ພວກນັກພະຍາກອນອາກາດກ່າວວ່າ ລະດູຝົນມໍລະສຸມຂອງໄທປີນີ້ແມ່ນມີຄວາມຮ້າຍແຮງ
ສຸດໃນຮອບ 50 ປີ. ໃນຂະນະທີ່ປະເທດໄທມີຕາໜ່າງເຂື່ອນແລະຄອງຕ່າງໆເພື່ອຄວບຄຸມ
ຝົນທີ່ຕົກລົງມາຢ່າງໜັກນັ້ນ ພວກເຈົ້າໜ້າທີ່ຈາກພະແນກຊົນລະປະທານຂອງໄທເຕືອນວ່າ ເຂື່ອນທີ່ສຳຄັນຫຼາຍເຂື່ອນພວມໃກ້ຈະເຖິງຂີດຄວາມຈຳກັດແລ້ວພ້ອມກັບມີການພະຍາກອນ
ວ່າ ຈະມີຝົນຕົກໜັກລົງມາຕື່ມອີກໃນໄລຍະສອງສາມອາທິດຂ້າງໜ້າ.
ມາຮອດປັດຈຸບັນນີ້ ບາງກອກໄດ້ລອດພົ້ນຈາກໄພນໍ້າຖ້ວມຮ້າຍແຮງ ແຕ່ກະແສນໍ້າທີ່ຖີບໂຕ
ສູງຂຶ້ນໃນແມ່ນໍ້າເຈົ້າພະຍາ ໄດ້ກົດດັນຢ່າງໜັກຕໍ່ນະຄອນຫຼວງຂອງໄທ.
ນາຍໜຸ່ມຄົນຂັບເຮືອຫາງຍາວລຳນຶ່ງ ໃນແມ່ນໍ້າເຈົ້າພະຍາກ່າວວ່າ ບໍ່ຮອດ 100 ຫຼັກກິໂລ
ແມັດເໜືອຂຶ້ນໄປຈາກບາງກອກ ນໍ້າໄດ້ຖ້ວມປະຊາຄົມຕ່າງໆທີ່ຢູ່ຫ່າງໄກແລະຕັ້ງຢູ່ນອກເຂດ
ທີ່ມີຄູກັ້ນນໍ້າ.
ນາຍໜຸ່ມເວົ້າວ່າ “ປັດຈຸບັນນີ້ ບາງກອກຍັງບໍ່ທັນມີບັນຫາຫຍັງເທື່ອແຕ່ຖ້າທ່ານອອກ
ຈາກບາງກອກໄປຍັງອະຍຸທະຍາຫຼືສະຣະບຸຣີແລ້ວ ລະດັບນໍ້າແມ່ນສູງຫຼາຍມີປະຊາ
ຊົນຈຳນວນຫຼວງຫຼາຍ ໄດ້ຮັບຜົນກະທົບ. ຍ້ອນລະດັບນໍ້າໄດ້ຖີບໂຕສູງຂຶ້ນມາຖ້ວມ
ເຮືອນຊານ ບາງຄົນຈຶ່ງຢູ່ໃນເຮືອນບໍ່ໄດ້ຈຳເປັນຕ້ອງໄດ້ຍົກຍ້າຍອອກໄປຢູ່ຕາມຖະ
ໜົນຫົນທາງໃຫຍ່.”
ໄພນໍ້າຖ້ວມທີ່ປະເທດໄທ ເກີດຂຶ້ນໃນຂະນະທີ່ຝົນຕົກໜັກແລະລົມພາຍຸ ໃນລະດູລົມມໍລະສຸມ ພັດເຂົ້າຖະຫຼົ່ມປາກິສຖານ ບັງກລາແດັສ ກຳປູເຈຍແລະຟີລິບປິນໃນໄລຍະສອງສາມອາທິດ
ຜ່ານມານີ້. ຢູ່ທີ່ຟີລິບປິນ ຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານ ແລະການກະສິກຳ ແມ່ນຕົກ
ເປັນມູນຄ່າ 154 ລ້ານໂດລາ. ທີ່ປາກິສຖານ ໂຄງການອາຫານໂລກຂອງສະຫະປະຊາຊາດ
ກ່າວວ່າໄພນໍ້າຖ້ວມໄດ້ມີຜົນກະທົບຕໍ່ປະຊາຊົນເກືອບ 5 ລ້ານ 5 ແສນຄົນແລະໄດ້ທຳລາຍ
ຜົນເກັບກ່ຽວ 73% ຕະຫຼອດທັງສ້າງຄວາມເສຍຫາຍ ໃຫ້ແກ່ສັດລ້ຽງເປັນຈໍານວນຫຼວງຫຼາຍ
ນຳອີກ.
ອົງການຍຸດທະສາດນາໆຊາດເພື່ອຫຼຸດຜ່ອນໄພພິບັດຂອງສະຫະປະຊາຊາດໄດ້ອອກຖະແຫຼງ
ການສະບັບນຶ່ງຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆເພີ່ມການລົງທຶນເຂົ້າໃສ່ການຫຼຸດ
ຜ່ອນຄວາມສ່ຽງກ່ຽວກັບເລື່ອງນີ້ ເພື່ອເຮັດໃຫ້ຜົນກະທົບຈາກໄພນໍ້າຖ້ວມຕາມລະດູການນັ້ນ
ຫຼຸດນ້ອຍລົງ.
ທ່ານສາມິດ ທຳມະສາໂຣດ ອະດີດເອກອະທິບໍດີຂອງກົມອຸຕຸນິຍົມຂອງໄທ ຖິ້ມໂທດໃສ່ການ
ຂາດການປະສານງານກັນ ລະຫວ່າງພະແນກການຕ່າງໆວ່າ ເຮັດໃຫ້ຜົນກະທົບຈາກໄພນໍ້າ
ຖ້ວມຮ້າຍແຮງຂຶ້ນຕື່ມ. ທ່ານເວົ້າວ່າ ພວກເຈົ້າໜ້າທີ່ບໍ່ໄດ້ທຳການລົງທຶນໃສ່ການພະຍາກອນ
ອາກາດໄລຍະຍາວເພື່ອເຮັດໃຫ້ສາມາດຄຸ້ມຄອງໄພນໍ້າຖ້ວມໄດ້ດີຂຶ້ນນັ້ນ.
ທ່ານສາມິດເວົ້າວ່າ “ຖ້າເຮົາຫາກມີການນຳໃຊ້ການພະຍາກອນອາກາດໄລຍະຍາວຄື
ກັນກັບທີ່ປະເທດອື່ນໆໄດ້ເຮັດນັ້ນ ໄທກໍຈະລອດພົ້ນຈາກໄພນໍ້າຖ້ວມ. ຍ້ອນເຮົາຮູ້
ຢ່າງເປັນການແນ່ນອນວ່າໃນລະດູຝົນນັ້ນ ຈະມີຝົນຕົກໜ້ອຍຫຼາຍປານໃດຢູ່ໃນດິນ
ແດນໄທ ດັ່ງນັ້ນພວກເຮົາຈຶ່ງ ຮູ້ຈັກຢ່າງເປັນການແນ່ນອນວ່າ ຈະຮັກສາລະດັບນໍ້າ ຢູ່ໃນເຂື່ອນໄວ້ໜ້ອຍຫຼາຍປານໃດ.”
ພະແນກຊົນລະປະທານຂອງໄທ ກ່າວວ່າ
11 ເຂື່ອນແມ່ນມີນໍ້າເຕັມຫຼືລົ້ນຂີດຄວາມ
ສາມາດ ແລະເຈົ້າໜ້າທີ່ໄດ້ສັ່ງໃຫ້ປ່ອຍນໍ້າ
ອອກຈາກເຂື່ອນຕ່າງໆໃນຈັງຫວັດນະຄອນ
ຣາຊສີມາທາງພາກຕາເວັນອອກສຽງເໜືອ
ຂອງໄທ ຍ້ອນມີການຄາດຄະເນກັນວ່າຈະ
ມີຝົນຕົກໜັກຕື່ມອີກ.
ທ່ານສາມິດ ເວົ້າວ່າ ເຖິງແມ່ນບາງກອກ
ຍັງລອດພົ້ນ ຈາກໄພນໍ້າຖ້ວມ ຮ້າຍແຮງ
ກໍຈິງ ແຕ່ກໍຍັງມີຄວາມຫຼໍ່ແຫຼມຢູ່ໂດຍສະ
ເພາະແລ້ວ ຖ້າຫາກມີການປ່ອຍນໍ້າອອກ
ຈາກເຂື່ອນຕ່າງໆ.
ທ່ານສາມາດເວົ້າວ່າ “ບາງກອກ ພວມ
ຕົກຢູ່ໃນສະຖານະການ ທີ່ເປັນໄພອັນຕະລາຍຮ້າຍແຮງ. ຖ້າຫາກມີການປ່ອຍນໍ້າ ໃນປະລິມານມະຫາສານຈາກເຂດພາກເໜືອ ແລະພາກຕາເວັນອອກສຽງເໜືອລົງ
ມາຍັງພາກໃຕ້ແລ້ວ ບາງກອກກໍຈະຖືກນໍ້າຖ້ວມ.”
ພວກນັກພະຍາກອນອາກາດເວົ້າວ່າສະພາບອາກາດຂອງລານິຍາແລະແອລນິໂຍໄດ້ເພີ່ມທະ
ວີຄວາມຮຸນແຮງ ໃຫ້ແກ່ລະດູລົມຝົນມໍລະສຸມ ທີ່ມີຜົນກະທົບຕໍ່ປະເທດໄທແລະປະເທດອື່ນໆ
ໃນເຂດເອເຊຍ-ປາຊີຟິກ. ແຕ່ທ່ານດະໄນ ໄທຕຸກກູອາຈານສອນວິຊານິເວດວິທະຍາກ່ຽວກັບ ໂຕເມືອງທີ່ຈຸລາລົງກອນມະຫາວິທະຍາໄລກ່າວວ່າບັນຫາສຳຄັນກໍຄືການບໍ່ກະກຽມປະຊາຄົມ
ຕ່າງໆໄວ້ຢ່າງພຽງພໍກ່ອນທີ່ລະດູນໍ້າຖ້ວມຈະມາຮອດ.
ທ່ານດະໄນເວົ້າວ່າ “ພວກເຮົາບໍ່ໄດ້ກະກຽມເລີຍ. ບໍ່ໄດ້ກະກຽມຫຍັງໝົດ ພວກເຮົາ
ຕ່າງກໍຮູ້ແລະຄາດການໄດ້ວ່າ ມັນຈະເກີດໄພນໍ້າຖ້ວມຫຼືມີນໍ້າໃນປະລິມານມະຫາ
ສານ. ຂ້າພະເຈົ້າສາມາດເວົ້າໄດ້ວ່າ ພວກເຮົາບໍໄດ້ກະກຽມຫຍັງເລີຍສຳລັບໄພ ນໍ້າຖ້ວມຫຼືໄພພິບັດທຳມະຊາດໃດໆກໍຕາມ.”
ນາຍົກລັດຖະມົນຍິ່ງລັກ ຊິນນະວັດໄດ້ສັ່ງໃຫ້ເພີ່ມການປະຕິບັດງານບັນເທົາທຸກ ໃນຂະນະທີ່
ລະດັບນໍ້າຖ້ວມພວມຖີບໂຕສູງຂຶ້ນຢູ່ໃນທົ່ວເຂດທີ່ຮາບພາກກາງຂອງໄທ.
ຢູ່ໃນບັນດາຈັງຫວັດທີ່ຕັ້ງຢູ່ເໜືອບາງກອກຂຶ້ນໄປນັ້ນພວກເຈົ້າໜ້າທີ່ເວົ້າວ່າ ໄພນໍ້າຖ້ວມແມ່ນ
ຮ້າຍແຮງສຸດ ໃນຮອບ 5 ທົດສະວັດ. ໃນຂະນະດຽວກັນກົມອຸຕຸນິຍົມຂອງໄທກໍໄດ້ອອກຄຳ
ເຕືອນໃໝ່ໃຫ້ປະຊາຊົນຢູ່ໃນເຂດພາກເໜືອແລະພາກຕາເວັນອອກສຽງເໜືອຂອງປະເທດກະ ກຽມຮັບມືກັບຝົນຕົກໜັກແລະນໍ້າຖ້ວມສຸຢ່າງໄວໃນໄລຍະຫລາຍໆມື້ ຂ້າງໜ້ານີ້.