ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີພຽງແຕ່ 10 ຄົນ ເສຍຊີວິດ ຍ້ອນໄຕ້ຝຸ່ນ Megi ທີ່ຟີລິບປິນ


ລົມໄຕ້ຝຸ່ນ Megi ພັດຜ່ານຟີລິບປິນ
ລົມໄຕ້ຝຸ່ນ Megi ພັດຜ່ານຟີລິບປິນ

ປະທານາທິບໍດີຟີລິບປິນ ທ່ານ Benigno Aquino
ກ່າວຍົກຍ້ອງການກະກຽມຢ່າງລະມັດລະວັງທີ່ພາໃຫ້ມີ
ຜູ້ເສຍຊີວິດຂ້ອນຂ້າງຕໍ່າແລະການຮັບມືສຸກເສີນໄດ້ຢ່າງ
ວ່ອງໄວ ລຸນຫຼັງທີ່ພາຍຸຂະໜາດແຮງໄດ້ພັດຜ່ານພາກ
ເໜືອຂອງປະເທດຟີລິບປິນແລະພວມມຸ່ງໜ້າໄປສູ່ຈີນ.

ໃນວັນອັງຄານມື້ນີ້ ເຈົ້າໜ້າທີ່ໃຫ້ການຢືນຢັນວ່າ ມີແຕ່
10 ຄົນທໍ່ນັ້ນເສຍຊີ ວິດຫຼັງຈາກໄຕ້ຝຸ່ນ Megi ໄດ້ພັດຖະ
ຫຼົ່ມບາງເຂດຂອງພາກເໜືອເກາະ Lu-zon ດ້ວຍລົມທີ່ມີ
ຄວາມແຮງເຖິງ 225 ກິໂລແມັດຕໍ່ຊົ່ວໂມງ. ໄຕ້ຝຸ່ນຫົວນີ້
ໄດ້ພາໃຫ້ຕົ້ນໄມ້ໂຄ່ນ ຫຼັງຄາເຮືອນເປີດແລະທຳລາຍເຂົ້າ ຊຶ່ງເປັນຜົນລະປູກ ທີ່ສຳຄັນ.

ແຕ່ແນວໃດກໍຕາມ ປະຊາຊົນຈຳນວນຫຼາຍພັນຄົນໄດ້ຖືກ
ຍ້າຍລ່ວງໜ້າໄປຢູ່ຕຶກອາຄານທີ່ປອດໄພແລະພວກກູ້ໄພ
ພ້ອມດ້ວຍເຄື່ອງບັນເທົາທຸກທີ່ຈຳເປັນ ໄດ້ຖືກສົ່ງໄປຍັງເຂດທີ່ສຳຄັນໆລ່ວງໜ້າແລ້ວ.

ເມື່ອບໍ່ເທົ່າໃດເດືອນຜ່ານມານີ້ ລົມໄຕ້ຝຸ່ນຫົວນຶ່ງໄດ້ສັງຫານຊາວຟີລິບປິນຫຼາຍ ກວ່າ 100 ຄົນເວລາລົມຫົວນີ້ປ່ຽນທິດທາງ ແລະພັດເຂົ້າຖະຫຼົ່ມນະຄອນຫຼວງມານີລາ. ທ່ານ Aquino ໄດ້ປົດຫົວໜ້າພະແນກພະຍາກອນອາກາດ ຫຼັງຈາກ ໄດ້ເກີດລົມພາຍຸທີ່ວ່ານີ້.

XS
SM
MD
LG