ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ມີການພົບເຫັນບ່ອນທີ່ສາມາດ ອະນຸລັກເສືອໄດ້ເພີ່ມຂຶ້ນ


ພວກນັກອະນຸລັກຊັບພະຍາກອນທຳມະຊາດກ່າວວ່າ
ພວກເຂົາເຈົ້າໄດ້ພົບເຫັນສະຖານທີ່ອອກແມ່ແຜ່ລູກ 42
ແຫ່ງຢູ່ໃນເອເຊຍບ່ອນທີ່ຈຳນວນເສືອຊຶ່ງອາໄສຢູ່ໃນປ່າ
ດົງພົງໄພຕາມທຳມະຊາດຂອງໂລກພວມຫຼຸດນ້ອຍຖອຍ
ລົງນັ້ນສາມາດ ທີ່ຈະຮັກສາໄວ້ໄດ້.

ພວກນັກຊ່ຽວຊານກ່າວໃນການສຶກສາຄັ້ງໃໝ່ນີ້ວ່າ ມີເສືອ
ບໍ່ຮອດ 3,500 ໂຕ ຍັງອາໄສຢູ່ໃນປ່າດົງພົງໄພຕາມທຳ
ມະຊາດ.

ນຶ່ງໃນຈຳນວນຜູ້ຂຽນລາຍງານສະບັບນີ້ ກໍຄືທ່ານ Joe
Walston ຈາກອົງການອະນຸລັກສັດປ່າເວົ້າວ່າຂະນະທີ່ບັນຫາທ້າທາຍໃນການປົກປັກ
ຮັກສາເສືອແມ່ນມີຢູ່ຢ່າງໃຫຍ່ຫຼວງ ແຕ່ການດຳເນີນການທີ່ວ່ານີ້ບໍ່ຈຳເປັນຕ້ອງເຮັດ
ແບບສະລັບຊັບຊ້ອນ.

ທ່ານເວົ້າວ່າ ການປົກປັກຮັກສາໃນອະດີດຜ່ານມາໄດ້ດຳເນີນໄປໃນ​ແບບທີ່ທ່ານ ເອີ້ນວ່າ
ມີຄວາມທະເຍີທະຍານຫຼາຍເກີນໄປແລະບໍ່ໄດ້ເພັ່ງເລັງໃສ່ບ່ອນທີ່ເສືອອອກແມ່ແຜ່ລູກ.

ການສຶກສາໃໝ່ເວົ້າວ່າ ເສືອອາໄສຢູ່ແລະອອກແມ່ແຜ່ລູກຢູ່ໃນສະຖານທີ່ ທີ່ລະບຸອອກ
ມາ 42 ແຫ່ງໃນທົ່ວເຂດເອເຊຍຮວມທັງບັງກລາແດັສ, ອິນເດຍ, ໄທ, ອິນໂດເນເຊຍ,
ສສປ ລາວ, ມາເລເຊຍ, ເນປາລ, ແລະເຂດພາກຕາເວັນອອກໄກຂອງຣັດເຊຍ.

ພວກນັກຊ່ຽວຊານເວົ້າວ່າ ສະຖານທີ່ເຫຼົ່ານີ້ຕ້ອງໄດ້ຮັບການປົກປັກຮັກສາໃນທັນທີ ແລະຕິດຕາມຊິ້ງຊອມເບິ່ງພວກລັກລອບລ່າສັດ ຕະຫຼອດເວລາ.

ລາຍງານເວົ້າວ່າ ການດຳເນີນຄວາມພະຍາຍາມໃນທຳນອງນີ້ຈະເຮັດໃຫ້ລັດຖະບານ
ຂອງປະເທດຕ່າງໆຕ້ອງໄດ້ໃຊ້ຈ່າຍເງິນຕື່ມອີກ 35 ລ້ານໂດລາຕໍ່ປີ ແຕ່ຈະສາມາດ
ເພີ້ມຈຳນວນເສືອໃຫ້ຫຼາຍຂຶ້ນເປັນສອງເທົ່າຂອງລະດັບປັດຈຸບັນໄດ້.

XS
SM
MD
LG