ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີໃຕ້, ຍີ່ປຸ່ນ, ຈີນ ຈັດການ ເຈລະຈາ ຄັ້ງທຳອິດ ໃນຮອບ 3 ປີ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye, ກາງ, ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ຊ້າຍ, ແລະ ປະທານປະເທດ ຈີນ ທ່ານ Li Keqiang ເຂົ້າຮ່ວມໃນ ກອງປະຊຸມສຸດຍອດທຸລະກິດໃນນະຄອນຫຼວງ ໂຊລ. 1 ພະຈິກ, 2015. ບັນດາຜູ້ນຳທັງສາມ ໄດ້ພົບປະກັນເປັນຄັ້ງທຳອິດໃນກອງປະຊຸມສຸດຍອດໃນເວລາຫຼາຍກວ່າ 3 ປີໃນຂະ ນະທີ່ມະຫາອຳນາດເອເຊຍຕາເວັນ
ອອກສຽງເໜືອ ດີ້ນຮົນເພື່ອຊອກຫາຄວາມ
ຄິດເຫັນຖ້າມກາງການຂັດແຍ້ງກັນກ່ຽວກັບ
ປະຫວັດສາດ ແລະ ການຂັດແຍ້ງເຂດແດນ.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye, ກາງ, ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ຊ້າຍ, ແລະ ປະທານປະເທດ ຈີນ ທ່ານ Li Keqiang ເຂົ້າຮ່ວມໃນ ກອງປະຊຸມສຸດຍອດທຸລະກິດໃນນະຄອນຫຼວງ ໂຊລ. 1 ພະຈິກ, 2015. ບັນດາຜູ້ນຳທັງສາມ ໄດ້ພົບປະກັນເປັນຄັ້ງທຳອິດໃນກອງປະຊຸມສຸດຍອດໃນເວລາຫຼາຍກວ່າ 3 ປີໃນຂະ ນະທີ່ມະຫາອຳນາດເອເຊຍຕາເວັນ ອອກສຽງເໜືອ ດີ້ນຮົນເພື່ອຊອກຫາຄວາມ ຄິດເຫັນຖ້າມກາງການຂັດແຍ້ງກັນກ່ຽວກັບ ປະຫວັດສາດ ແລະ ການຂັດແຍ້ງເຂດແດນ.

ບັນດາຜູ້ນຳຂອງ ເກົາຫຼີໃຕ້, ຈີນ ແລະ ຍີ່ປຸ່ນ ໄດ້ຈັດກອງປະຊຸມສຸດ ຍອດ 3 ຝ່າຍເປັນຄັ້ງ ທຳອິດຂຶ້ນນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ໃນຂະນະທີ່ພວກເຂົາເຈົ້າພະຍາຍາມທີ່ຈະບໍ່ ລວມເອົາບັນຫາ ຄວາມຂັດແຍ້ງທີ່ຍືດເຍື້ອຍາວນານ ແລະ ຄວາມຄຽດແຄ້ນທີ່ມີມາ ຫຼາຍທົດສະວັດນັ້ນເຂົ້າໃສ່.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Guen-hye ໄດ້ຕ້ອນ ຮັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ແລະ ປະທານ ປະເທດ ຈີນ ທ່ານ Li Keqiang ທີ່ນະຄອນຫຼວງ ໂຊລ ໃນວັນອາ ທິດມື້ນີ້ ສຳລັບການປະຊຸມໝົດມື້ ທີ່ຄາດວ່າຈະເພັ່ງເລັງໃສ່ການ ເຈລະຈາ ກ່ຽວກັບ ຂໍ້ສະເໜີຕົກລົງການຄ້າເສລີ 3 ຝ່າຍ.

ນອກນັ້ນຜູ້ນຳທັງ 3 ທ່່ານຍັງຄາດວ່າຈະປຶກສາຫາລື ກ່ຽວກັບການເຈລະຈາປົດອາວຸດ ນິວເຄລຍຂອງ ເກົາຫຼີເໜືອ ທີ່ບໍ່ມີການເຄື່ອນໄຫວເໜັງຕິງນັ້ນ.

ອະດີດແມ່ຍິງທີ່ຖືກບັງຄັບໃຫ້ເປັນທາດທາງເພດໂດຍທະຫານ ຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ ສອງ ນາງ Kil Un-ock, ເຂົ້າຮ່ວມໃນການຊຸມນຸມຕໍ່ຕ້ານການຢ້ຽມຢາມໂດຍ ນາຍົກລັດຖະມົນຕີ Shizo Abe ທີ່ອົງການສະຫະປະຊາຊາດ, ຕໍ່ໜ້າສະຖານທູດ ຍີ່ປຸ່ນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 29 ເມສາ, 2015.
ອະດີດແມ່ຍິງທີ່ຖືກບັງຄັບໃຫ້ເປັນທາດທາງເພດໂດຍທະຫານ ຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ ສອງ ນາງ Kil Un-ock, ເຂົ້າຮ່ວມໃນການຊຸມນຸມຕໍ່ຕ້ານການຢ້ຽມຢາມໂດຍ ນາຍົກລັດຖະມົນຕີ Shizo Abe ທີ່ອົງການສະຫະປະຊາຊາດ, ຕໍ່ໜ້າສະຖານທູດ ຍີ່ປຸ່ນ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 29 ເມສາ, 2015.

ປະທານາທິບໍດີ Park ໄດ້ປະຕິເສດທີ່ຈະພົບປະກັບທ່ານ Abe ຕັ້ງແຕ່ການເຂົ້າດຳລົງຕຳແໜ່ງ ໃນປີ 2013, ໂດຍເຊື່ອວ່າທ່ານບໍ່ໄດ້ສຳນຶກຕົວຢ່າງສົມຄວນ ສຳລັບການຍຶດຄອງ ແຫຼມ ເກົາຫຼີ ຢ່າງໂຫດຮ້າຍໂດຍປະເທດຂອງທ່ານໃນຕົ້ນສັດຕະວັດທີ 20, ໂດຍສະ ເພາະການບັງຄັບໃຫ້ ເປັນທາດທາງເພດຂອງແມ່ຍິງເກົາຫຼີ ໂດຍທະຫານ ຍີ່ປຸ່ນ. ອີກບັນ ຫາໜຶ່ງທີ່ເຮັດໃຫ້ສາຍພົວ ພັນຂອງທັງສອງປະເທດມີຄວາມສັບສົນກໍແມ່ນການຂັດແຍ້ງ ດ້ານເຂດແດນທີ່ກຳລັງຮ້ອນ ແຮງ ລະຫວ່າງ ໂຕກຽວ ແລະ ປັກກິ່ງ ກ່ຽວກັບໜູ່ເກາະ ໃນ ທະເລ ຈີນໃຕ້. ປະທານາທິບໍດີ Park ຈະຈັດການປະຊຸມໜຶ່ງຕໍ່ໜຶຶ່ງກັບທ່ານ Abe ໃນວັນ ຈັນມື້ື່ອື່ນນີ້.

Asia Trilateral Summit
please wait

No media source currently available

0:00 0:00:39 0:00

XS
SM
MD
LG