ການຂາດແຄນນ້ຳຝົນໃນກຳປູເຈຍແລະໄທ ໄດ້ເຮັດໃຫ້ຜົນເກັບກ່ຽວເຂົ້າຊຸດນີ້ ລຸດລົງຫລາຍເຖິງ 40 ເປີເຊັນ. ຕາມທຳມະດານັ້ນ ພວກຊາວນາພາກັນເກັບກ່ຽວເຂົ້າຊຸດທຳອິດໃນເດືອນສິງຫາ ແລະຊຸດທີສອງ ຫລືເຂົ້ານາປີນັ້ນ ໃນເດືອນຕຸລາ.
ທ່ີປະເທດໄທ ລັດຖະບານມີຄວາມເປັນຫ່ວງວ່າການໃຊ້ນ້ຳຈາກລະບົບ ຊົນລະປະທານ ຫົດນາແທນນ້ຳຝົນ ຈະເຮັດໃຫ້ນ້ຳທີ່ມີໜ້ອຍຢູ່ແລ້ວນັ້ນ ລ່ອຍຫລໍລົງໄປອີກ.
ທ່ານສຸພະວຸດ ໄຊເຊື້ອ ຊຶ່ງເປັນຜູ້ອຳນວຍການຝ່າຍບໍລິການຄຸ້ມຄອງແລະຫົວໜ້າຝ່າຍຄົ້ນຄວ້າ ຂອງບໍລິວັດຫລັກຊັບ ພັດທຣາ ກ່າວວ່າ:
“ທາງລັດຖະບານໄດ້ບອກໃຫ້ພວກຊາວນາ ເລື່ອນເວລາໃນການປູກເຂົ້ານາປີ ອອກໄປໃຫ້ຊ້າກ່ວາເກົ່າແລ້ວ ແລະນັ້ນໝາຍເຖິງວ່າ ການປູກເຂົ້າ ການເກັບກ່ຽວ ແມ່ນຈະລວມກັນສຸມໃສ່ໃນເດືອນພະຈິກ. ບັດນີ້ ຖ້າຫາກມີການເຊື່ອກັນໃນທົ່ວໂລກວ່າ ມີສະບຽງເຂົ້າໃນປະລິມານ ຫລວງຫລາຍແລ້ວ ລາຄາເຂົ້າກໍຈະຖືກກົດລົງຫລາຍຂຶ້ນຕື່ມ. ເວລານັ້ນແຫລະ ພວກຊາວນາໄທກໍຈະຕ້ອງໄດ້ຮັບຜົນກະທົບໜັກ ທັງໃນແງ່ລາຄາ ແລະປະລິມານເຂົ້າ.”
ທ່ານສຸພະວຸດກ່າວວ່າ ເຖິງແມ່ນວ່າ ໂດຍລວມແລ້ວ ເສດຖະກິດຂອງໄທໄດ້ຟື້ນໂຕຄືນ ຈາກວິກິດການດ້ານການເງິນຂອງໂລກ ແລະຄວາມວຸ້ນວາຍທາງການເມືອງພາໃນປະເທດຫວ່າງໄວໆມານີ້ ແລ້ວກໍຕາມ ແຕ່ວ່າພາກສ່ວນການກະເສດຂອງໄທກໍຍັງໄດ້ຮັບຄວາມເສຍຫາຍຢູ່.
ໃນເດືອນພຶດສະພາແລ້ວນີ້ ລາຄາເຂົ້າຂອງໄທ ຊຶ່ງເປັນມາດຕະຖານຂອງເອເຊຍນັ້ນ ໄດ້ຕົກລົງສູ່ລະດັບຕ່ຳສຸດໃນຮອບ 2 ປີຜ່ານມາ ຫລັງຈາກຄວາມຮຽກຮ້ອງຕ້ອງການເຂົ້າຈາກຕ່າງປະເທດ ລຸດລົງ.
ໃນເດືອນພຶດສະພາ ທາງການໄທໄດ້ປັບການຊ່ອຍເຫລືອເກື້ອກູນຂອງ ລັດຖະບານ ໂດຍໄດ້ສະເໜີລາຄາເຂົ້າທ່ີຮັບປະກັນໃຫ້ ແກ່ພວກຊາວ ໄຮ່ຊາວນາ.
ແຕ່ທ່ານສັນໄຊ ຣັດຕະນານົນ ປະທານສະມາຄົມໂຮງສີເຂົ້າໄທ ກ່າວວ່າ ການຊ່ອຍເຫລືອຂອງລັດຖະບານທ່ີວ່ານີ້ແມ່ນບໍ່ພຽງພໍ
/// ສຽງພາສາໄທ ///
ທ່ານສັນໄຊເວົ້າວ່າ ລາຄາທ່ີຮັບປະກັນໃຫ້ໃນປັດຈຸບັນນີ້ ແມ່ນພຽງພໍແຕ່ສຳລັບຕົ້ນທຶນຂອງຊາວນາເທົ່ານັ້ນ ເພາະວ່າເຂົາເຈົ້າໄດ້ຮັບຜົນເກັບກ່ຽວຕ່ຳຫລາຍ ຍ້ອນໄພແຫ້ງແລ້ງ. ດັ່ງນັ້ນ ມັນຈຶ່ງກະທົບກະເທືອນ ລາຍໄດ້ຂອງເຂົາເຈົ້າ ຊຶ່ງທ່ານກ່າວວ່າ ພວກຊາວນາບໍ່ໄດ້ກຳໄລຫຍັງໝົດ.
ບັນດານັກວິເຄາະຕະຫລາດດ້ານການກະເສດກ່າວວ່າ ລາຄາເຂົ້າຄວນຈະສູງຂຶ້ນ ໃນຂະນະທ່ີຕະຫລາດຮູ້ສຶກເຖິງຜົນກະທົບຈາກໄພແຫ້ງແລ້ງ.
ທ່ານສັນໄຊ ກ່າວວ່າ ພວກກະສິກອນກຳລັງພາກັນປູກໝາກສາລີແລະ ອ້ອຍຫລາຍຂຶ້ນ ເພື່ອຕັດຄ່າເສຍຫາຍຂອງເຂົາເຈົ້າລົງ ຈາກການເກັບ ກ່ຽວເຂົ້າທ່ີບໍ່ໄດ້ຮັບຜົນດີນັ້ນ ແລະທ່ານກ່າວຕໍ່ໄປວ່າ ມັນຈະໃຊ້ເວລາຕື່ມອີກ 1 ປີຫລື 2 ປີ ກ່ອນທີ່ພວກຊາວກະສິກອນຈະພາກັນກັບຄືນໄປປູກເຂົ້າອີກ ເວລາໃດລາຄາເຂົ້າດີຂຶ້ນຄືນ ແຕ່ເຂົ້າທີ່ລັດຖະບານຊື້ຈາກປະຊາຊົນເພື່ອເກັບສຳຮອງໄວ້ ສາມາດທົດແທນເຂົ້າທ່ີຂາດໄປນັ້ນໄດ້.
ເຖິງຢ່າງໃດກໍດີ ການສົ່ງອອກເຂົ້າຂອງໄທ ທ່ີກວມເປັນປະມານ 1 ສ່ວນ 3 ຂອງການສົ່ງອອກເຂົ້າທັງໝົດຂອງໂລກນັ້ນ ຄາດວ່າຈະລຸດ ລົງຫລາຍເຖິງ 1 ລ້ານໂຕນໃນປີນີ້ ຊຶ່ງອາດຈະສົ່ງຜົນກະທົບແກ່ພວກ ປະເທດທ່ີສັ່ງຊື້ເຂົ້າຈາກຕ່າງປະເທດນັ້ນໄດ້.
ທ່ານ Rex Estoperez ໂຄສົກປະຈຳອົງການອາຫານແຫ່ງຊາດຂອງ ຟີລິບປິນ ຊຶ່ງເປັນປະເທດທ່ີສັ່ງຊື້ເຂົ້າຫລາຍທ່ີສຸດໃນເອເຊຍ ມີຄວາມເຫັນວ່າ:
“ແນ່ນອນທີ່ສຸດວ່າ ມັນຈະກະທົບປະເທດຟີລິບປີນໃນເລື່ອງເຂົ້າ ແຕ່ ເຮົາກໍຮູ້ດີວ່າ ໄທເປັນພຽງປະເທດນື່ງໃນຫລາຍໆປະເທດທີ່ສົ່ງເຂົ້າໃຫ້ ຟີລິບປີນ ແລະເມື່ອປີຜ່ານມານີ້ ພວກເຮົາໄດ້ເປີດໃຫ້ມີການປະມູນສົ່ງເຂົ້າມາໃຫ້ພວກເຮົາໃນເດືອນທັນວາ ແລະປະເທດທີ່ຂາຍເຂົ້າລາຍ ໃຫຍ່ໃຫ້ພວກເຮົາ ເວລານັ້ນ ແມ່ນຫວຽດນາມ.”
ທ່ານ Estoperez ກ່າວວ່າ ຟີລິບປິນຊື້ເຂົ້າຈາກ 6 ປະເທດ ແຕ່ຕາບໃດທ່ີບໍ່ມີໄພຫາຍຍະນະທາງດິນຟ້າອາກາດເກີດຂຶ້ນອີກ ຟີລິບປິນກໍບໍ່ ຄວນຈະມີບັນຫາໃດໆໃນການຫາເຂົ້າມາໄດ້ ພຽງພໍກັບຄວາມຕ້ອງການໃນປີນີ້.
ໃນປີ 2008 ດິນຟ້າອາກາດບໍ່ດີ ແລະປະລິມານຜົນເກັບກ່ຽວເຂົ້າຢູ່ໃນ ລະດັບຕ່ຳ ໄດ້ພາໃຫ້ລາຄາເຂົ້າຖີບໂຕສູງຂຶ້ນກາຍ 1000 ດອນລາຕໍ່ໂຕນ ແລະພວກປະເທດສົ່ງອອກເຂົ້າ ໄດ້ພາກັນຈຳກັດການຂາຍເຂົ້າ ຂອງຕົນ ໄປຍັງຕ່າງປະເທດ.
ໃນອີກດ້ານນື່ງນັ້ນ ທ່ານນາງ Concepcion Calpe ນັກເສດຖະ ສາດອາວຸໂສປະຈຳອົງການອາຫານແລະການກະເສດຂອງສະຫະປະ ຊາຊາດ ກ່າວວ່າ ໃນຂະນະທ່ີໄພແຫ້ງແລ້ງໄດ້ເຮັດໃຫ້ຜົນເກັບກ່ຽວເຂົ້າຂອງກຳປູເຈຍ ລົດລົງ 10 ເປີເຊັນ ຈາກລະດັບທີ່ຄາດໝາຍໄວ້ ແລະຂອງໄທ ລົດລົງປະມານ 6 ເປີເຊັນ ແຕ່ຜົນເກັບກ່ຽວເຂົ້າໃນຂົງ ເຂດເອເຊຍທັງໝົດ ຈະດີຂຶ້ນກວ່າໃນປີ 2009 ຊຶ່ງທ່ານນາງ Calpe ກ່າວວ່າ:
“ທີ່ປະເທດອິນໂດເນເຊຍນັ້ນ ເຖິງແມ່ນວ່າພວກຊາວນາໄດ້ມີການເລິ່ມ ຕົ້ນບໍ່ດີ ແລະໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງກໍຕາມ ແຕ່ເຂົາເຈົ້າກໍຍັງຈະເກັບກ່ຽວເຂົ້າໄດ້ຫລາຍຂຶ້ນ. ທີ່ອິນເດຍ ພວກເຮົາກໍຄາດຄະເນວ່າ ຈະມີການຟື້ນໂຕຄືນຢ່າງແຂງແຮງຈາກການເກັບກ່ຽວທີ່ໄດ້ຜົນຕ່ຳ ໃນປີກາຍນີ້ ຍ້ອນລະດູມອນສູນທີ່ຜິດປົກກະຕິນັ້ນ. ແລະຈີນກໍຈະ ຜະລິດເຂົ້າໄດ້ຫລາຍຂື້ນຄືກັນ ເຊ່ນດຽວກັບບັງກລາເດສ. ສະນັ້ນ ຈຶ່ງສະຫລູບໄດ້ວ່າ ພວກປະເທດຜະລິດເຂົ້າລາຍໃຫຍ່ເຫລົ່ານີ້ ຈະໄດ້ຮັບຜົນເກັບກ່ຽວຫລາຍຂື້ນ ໃນປີ 2010 ນີ້.”
ທ່ານນາງກ່າວຕື່ມວ່າ ເມື່ອຜົນເກັບກ່ຽວໄດ້ຫລາຍຂຶ້ນ ແລະຂະນະດຽວກັນ ກໍມີເຂົ້າຢ່າງຫລວງຫລາຍໃນຄັງເຂົ້າສຳຮອງຂອງລັດຖະບານ ກໍໝາຍຄວາມວ່າຈະມີການສ່ຽງນ້ອຍລົງ ຕໍ່ການທ່ີຈະຂາດແຄນເຂົ້າກິນ ຫລືວ່າລາຄາເຂົ້າຈະຖີບໂຕສູງຂຶ້ນນັ້ນ.
ຢ່າງໃດກໍຕາມ ທ່ານນາງກ່າວຕໍ່ໄປວ່າ ໄພແຫ້ງແລ້ງທ່ີສົ່ງຜົນກະທົບຕໍ່ກຳປູເຈຍແລະໄທ ອາດຈະສ້າງຄວາມລຳບາກເດືອດຮ້ອນຫລາຍຂຶ້ນ ໃຫ້ແກ່ພວກກະສິກອນລາຍນ້ອຍ ແລະພວກຊາວນາຄວນຈະຫັນໄປປູກພືດຢ່າງອຶ່ນຫລາຍໆຢ່າງ ເພື່ອວ່າເຂົາເຈົ້າຈະບໍ່ຕ້ອງໄດ້ອາໄສແຕ່ເຂົ້າ ຢ່າງດຽວເທົ່ານັ້ນ.