ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພາຍຸເສົາລາ ກໍາລັງກະໜໍ່າໃສ່ ຫລາຍປະເທດ ໃນເຂດເອເຊຍ (ເບິ່ງສະໄລດ໌)


ຊາຍຜູ້ນຶ່ງກໍາລັງມ້ຽນສິ່ງຫັກພັງຢູ່ໃກ້ເຮືອນລາວ ທີ່ຖືກນໍ້າພັດມາ ຍ້ອນລົມພາຍຸເສົາລາຊຶ່ງນໍາເອົາຝົນແຮງ ມາປະທະໃສ່ຄຸ້ມ Wujie, ເມືອງ Ilan County, ຂອງເກາະໄຕ້ຫວັນ ໃນມື້ນີ້ ວັນພະຫັດ ທີ 2 ສິງຫາ, 2012.
ຊາຍຜູ້ນຶ່ງກໍາລັງມ້ຽນສິ່ງຫັກພັງຢູ່ໃກ້ເຮືອນລາວ ທີ່ຖືກນໍ້າພັດມາ ຍ້ອນລົມພາຍຸເສົາລາຊຶ່ງນໍາເອົາຝົນແຮງ ມາປະທະໃສ່ຄຸ້ມ Wujie, ເມືອງ Ilan County, ຂອງເກາະໄຕ້ຫວັນ ໃນມື້ນີ້ ວັນພະຫັດ ທີ 2 ສິງຫາ, 2012.

ລົມພາຍຸໃຕ້ຝຸ່ນເສົາລາ ກໍາລັງພັດຜ່ານ​ໄປທົ່ວເກາະໄຕ້ຫວັນຢ່າງ​ຊ້າ​ໆ ພ້ອມ​ກັບນໍາເອົາ
ຝົນ​ແຮງ​ຕົກລົງມາໃສ່ເກາະດັ່ງກ່າວ, ສົ່ງຜົນໃຫ້ເກີດແຜ່ນດິນເຈື່ອນ ແລະທົ່ວທັງເກາະ ຕ້ອງປິດກິດຈະການຕ່າງໆລົງໝົດ.

ພວກເຈົ້າໜ້າທີ່ລັດຖະບານ ໄດ້ເຕືອນປະຊາຊົນບໍ່ໃຫ້ອອກເຮືອນໄປໃສ ໃນວັນພະຫັດມື້ນີ້ ຍ້ອນມີລົມພາຍຸແຮງ ທີ່ໄດ້ເອົາຊີວິດ 4 ຄົນໃນໄຕ້ຫວັນ ໄປແລ້ວ.

ຖ້ຽວບິນຫລາຍສິບຖ້ຽວຖືກຍົກເລີກ ແລະຕະຫລາດທາງການເງິນໃຫຍ່ຕ່າງໆ ກໍຖືກປິດ
ລົງ ຍ້ອນພາຍຸເສົາລານີ້ ຊຶ່ງໄດ້ຫອບອູ້ມເອົາລົມແຮງເຖິງ 155 ກິໂລແມັດຕໍ່ຊົ່ວໂມງ ມາພັດ​
ປະ​ທະເກາະດັ່ງກ່າວ.

ກ່ອນໜ້າໄຕ້ຫວັນນັ້ນ ລົມພາຍຸໄດ້ພັດ​ຜ່ານໄປທົ່ວເພາກຕາເວັນຕົກສຽງເໜືອຂອງຟີລິບປິນ ​ໂດຍໄດ້ນໍາເອົານໍ້າຝົນ​ໃນ​ປະລິມານ​ຮອດເຄິ່ງແມັດ ມາ ເທໃສ່ເຂດດັ່ງກ່າວ ແລະສົ່ງຜົນໃຫ້ ເກີດໄພນໍ້າຖ້ວມຢ່າງແຜ່ຫລາຍ ທີ່ໄດ້ເຮັດ ໃຫ້ 23 ຄົນເສຍຊີວິດ ແລະຫລາຍພັນຄົນຂາດ ທີ່ຢູ່ອາໃສ.

ທ່ານ Edgar Ollet ທີ່ສູນກາງປະສານງານດ້ານໄພພິບັດແຫ່ງຊາດ ທີ່ ນະຄອນຫລວງມານີ
ລາ ກ່າວຕໍ່ວີໂອເອວ່າ ປັດຈຸບັນນີ້ ໄດ້ມີຄວາມສ່ຽງຕໍ່ການເປັນພະຍາດທີ່ມາ​ຈາກນໍ້າ ເຊັ່ນວ່າ
ໂຣກຕິດແປດ leptospirosis ເພີ້ມຫລາຍ ຂຶ້ນ ຊຶ່ງທ່ານອະທິບາຍ​ວ່າ “ປົກກະຕິແລ້ວ ພະ
ຍາດທີ່ເກີດມາຈາກນໍ້າ ມັກຈະ​ຕິດຕາມ​ມາ ພາຍຫລັງມີຝົນຕົກໜັກ. ແລະມັນກໍມີກະແສນໍ້າ
ສູງຢູ່ໃນເຂດ ນະຄອນຫລວງມະນີລານີ້ ແລ້ວກໍມີຂີ້ເຫຍື້ອ ແລະໜູຕາຍຫລາຍ. ສະນັ້ນ ນໍ້າກໍຖືກປົນເປື້ອນໄປດ້ວຍສິ່ງເສດເຫລືອເຫລົ່ານີ້ ແລ້ວຫລາຍໆຄົນກໍພາກັນຍ່າງລຸຍນໍ້າ
ທີ່ເປື້ອນນີ້ໄປ.

ເບິ່ງສະໄລດ໌ຮູບກ່ຽວກັບສະພາບຝົນໜັກໃນໄຕ້ຫວັນ

ທ່ານຍັງໄດ້ກ່າວອີກວ່າ ກອງທັບຟີລິບປິນ ແລະໜ່ວຍຍາມຝັ່ງທະເລ ກໍາລັງ ເຂົ້າໄປຊ່ວຍໃນ ການດໍາເນີນຄວາມພະຍາຍາມກູ້ໄພຕ່າງໆ. ເກືອບຮອດ 180 ພັນຄົນ ໄດ້ຍົກຍ້າຍອອກໄປ
ຈາກເຂດທີ່ຖືກກະທົບ. ຟີລິບປິນໄດ້ອອກຄໍາເຕືອນ ໃຫ້ລະວັງຝົນຕົກໜັກ ທີ່ຈະແກ່ຍາວຢ່າງ
ໜ້ອຍໄປຮອດວັນສຸກມື້ອື່ນ.

ທ່ານ Jason Nichols ນັກພະຍາກອນອາກາດທີ່ຢູ່ໃນສະຫະລັດເວົ້າວ່າ ພາຍຸເສົາລາ ທີ່ຈະ ໄປກະທົບໃສ່ຈີນໃນປະມານວັນສຸກມື້ນອື່ນນີ້ ເປັນພຽງແຕ່ລູກທໍາອິດຂອງພາຍຸຫລາຍໆ​ລູກ
ທີ່ໃຫຍ່ກວ່າ ທີ່ຈະ​ພັດຜ່ານຂົງເຂດນັ້ນ. ທ່ານກ່າວຕໍ່ວີ ໂອເອວ່າ ພາຍຸໃຕ້ຝຸ່ນ Damrey ກໍ​ກໍາລັງມຸ້ງໜ້າໄປສູ່ພາກຕາ ເວັນອອກສຽງໃຕ້ ຂອງຈີນແລ້ວໃນຂະນະນີ້.

XS
SM
MD
LG