ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພາຍຸໄຕ້ຝຸ່ນ Megi ອ່ອນຄວາມແຮງລົງ


ລົດບັສນັກທ່ອງທ່ຽວ ທີ່ຖືກຂີ້ຕົມເຈື່ອນທັບທີ່ເຈີ້ຍພູໃນໄຕ້ຫວັນ ຫລັງຈາກຝົນຕົກໜັກ ຍ້ອນພາຍຸ Megi, ວັນທີ 23 ຕຸລາ 2010.
ລົດບັສນັກທ່ອງທ່ຽວ ທີ່ຖືກຂີ້ຕົມເຈື່ອນທັບທີ່ເຈີ້ຍພູໃນໄຕ້ຫວັນ ຫລັງຈາກຝົນຕົກໜັກ ຍ້ອນພາຍຸ Megi, ວັນທີ 23 ຕຸລາ 2010.

ຝົນຕົກ​ໜັກໄດ້​ປະ​ທະ​ຝັ່ງ​ທະ​ເລ​ກໍ້າ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ຂະນະ​ທີ່​ລັດຖະບານ​ໄດ້​ລົດ​ລະດັບ​ຄວາມ​ແຮງ​ຂອງໄຕ້​ຝຸ່ນ Megi ລົ​ງມາ​ເປັນ​ພາຍຸ​ກົດ​ດັນ​ອາກາດ​ຕໍ່າເຂດ​ຮ້ອນ​.

ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 3 ​ແສນ​ຄົນ​ໄດ້​ຖືກ​ອົບ​ພະ ຍົບ​ອອກໄປ ຈາກ​ບ້ານ​ເຮືອນ ​ແລະ​ເວລາ​ນີ້ ທາງ​ການ​ຈີນ​ກໍາລັງ​ຈະ​ຕັດສິນ​ໃຈ​ວ່າ​ຈະເປັນ​ການ​ປອດ​ໄພ​ຫລື​ບໍ ຖ້າ​ຈະ​ສົ່ງ​ພວກ​ປະ​ຊາຊົນ​ເຫລົ່າ​ນີ້​ກັບ​ຄືນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ລົມ​ໄຕ້​ຝຸ່ນ Megi ​ໄດ້​ປະ​ທະ​ແຂວງ​ຟູ​ຈຽນ​ຂອງ​ຈີນ​ໃນ​ວັນ​ເສົາ​ວານ​ນີ້ຫລັງ​ຈາກ​ໄດ້​ພັດ​ຖະ​ຫລົ່ມ​ຟີ​ລິບ​ປິນ​ແລະ​ໄຕ​ຫວັນ​.

ພວກ​ພະນັກງານ​ຊ່ອຍ​ກູ້​ໄພ​ໃນ​ໄຕ​ຫວັນ​ ກໍາ​ລັງ​ທໍາ​ການ​ຊອກ​ຄົ້ນຢູ່ຕາມ​ເຈີ້ຍ​ພູ​ທີ່​ໄດ້​ມີ​ຂີ້​ຕົມ​ໄຫລ​ເຈື່ອນ​ລົງ​ມາ​ຢ່າງ​ຂະໜານ​ໃຫຍ່​ນັ້ນ ໄດ້​ພົບ​ເຫັນຊິ້ນ​ສ່ວນ​ຂອງ​ຍານພາຫະນະ​ຄັນ​ນຶ່ງ​ ຊຶ່ງ​ເຂົາ​ເຈົ້າຄຶດ​ວ່າ ​ແມ່ນ​ຊິ້ນ​ສ່ວນ​ຂອງ​ລົດ​ບັສຄັນ​ທີ່​ບັນທຸກ​ພວກ​ນັກ​ທ່ອງ​ທ່ຽວຈີນ 19 ຄົນ​ທີ່​ຫາຍ​ສາບສູນ​ໄປ​ນັ້ນ. ​ເວລາ​ນີ້ ຍັງບໍ່​ມີ​ຂ່າວ​ຄາວ​ກ່ຽວ​ກັບ​ຊະ​ຕາ​ກໍາ​ຂອງ​ພວກ​ຄົນ​ໂດຍສານໃນ​ລົດ​ບັສ​ຄັນ​ນັ້ນ.

ພວກ​ນັກ​ທ່ອງ​ທ່ຽວອີກ​ຈຸ​ນຶ່ງ​ໃນ​ລົດ​ບັສຄັນ​ທີ​ສອງ​ ທີ່​ໄດ້​ຖືກ​ກ້ອນ​ຫິນ​ໃຫຍ່​ຕົກລົງ​ມາທັບນັ້ນ ​ລອດຊີວິດ​ມາ​ໄດ້ ໂດຍ​ພາ​ກັບ​ທັບ​ປ່ອງຢ້ຽມ​ລົດ​ອອກມາ. ບັນດາ​ເຈົ້າ​ໜ້າ​ທີ່​ໄຕຫວັນ​ກ່າວ​ວ່າ ເວົ້າ​ລວມ​ແລ້ວ ປະຊາຊົນ​ຢ່າງ​ນ້ອຍ 23 ຄົນ​ຍັງ​ຊອກ​ຫາ​ບໍ່​ເຫັນ.

ກ່ອນ​ປະ​ທະ​ໄຕ້​ຫວັນນັ້ນ ​ໄຕ້ຝຸ່ນ Megi ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 28 ຄົນ​ໃນ​ຟີ​ລິບ​ປິນ. ເຈົ້າ​ໜ້າ​ທີ່​ກູ້​ໄພ​ຫາ​ຍະ​ນະ​ກ່າວ​ວ່າ ບ້ານເຮືອນ​ຫລາຍ​ກວ່າ 1 ​ແສນ​ຫລັງ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນພາຍຸລູກ​ນີ້ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາຄານ​ແລະ​ຜົນລະປູກ​ເປັນ​ມຸນ​ຄ່າ​ປະມານ 190 ລ້ານ​ໂດ​ລາ.

ລົມພາຍຸ​ອື່ນໆ​ອີກ​ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ສັບປະດາ​ຜ່ານ​ມາ​ນີ້ ​ໄດ້​ພາ​ໃຫ້​ເກີດ​ນໍ້າ​ຖ້ວມ​ຢ່າງ​ຂະໜານ​ໃຫຍ່. ອົງການ​ຂ່າວ AP ກ່າວ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ໄດ້​ເພີ່ມ​ເປັນ 75 ຄົນ​ໃນ​ຫວຽດນາມ​ແລະ 23 ຄົນ​ ທີ່​ໄທ.

XS
SM
MD
LG