ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ລົມໄຕ້ຝຸ່ນ Nanmadol ຖະຫຼົ່ມ ພາກເໜືອ ຟີລິບປິນ


ຄົນງານພວມກວດເບິ່ງເສົາໄຟຟ້າທີ່ຫັກ ຂະນະທີ່ລົມໄຕ້ຝຸ່ນ Nanmadol ເຮັດໃຫ້ຕົ້ນໄມ້ກົ່ນ ທີ່ເມືອງ Baguio ໃນພາກເໜືອຟີລິບປິນ (27 ສິງຫາ 2011)

ລົມພາຍຸໄຕ້ຝຸ່ນຂະໜາດແຮງຫົວນຶ່ງໄດ້ພັດເຂົ້າຖະຫຼົ່ມພາກເໜືອຂອງຟີລິບປິນ ໃນວັນເສົາ
ມື້ນີ້ ດ້ວຍຝົນຕົກໜັກແລະລົມແຮງຊຶ່ງພາໃຫ້ເກີດມີຄວາມວິຕົກກັງວົນຢ້ານວ່າ ຈະເກີດໄພ
ນໍ້າຖ້ວມແລະດິນເຈື່ອນ.

ເຈົ້າໜ້າທີ່ຟີລິບປິນກ່າວວ່າ ໄຕ້ຝຸ່ນ Nanmadol ຊຶ່ງມີລົມແຮງເຖິງ 230 ຫຼັກກິໂລແມັດຕໍ່
ຊົ່ວໂມງນັ້ນ ພວມມຸ່ງໜ້າຊ້າໆເຄື່ອນເຂົ້າສູ່ແຂວງ Cagayan ໃນພາກເໜືອຂອງຟີລິບປິນ
ຊຶ່ງໄດ້ມີການຊັກຊ້າຍ້ອນບໍລິເວນຄວາມກົດອາກາດສູງເໜືອເກາະໄຕ້ຫວັນ.

ເຈົ້າໜ້າທີ່ທ້ອງຖິ່ນລາຍງານວ່າມີເດັກນ້ອຍ 2 ຄົນເສຍຊີວິດຍ້ອນດິນເຈື່ອນຢູ່ທາງທິດເໜືອ
ຂອງນະຄອນຫຼວງມະນີລາແລະມີຊາວປະມົງ 2 ຄົນຫາຍສາບສູນ.

ກົມອຸຕຸນິຍົມຂອງໄຕ້ຫວັນກ່າວວ່າ ໄຕ້ຝຸ່ນ Nanmadol ອາດຈະບໍ່ພັດຂຶ້ນບົກທີ່ເກາະໄຕ້
ຫວັນ ແຕ່ກໍເຕືອນວ່າ ພາຍຸຫົວນີ້ຈະເຄື່ອນຂຶ້ນໄປທາງເໜືອເລາະຕາມເຂດແຄມຝັ່ງທະເລ
ກໍ້າຕາເວັນອອກຂອງເກາະໄຕ້ຫວັນໃນມື້ວັນຈັນແລະວັນອັງຄານຈະມາ ໂດຍຈະມຸ່ງໜ້າໄປ ສູ່ເກາະໂອກີນາວາໃນພາກໃຕ້ຂອງປະເທດຍີ່ປຸ່ນ.

XS
SM
MD
LG