ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄຕ້ຝຸ່ນ Nanmadol ພັດເຂົ້າປະທະ ພາກໃຕ້ ຂອງໄຕ້ຫວັນ


ພາຍຸໄຕ້ຝຸ່ນ Nanmadol ທີ່ Baguio City, Philippines
ພາຍຸໄຕ້ຝຸ່ນ Nanmadol ທີ່ Baguio City, Philippines

ພາຍຸ​ໄຕ້ຝຸ່ນ Nanmadol ໄດ້ພັດເຂົ້າປະທະພາກໃຕ້ຂອງໄຕ້ຫວັນ ໃນວັນຈັນມື້ນີ້
ພ້ອມ​ກັບລົມແຮງແລະຝົນຫລັ່ງ​ລົງ​ມາຢ່າງໜັກ​ ທີ່​ພາ​ໃຫ້ບັນດາໂຮງຮຽນ ແລະຫ້າງຮ້ານ
ທຸລະກິດຕ່າງໆຕ້ອງ​ໄດ້ຖືກປິດລົງ ແລະມີການຍົກຍ້າຍຜູ້ຄົນອອກຈາກພື້ນທີ່ ຫຼາຍໆ
ພັນຄົນ.

ໄຕ້​ຝຸ່ນລູກ​ນີ້ ທີ່ມີກະແສລົມແຮງເຖິງ 100 ກິໂລ​ແມັດຕໍ່ຊົ່ວໂມງ ໄດ້ພັດເຂົ້າ​ຝັ່ງ​ເມື່ອ
ຕອນຂ້ອນ​ແຈ້ງ​ເຊົ້າມື້ນີ້​ ໃນເຂດ​ເມືອງ Taitung ທາງພາກຕາເວັນອອກສຽງໃຕ້ ແລ້ວກໍເຄື່ອນຍ້າຍໄປສູ່ເຂດຝັ່ງຕາເວັນຕົກ​ ບ່ອນທີມີຜູ້ຄົນອາໄສຢູ່ຢ່າງໜາແໜ້ນນັ້ນ. ເຈົ້າໜ້າທີ່ໄດ້ຍົກຍ້າຍຜູ້ຄົນຈໍານວນຫຼາຍກ່ວາ 6,000 ຄົນ ອອກຈາກ​ພື້ນທີ່ ທາງ​ພາກ
ຕາເວັນອອກແລະພາກໃຕ້ຂອງເກາະ ກ່ອນທີ່ພາຍຸ ຈະມາ​ຮອດ.

ພວກພະຍາກອນອາກາດກ່າວວ່າ ຄາດວ່າໄຕ້ຝຸ່ນ Nanmadol ຈະພັດຜ່ານ​ໄປ​ທາງ
ທິດໃຕ້ຂອງນະຄອນຫຼວງ​ Taipei ແລະກໍຈະພັດອອກຈາກເກາະ​ໄປ ໃນ​ເວລາທ່ຽງຄືນ
ກ່ອນທີ່ຈະອ່ອນ​ແຮງລົງມາເປັນພາຍຸ​ເຂ​ດຮ້ອນ ລະຫວ່າງ​ທີ່ພັດ​ໄປ​ຍັງຝັ່ງທະເລກໍ້າຕາ
ເວັນອອກຂອງຈີນ.

ໄຕ້​ຝຸ່ນ​ທີ່​ພັດ​ຊ້າ​ລູກ​ນີ້​ໄດ້​ປະ​ທະ​ພາກ​ເໜືອ​ຂອງ​ຟີ​ລິບ​ປິນ​ເມື່ອ​ວັນ​ເສົາ​ແລະ​ວັນ​ອາທິດ​ວານ​ນີ້
ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ແລະ​ເກີດ​ນໍ້າ​ຖ້ວມ​ທັງ​ດິນ​ເຈື່ອນລົງ​ມາ​ພັງ​ກໍາ​ແພງແລະ
ຕັນ​ຖະໜົນ​ຫົນທາງ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຈໍານວນ​ຄົນ​ຕາຍ​ອາດ​ມີ​ເພິ່ມຂຶ້ນ ​ເນື່ອງ​ຈາກ​
ມີ​ຫລາຍ​ຄົນ​ທີ່​ຫາຍ​ສາບ​ສູນ ​ແລະ​ເຊື່ອ​ກັນ​ວ່າ ​ໄດ້​ຖືກ​ນໍ້າ​ພັດ​ເອົາ​ໄປ. ອີກ​ຫລາຍ​ຄົນ​ໄດ້​
ຮັບ​ບາດ​ເຈັບ.

ຢ່າງ​ນ້ອຍ 5 ໝື່ນ​ຄົນ ​ໄດ້​ຍົກຍ້າຍ​ອອກ​ຈາກ​ບ້ານ​ເຮືອນ​ໄປ​ຫລົບ​ໄພ​ຢູ່​ບ່ອນ​ອື່ນ.

XS
SM
MD
LG