ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸໄຕ້ຝຸ່ນ ຄຸກຄາມ ຍີ່ປຸ່ນ ແລະໄຕ້ຫວັນ


ຄວາມເສຍຫາຍຍ້ອນພາຍຸໄຕ້ຝຸ່ນ ຊຶ່ງມີລົມທີ່ມີຄວາມໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງ ທີ່ໄດ້ກະໜໍ່າໃສ່ເກາະ Okinawa ທີ່ຍີ່ປຸ່ນ
ຄວາມເສຍຫາຍຍ້ອນພາຍຸໄຕ້ຝຸ່ນ ຊຶ່ງມີລົມທີ່ມີຄວາມໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງ ທີ່ໄດ້ກະໜໍ່າໃສ່ເກາະ Okinawa ທີ່ຍີ່ປຸ່ນ
ພາຍຸໄຕ້ຝຸ່ນພະລັງແຮງຫົວນຶ່ງ ຊຶ່ງມີລົມທີ່ມີຄວາມໄວເຖິງ
200 ກິໂລແມັດຕໍ່ຊົ່ວໂມງ ກໍາລັງມຸ້ງໜ້າໄປຍັງເກາະ Okinawa
ທາງພາກໃຕ້ຂອງຍີ່ປຸ່ນ ໃນຂະນະທີ່ເກາະໄຕ້ຫວັນອາດປະເຊີນ ກັບພາຍຸໄຕ້ຝຸ່ນອີກຫົວນຶ່ງ ທີ່ໄດ້ກະໜໍ່າເກາະແຫ່ງນັ້ນ ມາເທື່ອ
ນຶ່ງແລ້ວ ໃນວັນສຸກຜ່ານມາ.

ອົງການພະຍາກອນອາກາດຂອງຍີ່ປຸ່ນເວົ້າໃນວັນເສົາມື້ວານນີ້ວ່າ
ລົມໄຕ້ຝຸ່ນໂບລາເວນຄາດວ່າ ຈະພັດກະໜໍ່າໃສ່ເກາະ Okinawa
ໃນວັນອາທິດມື້ນີ້ ຊຶ່ງຈະພາໃຫ້ເກີດຝົນຕົກໜັກເຖິງ 50 ຊັງຕີ
ແມັດ ແລະເຮັດໃຫ້ມີຄື້ນຟອງສູງເຖິງ 12 ແມັດ ຢູ່ໃນເຂດໝູ່ເກາະ
ແຫ່ງນັ້ນ. ໃນຂະນະທີ່ເລີ້ມມີການອະນາໄມ ຢູ່ເກາະໄຕ້ຫວັນ
ຫລັງຈາກຖືກໄຕ້ຝຸ່ນ Tembin ຖະຫລົ່ມ ໃນວັນສຸກຜ່ານມາ
ພວກພະຍາກອນອາກາດເຕືອນວ່າ ໄຕ້ຝຸ່ນຫົວນີ້ ອາດຈະຕ່າວ
ກັບຄືນມາຍັງໄຕ້ຫວັນ ແລະນໍາ ເອົາຝົນຕົກຕື່ມອີກ ມາເທໃສ່ເຂດກະສິກໍາຢູ່ທາງພາກໃຕ້ ຂອງເກາະດັ່ງກ່າວ. ເວລານີ້ ພາ ຍຸໄຕ້ຝຸ່ນຫົວນີ້ ໄດ້ອ່ອນກໍາລັງລົງມາເປັນພາຍຸເຂດຮ້ອນ.

ໄຕ້ຝຸ່ນ Tembin ໄດ້ປ່ອຍຝົນແຮງກະໜໍ່າລົງໃສ່ປາຍເກາະທາງກໍ້າໃຕ້ຂອງໄຕ້ຫວັນ ໃນວັນສຸກຜ່ານມາ. ມີການບັນລະຍາຍວ່າເປັນເປັນລົມພາຍຸ ທີ່ຮ້າຍແຮງທີ່ສຸດໃນຮອບ ດົນກ່ວານຶ່ງສັດຕະວັດ. ຝົນໄດ້ຖ້ວມເຂດປູກຝັງ ເຮັດໃຫ້ການຈາລະຈອນຢຸດສະງັກ ແລະເຮັດໃຫ້ນະຄອນຫລວງ ໄທເປ ທີ່ຕາມປົກກະຕິແລ້ວ ມີການສັນຈອນຄັບຄັ່ງນັ້ນ ກັບກາຍເປັນເມືອງຮ້າງໄປ.

XS
SM
MD
LG