ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫລາດຮຸ້ນ ຢູ່ເອເຊຍ ຕົກລາຄາ ຢ່າງໃຫຍ່ (ວີດີໂອ)


ຜູ້ຊາຍຄົນນຶ່ງຢ່າງຜ່ານ ລາຍງານ ກ່ຽວກັບລາຄາ ດັດຊະນີຮຸ້ນ Neikei ທີ່ກຸງໂຕກຽວ
ຜູ້ຊາຍຄົນນຶ່ງຢ່າງຜ່ານ ລາຍງານ ກ່ຽວກັບລາຄາ ດັດຊະນີຮຸ້ນ Neikei ທີ່ກຸງໂຕກຽວ
ຕະຫລາດ​ຮຸ້ນ​ເອ​ເຊຍ ​ໄດ້​ຕົກລາຄາຢ່າງໃຫຍ່ ໃນ​ວັນ​ອັງຄານ​ມື້​
ນີ້ ຫລັງຈາກໄດ້ ມີການເປີດເຜີຍຂໍ້ມູນ ການຜະລິດ​ຂອງສະຫະ
ລັດ ທີ່ຕໍ່າກວ່າຄາດໝາຍໄວ້.

ດັດຊະນີຮຸ້ນ Neikkei ຂອງຍີ່ປຸ່ນ ​ໄດ້​ຕົກລາຄາເກືອບ 4.2 ​ເປີ​
ເຊັນ ໃນຕອນ ອັດຕະຫຼາດ ຊຶ່ງ​ເປັນ​ການຕົກລາຄາຮ້າຍແຮງສຸດ
​ເກືອ​ບໃນຮອບສາມ​ເດືອນ.

ຫລັງ​ຈາກ​ໄດ້​ເຕີບ​ໂຕ​ຢ່າງແຂງແຮງ​ໃນ​ປີ 2013 ດັດຊະນີ​ຮຸ້ນ
Neikkei ​ໄດ້​ຕົກ​ລາຄາ 15 ​ເປີເຊັນ ນັບ​ຕັ້ງຕົ້ນປີນີ້​ມາ.

​ຫົວໜ້າກອງເລຂາ ປະຈຳຄະນະລັດຖະບານຍີ່​ປຸ່ນ ທ່ານ Yoshihide Suga ກ່າວ​ວ່າ ບັນ
ດາ​ຜູ້​ລົງທຶນ​ ພາກັນມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ເຄື່ອນໄຫວ ຢູ່ ​ໃນເສດຖະກິດ ​ທີ່​ໃຫຍ່
ສຸດ​ຂອງ​ໂລກ.

ທ່ານ Suga ເວົ້າວ່າ “​ນອກເໜືອໄປຈາກ​ຄວາມ​ເປັນ​ຫ່ວງ​ເພີ້​ມ​ເຕີມ​ກ່ຽວກັບອະນາ​ຄົດຂອງ
ຕະຫລາດພຸ່ງພົ້ນໃໝ່ແລ້ວ ຂໍ້ມູນທາງ​ເສດຖະກິດສະຫະລັດທີ່​ໄດ້​ປະກາດກ່ອນໜ້ານີ້ແມ່ນ
ເບິ່ງກັນວ່າ ​ມີ​ຄວາມອ່ອນ​ແອ ຊຶ່ງ​ມີ​ຄວາມ​ໝາຍວ່າບັດ​ນີ້ມີ​ຄວາມ​ຮູ້ສຶກ​ທີ່​ບໍ່​ແນ່ນອນສູງ​ກ່ຽວ​
ກັບ​ເສດຖະກິດ​ຂອງສະຫະລັດ ​ເຊັ່ນ​ດຽວ​ກັນ. ​ເງິນ​ລົງທຶນ ດັ່ງນັ້ນ ຈຶ່ງຫລົບ​ໜີ​ຕໍ່ການ​ສ່ຽງທີ່
ໜ້ອຍ​ລົງ ຈາກໜີ້ສິນຂອງ​ລັດ ຖະບານສະຫະລັດ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍມີ​ການເຄື່ອນ
ໄຫວທີ່​ຈະ​ຊື້​ເງິນ​ເຢນ ຄືນ.”

ນອກນັ້ນ ລາຄາຮຸ້ນກໍ​ຕົກ​ຕໍ່າ​ເຊັ່ນ​ດຽວ​ກັນ ໃນ​ເກົາຫລີ​ໃຕ້ ​ແລະ​ຮົງ​ກົງ ​ເຖິງ​ແມ່ນ​ ຕະຫລາດ
​ຮຸ້ນຈີນ ​ແລະ​ໃຕ້​ຫວັນ ​ໄດ້​ປິດ​ລົງ ​ໃນ​ວັນພັກ​ບຸນປີໃໝ່.

ຕະຫລາດ​ຮຸ້ນ Wall Street ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້ຕົກລາຄາຮ້າຍແຮງສຸດ ນັບ​ຕັ້ງ​ແຕ່​ເດືອນ​
ມິຖຸນາ​ປີກາຍນີ້ເປັນຕົ້ນມາ ຫລັງ​ຈາກຂໍ້ໃໝ່​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ກິດຈະການ​ໃນການຜະ
ລິດຂອງສະຫະລັດ ​ໄດ້​ຊ້າ​ລົງ​ຢ່າງ​ຫຼວງຫລາຍ​ໃນ​ເດືອນ​ ມັງກອນຜ່ານມານີ້.

ນອກນັ້ນຍັງ​ມີ​ຄວາມ​ເປັນ​ຫ່ວງ​ ​ກ່ຽວ​ກັບ​ຕະຫລາດພຸ່ງພົ້ນໃໝ່ ຫລັງຈາກການ​ຕັດສິນ​ໃຈ​ຂອງ
ທະນະ​ຄານ​ກາງສະຫະລັດ ທີ່​ຈະ​ຕັດ​ການກະຕຸກຊຸກຍູ້ເສດຖະກິດ ດ້ວຍການ​ຊື້ ພັນທະບັດ
ຫລຸດລົງຕື່ມ.

Asia
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG