ການສໍາຫລວດຄັ້ງໃໝ່ກ່າວວ່າ ພວກເສືອໂຄ່ງຈໍານວນ
ຫລາຍກວ່າ 1000 ໂຕໄດ້ຖືກຂ້າຕາຍໃນທົ່ວເອເຊຍໃນ
ຮອບນຶ່ງທົດສະວັດຜ່ານມາແລະຊິ້ນສ່ວນຂອງເສືອກໍໄດ້
ຖືກນໍາໄປຂາຍກັນຢູ່ໃນຕະຫລາດມືດໃນນາໆຊາດ.
ການສຶກສາໂດຍອົງການ Traffic International ທີ່ມີ
ຫ້ອງການ ຕັ້ງຢູ່ໃນປະເທດອັງກິດກ່າວວ່າ ພວກເສືອ
ໂຄ່ງຈໍານວນລະຫວ່າງ 1000 ຫາ 1200 ໂຕຖືກຍຶດ
ໄດ້ໃນ 11 ປະເທດໃນຈໍານວນ 13 ປະເທດທັງໝົດທີ
່ເສືອພາກັນອາໄສຢູ່ໃນປ່າ.
ອິນເດຍເປັນປະເທດທີ່ມີການຍຶດຊິ້ນສ່ວນຂອງເສືອໄດ້ຫລາຍກວ່າໝູ່ ຮອງອັນດັບລົງມາ
ແມ່ນຈີນແລະເນປານ.
ກຸ່ມສໍາຫລວດນີ້ກ່າວວ່າ ເສືອໃນຈໍານວນຫລາຍຂຶ້ນນັບມື້ທີ່ໄດ້ຖືກຂ້າຕາຍໃນອິນໂດເນເຊຍ
ໄທແລະຫວຽດນາມ. ຊາຍແດນຂອງມຽນມາທີ່ຕິດກັບອິນເດຍແລະຈີນ ໄດ້ເປັນບ່ອນທີ່ມີ
ການຄ້າຂາຍຊິ້ນສ່ວນຂອງເສືອຢ່າງແຜ່ຫລາຍ ເຊ່ນດຽວກັນກັບເລາະຕາມຊາຍແດນມາ
ເລເຊຍຕິດກັບໄທ ແລະຊາຍແດນຣັດເຊຍຕິດກັບຈີນນັ້ນ.
ຊິ້ນສ່ວນຂອງເສືອທີ່ມີການລັກລອບຄ້າຂາຍກັບຢ່າງຜິດກົດໝາຍນີ້ມີຮວມທັງໜັງ ກະດູກ
ກະໂຫລກຫົວ ຕີນແລະອະໄວຍະວະສືບພັນ. ນອກນັ້ນ ກໍມີການລັກຄ້າຂາຍເສືອເປັນແລະ
ເສືອເປັນໂຕທີ່ຕາຍແລ້ວເຊ່ນກັນ.