ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນທາງໄປ ເອເຊຍ ກໍ່ໃຫ້ມີສິ່ງທ້າທາຍ ຫຼາຍຢ່າງສຳລັບທ່ານ Tillerson


Asia Trip Poses Numerous Challenges for Tillerson
please wait

No media source currently available

0:00 0:02:17 0:00

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ທີ່ກຳລັງເດີນທາງຢ້ຽມ ຢາມປະເທດ ຍີ່ປຸ່ນ, ເກົາຫຼີໃຕ້ ຈີນ ໃນຖານະນັກການທູດລະດັບສູງ ສະຫະລັດ ເປັນຄັ້ງ ທຳອິດຂອງທ່ານໃນສັບປະດານີ້ແມ່ນຄາດວ່າ ຈະຂະຫຍາຍຄວາມພະຍາຍາມເພື່ອຫາ ທາງເລືອກໃໝ່ ສຳລັບການຮັບມືກັບ ເກົາຫຼີເໜືອ ແລະ ອາວຸດນິວເຄລຍ ແລະ ການຂົ່ມ
ຂູ່ທາງທະຫານທີ່ພວກເຂົາເຈົ້າໄດ້ເຮັດຕໍ່ພາກພື້ນ ແລະ ຕໍ່ໂລກທັງມວນ.

ການສະແດງທ່າທີຍຸແຍ່ຂອງ ພຽງຢາງ, ເຊັ່ນການຍິງລູກສອນໄຟຫຼາຍລູກລົງສູ່ທະເລ
ຍີ່ປຸ່ນ ໃນເດືອນນີ້, ໄດ້ສ້າງຄວາມຮຸນແຮງຫຼາຍ ເຊິ່ງ ວໍຊິງຕັນ ໄດ້ກ່າວວ່າ ພວກເຂົາເຈົ້າ “ກຳລັງຖອຍຫ່າງອອກຈາກ” ການພິຈາລະນາທາງເລືອກ ກ່ຽວກັບ ການປະຕິບັດຂໍ້ຜູກ ມັດໂດຍກົງກັບ ປະຊາຊົນ ເກົາຫຼີເໜືອ ແລະ ຜູ້ນຳໜຸ່ມຫຼາຍໃຈຂອງພວກເຂົາເຈົ້າ, ທ່ານ
ຄິມ ຈອງ ອຶນ.

ປັດໃຈອື່ນໆທີ່ເຮັດໃຫ້ການປຶກສາຫາລືຂອງທ່ານລັດຖະມົນຕີການຕ່າງປະເທດໃນ ໂຊລ
ແລະ ປັກກິ່ງ ມີຄວາມສັບສົນກໍແມ່ນ ສະຖານະພາບການເມືອງທີ່ມີຄວາມຊັບຊ້ອນໃນ
ເກົາຫຼີໃຕ້, ເຊິ່ງພວກເຂົາເຈົ້າຫາກໍຟ້ອງຮ້ອງປະທານາທິບໍດີຂອງພວກເຂົາເຈົ້າ, ແລະ ຄວາມບໍ່ພໍໃຈຂອງ ຈີນ ກ່ຽວກັບ ການສົ່ງລະບົບປ້ອງກັນລູກສອນໄຟຂອງ ສະຫະລັດ ໄປ ເກົາຫຼີໃຕ້ ນັ້ນ .

ຫຼັງຈາກການຍ້າຍອອກຈາກທຳນຽບສີຟ້າຂອງປະທານາທິບໍດີ ພາກ ກຶນ ເຮ ໃນນະຄອນ
ຫຼວງ ໂຊລ ແລ້ວ, ທ່ານ Tillerson ຈະພົບປະກັບປະທານາທິບໍດີຮັກສາການແທນຂອງ ເກົາຫຼີໃຕ້, ນາຍົກລັດຖະມົນຕີ ທ່ານ Hwang Kyo-ahn, ຜູ້ທີ່ໄດ້ຂໍໃຫ້ມີການເລືອກຕັ້ງ ໃໝ່ພາຍໃນ 60 ວັນຂ້າງໜ້າ.

ເຈົ້າໜ້າທີ່ອາວຸໂສຄົນໜຶ່ງຂອງກະຊວງການຕ່າງປະເທດ ໄດ້ກ່າວຕໍ່ບັນດານັກຂ່າວກ່ອນ ກອງປະຊຸມລາຍງານວ່າ ສະຫະລັດ ຈະສືບຕໍ່ເຮັດວຽກກັບທ່ານ Hwang ສຳລັບໄລຍະ
ການດຳລົງຕຳແໜ່ງທີ່ເຫຼືອຢູ່ຂອງທ່ານ Hwang, ແລະ ໄດ້ກ່າວເພີ່ມເຕີມວ່າ ທ່ານ
Tillerson ຈະບໍ່ພົບປະກັບພັກຝ່າຍຄ້ານໃນນະຄອນຫຼວງ ໂຊລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG