ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຝຸ່ນ Nalgae ພັດຖະຫຼົ່ມ ຟິລິບປິນ ໃນວັນເສົາມື້ນີ້


ຊາວຟີລິບປິນພາກັນລຸຍນໍ້າຖ້ວມຈາກໄຕ້ຝຸ່ນທີ່ພັດເຂົ້າຖະຫຼົ່ມຢູ່ທີ່ເມືອງ Calumpit ໃນແຂວງ Bulacan ທາງ ທິດເໜືອຂອງນະຄອນຫຼວງມະນີລາ (30 ກັນຍາ 2011)
ຊາວຟີລິບປິນພາກັນລຸຍນໍ້າຖ້ວມຈາກໄຕ້ຝຸ່ນທີ່ພັດເຂົ້າຖະຫຼົ່ມຢູ່ທີ່ເມືອງ Calumpit ໃນແຂວງ Bulacan ທາງ ທິດເໜືອຂອງນະຄອນຫຼວງມະນີລາ (30 ກັນຍາ 2011)

ລົມໄຕ້ຝຸ່ນ Nalgae ໄດ້ພັດເຂົ້າຖະຫຼົ່ມເກາະລູຊອນ ຊຶ່ງເປັນເກາະໃຫຍ່ທີ່ສຸດຂອງຟີລິບປິນ
ໃນວັນເສົາມື້ນີ້ ໂດຍໄດ້ສ້າງຄວາມທຸກທໍລະມານເພີ່ມຕື່ມໃຫ້ແກ່ຊາວຟີລິບປິນຈຳນວນຫຼາຍ
ກວ່າ 1 ລ້ານຄົນ ທີ່ຍັງຕົກຄ້າງ ຍ້ອນໄພນໍ້າຖ້ວມຈາກລົມໄຕ້ຝຸ່ນ Nesat ທີ່ໄດ້ສ້າງຄວາມ
ເສຍຫາຍໃຫ້ແກ່ເກາະລູຊອນ ໃນວັນອັງຄານຜ່ານມາ.

ໄຕ້ຝຸ່ນ Nalgae ໄດ້ພັດຂຶ້ນບົກໃນບໍລິເວນແຄມຝັ່ງທະເລທາງກໍ້າຕາເວັນອອກຂອງເກາະ
ລູຊອນໃນຕອນເຊົ້າຂອງວັນເສົາມື້ນີ້ພ້ອມດ້ວຍລົມແຮງ 160 ຫຼັກກິໂລແມັດຕໍ່ຊົ່ວໂມງແລະ ບາງຄັ້ງມີຄວາມແຮງທີ່ເປັນອັນຕະລາຍເຖິງ 195 ກິໂລແມັດຕໍ່ຊົ່ວໂມງ.

ລົມໄຕ້ຝຸ່ນຫົວນີ້ກໍພວມມຸ່ງໜ້າໄປຍັງທິດຕາເວັນຕົກຕາມເສັ້ນທາງທີ່ເກືອບຄ້າຍຄືກັນກັບ
ໄຕ້ຝຸ່ນ Nesat. ພວກເຈົ້າໜ້າທີ່ພະຍາກອນອາກາດເວົ້າວ່າ ໄຕ້ຝຸ່ນ Nalgae ຈະເຄື່ອນ ອອກສູ່ທະເລຈີນໃຕ້ໃນຕອນແລງຂອງວັນເສົາມື້ນີ້.

ມີຜູ້ເສຍຊີວິດຢ່າງນ້ອຍ 50 ຄົນແລະອີກ 31 ຄົນຍັງຫາຍສາບສູນຫຼັງຈາກໄຕ້ຝຸ່ນ Nesat
ພັດເຂົ້າຖະຫຼົ່ມ ຊຶ່ງພາຍຸດັ່ງກ່າວໄດ້ເຮັດໃຫ້ມີຕົ້ນໄມ້ຫັກ ແລະຟອງທະເລຂະໜາດໃຫຍ່ຊັດ
ເຂົ້າຖ້ວມຄູກັ້ນນໍ້າ ທີ່ນະຄອນຫຼວງມະນີລາ ເຮັດໃຫ້ເກີດນໍ້າຖ້ວມໂຮງໝໍແຫ່ງນຶ່ງ ທຸລະກິດ
ຫຼາຍໆບ່ອນ ແລະສະຖານທູດຂອງສະຫະລັດນຳດ້ວຍ.

ນອກນັ້ນ ຝົນຕົກໜັກຍັງໄດ້ພາໃຫ້ເກີດນໍ້າຖ້ວມໃນບໍລິເວນທີ່ກວ້າງຂວາງຊຶ່ງໃນບາງເຂດ
ນັ້ນຍັງບໍ່ທັນບົກລົງເທື່ອ.

XS
SM
MD
LG