ປີກາຍນີ້ ຊາວເອເຊຍທີ່ໄປເຮັດວຽກຢູ່ຕ່າງປະເທດໄດ້ສົ່ງ
ເງິນໄປໃຫ້ຄອບຄົວຂອງເຂົາເຈົ້າຢູ່ບ້ານ ລວມກັນທັງໝົດ
ເປັນ 260 ພັນລ້ານໂດລາ ຊຶ່ງເປັນຈໍານວນຫຼາຍກວ່າເງິນ
ຂອງພວກຄົນງານຈາກຂົງເຂດອື່ນໃດທັງໝົດ ໃນໂລກທີ່
ສົ່ງເມືອບ້ານ ແລະເປັນຈໍານວນທີ່ຫລາຍກວ່າເງິນຊ່ວຍເຫລືອ
ໃນການພັດທະນາເຖິງ 5 ເທົ່າ. ແຕ່ນັກຊ່ຽວຊານເວົ້າວ່າ ຄ່າ
ໃຊ້ຈ່າຍໃນການ ສົ່ງແລະຮັບເງິນດັ່ງກ່າວ ແມ່ນແພງເກີນໄປ ແລະຖ້າມີການຫລຸດຄ່າສົ່ງໃຫ້ ຖືກລົງ ກໍຈະພາໃຫ້ມີການກະຕຸ້ນໃຫ້ເສດຖະກິດເຕີບໂຕຫຼາຍຂຶ້ນກວ່ານີ້. Daniel Schearf ຜູ້ສື່ຂ່າວວີໂອເອ ມີລາຍງານມາຈາກບາງກອກ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຟັງຂ່າວຝາກເງິນໄປເອເຊຍ
ມີຄົນງານຊາວເອເຊຍໄປເຮັດວຽກງານ ຢູ່ປະເທດຕ່າງໆໃນໂລກ 60 ລ້ານຄົນ. ແລະ
ພວກເຂົາເຈົ້າໄດ້ສົ່ງເງິນໄປໃຫ້ຄອບຄົວຢູ່ບ້ານຫລາຍກວ່າ ຄົນງານທີ່ໄປເຮັດວຽກຢູ່ຕ່າງປະເທດຈາກຂົງເຂດອາຟຣິກາ, ອາເມຣິກາລາຕິນ ແລະຢູໂຣບຕາເວັນອອກ ລວມ
ເຂົ້າກັນ.
ຫລາຍກວ່າ 60 ເປີເຊັນຂອງເງິນຈຳນວນທັງໝົດ 410 ພັນລ້ານໂດລາທີ່ສົ່ງກັບຄືນ
ປະເທດໃນປີກາຍນີ້ ແມ່ນສົ່ງໄປຍັງຂົງເຂດເອເຊຍຊຶ່ງເປັນບ່ອນ ທີ່ວ່າ 10 ຄົວເຮືອນ
ໃດ ແມ່ນມີຄົວນຶ່ງ ໄດ້ຮັບເງິນຈາກຕ່າງປະເທດ. ປະ ທດທີ່ໄດ້ຮັບເງິນຫຼາຍກວ່າໝູ່
ແມ່ນອິນເດຍ, ຈີນ, ຟີລິບປິນ, ປາກິສຖານ, ບັງກລາແດັສ, ຫວຽດນາມ ແລະສີລັງກາ
ຕາມລໍາດັບ.
ບົດລາຍງານຂອງອົງການສະຫະປະຊາຊາດ ສະບັບນຶ່ງທີ່ເຜີຍແຜ່ອອກ ໃນວັນຈັນ
ອາທິດແລ້ວເວົ້າວ່າ ເງິນທີ່ພວກເຂົາເຈົ້າສົ່ງກັບຄືນບ້ານນັ້ນ ໄດ້ຊ່ວຍຫລຸດຜ່ອນຄວາມ
ທຸກຈົນ ຫລາຍກວ່າຍອດເງິນຊ່ວຍເຫຼືອທັງໝົດ ທີ່ສາກົນໃຫ້ເພື່ອການພັດທະນາ.
ແຕ່ວ່າບົດລາຍງານ ທີ່ມີຫົວຂໍ້ວ່າ “ສົ່ງເງິນກັບບ້ານຢູ່ເອເຊຍ” ສະຫລຸບວ່າ ຂັ້ນຕອນ
ການໂອນ ແມ່ນເສຍຄ່າທໍານຽມຫລາຍໂພດ ຊຶ່ງໄລ່ສະເລ່ຍແລ້ວ ປະມານ 9 ເປີເຊັນ ແລະທາງເລືອກໃນການໃຊ້ເງິນນີ້ລົງທຶນ ກໍມີໜ້ອຍໂພດ.
ທ່ານ Kevin Cleaver ຊຶ່ງເປັນຮອງປະທານອາວຸໂສ ຂອງອົງການກອງທຶນສາກົນ
ຂອງສະຫະປະຊາຊາດ ເພື່ອການພັດທະນາດ້ານກະສິກໍາ ຫລື (IFAD) ເວົ້າວ່າ ຖ້າ
ຫາກຄ່າສົ່ງຖືກລົງ ມັນຈະເຮັດໃຫ້ມີເງິນຫຼາຍຂຶ້ນ ລັ່ງໄຫຼໄປສູ່ການລົງທຶນໂດຍກົງ.
ທ່ານ Cleaver ກ່າວວ່າ “ເບິ່ງຕົວເລກນີ້ແມ໋. 260 ພັນລ້ານໂດລາ ຢູ່ໃນ ປີ
ດຽວເທົ່ານັ້ນ ທີ່ໄດ້ສົ່ງກັບໄປເອເຊຍ. ຖ້າໃຊ້ພຽງແຕ່ 10 ເປີເຊັນຂອງເງິນ
ຈໍານວນນັ້ນ ເຂົ້າໃສ່ຈຸດປະສົງໃນການລົງທຶນ ແລະເຄິ່ງນຶ່ງຂອງ 10 ເປີເຊັນ
ນັ້ນ ເຂົ້າໃນການພັດທະນາເຂດຊົນນະບົດ ແລະເຄິ່ງນຶ່ງຂອງ 10 ເປີເຊັນ
ແມ່ນປະມານ 13 ພັນລ້ານໂດລາ, ຊຶ່ງເງິນກ້ອນນັ້ນ ແມ່ນຫລາຍກວ່າເງິນ
ຊ່ວຍເຫລືອໃນການພັດທະນາທີ່ເປັນທາງການ ໃນປີ 2012 ສໍາລັບດ້ານ
ກະສິກໍາ.”
ທ່ານ Cleaver ເວົ້າອີກວ່າ ມີລັດຖະບານຂອງຫລາຍປະເທດໂພດໃນເອເຊຍທີ່ອະນຸ
ຍາດໃຫ້ມີການແຂ່ງຂັນໜ້ອຍຫລາຍ ສໍາລັບການ ບໍລິການດ້ານໂອນເງິນ ຊຶ່ງສົ່ງຜົນ
ໃຫ້ມີການຜູກຂາດ ທີ່ສາມາດຕັ້ງຄ່າໂອນສູງ.
ໃນຂະນະທີ່ຄ່າໂອນເງິນຢູ່ບາງປະເທດໃນເຂດເອເຊຍກາງແມ່ນຕໍ່າກວ່າ 7 ເປີເຊັນ
ຊຶ່ງເປັນອັດຕາສະເລ່ຍຂອງໂລກ ແຕ່ວ່າຄ່າໂອນໃນປະເທດຕ່າງໆ ໃນເຂດເອເຊຍ
ປາຊີຟິກ ເຊັ່ນຈີນ ແມ່ນ 10 ເປີເຊັນ ຫລືຫລາຍກວ່ານັ້ນ.
ບົດລາຍງານ ທີ່ໄດ້ເຮັດຂຶ້ນມາຮ່ວມກັນລະຫວ່າງອົງການ IFAD ແລະທະນາຄານໂລກ
ເວົ້າວ່າ ຄວນມີການບໍລິການດ້ານການເງິນຫລາຍຂຶ້ນ ຄຽງຄູ່ກັນກັບການສົ່ງເງິນກັບ
ປະເທດ.
ທ່ານມາຊິໂມະ ເຊຍອະຊິໂນະ (Massimo Cirassino) ຜູ້ຈັດການໂຄງສ້າງດ້ານການ
ເງິນ ແລະການສົ່ງເງິນກັບປະເທດທີ່ທະນາຄານໂລກເວົ້າວ່າຄົນງານທີ່ໄປເຮັດວຽກຢູ່
ຕ່າງປະເທດຫລາຍຄົນແລະຄອບຄົວຂອງເຂົາ ເຈົ້າ ບໍ່ມີບັນຊີທະນາຄານ ແລະມີພຽງ
ປະມານ 1 ສ່ວນ 4 ຂອງເງິນທີ່ໄດ້ຮັບຈາກການສົ່ງກັບປະເທດນັ້ນ ໄດ້ມີການເກັບອອມ
ໄວ້ຫລືໃຊ້ເຂົ້າໃນການລົງທຶນ.
ທ່ານ Massimo ເວົ້າວ່າ ”ພວກເຂົາເຈົ້າຫາກໍ່ໄດ້ເຂົ້າໄປສໍາຜັດກັບຂະແໜງ
ການເງິນ ເມື່ອເຂົາເຈົ້າໄດ້ຮັບເງິນ. ແລະ ປົກກະຕິ ມັນແມ່ນເງິນສົດ ແລະ
ສະນັ້ນ ກໍຈ່າຍເປັນເງິນສົດ. ເພາະສະນັ້ນ ຖ້າພວກເຮົາສາມາດເຮັດໃຫ້ ການບໍລິການເຫລົ່ານັ້ນ ມີອໍານາດໃນ ການເພີ້ມຈໍານວນການບໍລິການດ້ານ
ການເງິນທີ່ສະໜອງໃຫ້ແກ່ປະຊາຄົມ ເຫລົ່ານີ້ຂຶ້ນ ບໍ່ແມ່ນແຕ່ວ່າ ຈະເປັນ
ເລື້ອງໂອກາດເກັບເງິນປະຢັດໄວ້, ການໃຫ້ສິນເຊື່ອ, ຫລື ສິນເຊື່ອຂະໜາດ
ນ້ອຍ, ຫລືປະກັນໄພຂະໜາດນ້ອຍ ຂ້າພະເຈົ້າຄິດວ່າ ນີ້ຄືວຽກງານທີ່ຕ້ອງ
ເຮັດອັນສໍາຄັນ.”
ທ່ານ Massimo ຍັງເວົ້າອີກວ່າ ຄົນງານທີ່ໄປເຮັດວຽກຢູ່ຕ່າງປະເທດ ຊຶ່ງສ່ວນຫລາຍ
ມັກຈະບໍ່ມີເອກະສານຖືກຕ້ອງນັ້ນ ຍັງຕ້ອງການການສຶກສາ ແລະການຍື່ນມືເຂົ້າໄປຊ່ວຍອີກ ເພື່ອຫລີກລ່ຽງການຖືກຂູດຮີດ.
ບົດລາຍງານດັ່ງກ່າວ ໄດ້ພິມເຜີຍແຜ່ໃນຕອນເລີ້ມຕົ້ນກອງປະຊຸມໂລກຄັ້ງທີ 4 ກ່ຽວກັບ
ການສົ່ງເງິນກັບປະເທດ ທີ່ຈັດຂຶ້ນຢູ່ບາງກອກ. ເຫດການທີ່ດໍາເນີນໄປເປັນເວລາສາມ
ວັນນັ້ນ ໄດ້ດຶງດູດເອົາຜູ້ອອກນະໂຍບາຍທັງຫລາຍ, ຜູ້ໃຫ້ການບໍລິການ, ຜູ້ໃຫ້ຢືມເງິນ
ແລະພວກນັກເຄື່ອນໄຫວມາອະພິປາຍ ແລະສົນທະນາກັນກ່ຽວກັບບັນຫາດັ່ງກ່າວ.
ບັນດາປະເທດທີ່ຮັ່ງມີທີ່ສຸດຂອງໂລກ ກໍຄືກຸ່ມ G-8 ໄດ້ຕັ້ງເປົ້າໝາຍໄວ້ ໃນປີ 2009
ວ່າຈະຫລຸດຄ່າໃຊ້ຈ່າຍໃນການສົ່ງເງິນກັບຄືນປະເທດຂອງໂລກ ລົງ 5 ເປີເຊັນ ພາຍ
ໃນປີ 2014.
ເບິ່ງວີດິໂອກ່ຽວກັບລາຍງານນີ້: