ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໓ ພຶດສະພາ ໒໐໒໕

11 ປະເທດເອເຊຍ-ປາຊີຟິກ ເຝິກແອບ ຮັບມືກັບ ໄພທໍາມະຊາດ ຮ່ວມກັນ


ທະຫານມາຣີນສະຫະລັດ ກັບທະຫານເຮືອຟີລິບປິນ ກໍາລັງຈະຂຶ້ນເຮືອຢາງ ກັບຜູ້ກໍ່ການຮ້າຍປອມ ທີ່ຈັບໄດ້ ໃນການເຝິກແອບຮ່ວມກັນ, ວັນທີ 15 ເມສາ2013.
ທະຫານມາຣີນສະຫະລັດ ກັບທະຫານເຮືອຟີລິບປິນ ກໍາລັງຈະຂຶ້ນເຮືອຢາງ ກັບຜູ້ກໍ່ການຮ້າຍປອມ ທີ່ຈັບໄດ້ ໃນການເຝິກແອບຮ່ວມກັນ, ວັນທີ 15 ເມສາ2013.
ເຈົ້າ​ໜ້າທີ່ທະຫານ​ຈາກ 11 ປະ​ເທດ​ໃນ​ເຂດ​ເອ​ເຊຍ-
ປາຊີຟິກ ປະຊຸມ​ກັນ ຢູ່​ນະຄອນຫລວງ​ມະນີ​ລາ ຂອງ​ຟີ​ລິບ​ປິນ
​ເມື່ອ​ວັນຈັນ​ຜ່ານ​ມາ​ນີ້ ​ເພື່ອ​ພະຍາຍາມ​ຫາ​ທາງ​ເສີມ​ຂະຫຍາຍ
​ການຮ່ວມ​ມື​ກັນ ​ເວລາ​ເກີດ​ໄພ​ຫາ​ຍະ​ນະ​ທາງ​ທະ​ເລ ຢູ່​ໃນ​ເຂດ​
ນ່ານນໍ້າ​ສາກົນ. ຜູ້​ເຂົ້າ​ຮ່ວມ​ປະຊຸມ ມີ​ໂຮມ​ທັງ​ຜູ້​ແທນ​ຈາກ​ຈີນ ​
ແລະ​ອີກ​ຫລາຍໆ​ປະ​ເທດ ທີ່​ຍາດ​ກັນ​ອ້າງ​ເອົາ​ກໍາມະສິດ​ໃນ
​ດິນ​ດອນ ຢູ່​ໃນ​ເຂດ​ນໍ້າ​ໃກ້ໆ​ນັ້ນ. ຜູ້​ສື່​ຂ່າວ ວີ​ໂອ​ເອ Simone
Orendain ມີ​ລາຍ​ງານ​ມາ​ຈາກ​ມະນີ​ລາ ຊຶ່ງ​ດາຣາຈະ​ນໍາ​ມາ
ສະ​ເໜີ​ທ່ານ.
ລິງໂດຍກົງ

ບັນດາເຈົ້າ​ໜ້າ​ທີ່​ທະຫານ​ຟີ​ລິບ​ປິນ ກ່າວ​ວ່າ ນີ້​ເປັນ​ເທື່ອ​ທໍາອິດ
ທີ່​ມີປະ​ເທດຕ່າງໆ​ໃນ​ຈໍານວນຫລາຍ​ແບບນີ້ ມາເຝິກແອບ​ຮ່ວມ
ກັນ ກ່ຽວ​ກັບ​ວິທີ​ການ​ຮັບ​ມື​ກັບ​ໄພ​ຫາ​ຍະ​ນະ​ທາງ​ທະ​ເລ ພາຍ​ໃຕ້​
ສະຖານະ​ການ​ຈໍາລອງ​ ຂອງເຫດ​ການໂຕ​ຈິງ.

ນາຍ​ທະຫານ​ລະດັບ​ປານ​ກາງ​ຈາກ​ປະ​ເທດ​ຕ່າງໆ ອັນໂຮມ​ທັງປະ​ເທດ​ເຈົ້າພາບ ກໍຄືຟີລິບ
ປິນ ກັບ ສະຫະລັດ ຈີນ ຫວຽ​ດນາມ ອິນ​ໂດ​ເນ​ເຊຍ ​ໄທ ຍີ່​ປຸ່ນແລະ ​ເກົາຫລີ​ໃຕ້ ​ໄດ້​ຮ່ວມ
ກັນເຝິກແອບຂັ້ນ​ຕອນ​ຕ່າງ​ໆ ສໍາລັບ​ຮັບ​ມື​ກັບ​ໄພ​ຫາ​ຍະ​ນະ ​ໃນ​ສະຖານະ​ການ​ຈໍາລອງ​
ຫລາຍໆຢ່າງ ອັນ​ໂຮມ​ທັງ​ພາ​ຍຸ​ໄຕ້​ຝຸ່ນ ​ແລະ​ແຜ່ນດິນ​ໄຫວ.

ຫລາຍ​ໆປະ​ເທດ​ໃນ​ນັ້ນ ​ແມ່ນ​ມີ​ບັນຫາ​ຂັດ​ແຍ້​ງເລື້ອງ​ດິນ​ດອນ​ນໍາ​ກັນ ​ແລະກັບປະ​ເທດ​ຈີນ ຍ້ອນ​ການ​ຍາດ​ກັນ​ອ້າງ​ເອົາ​ ກໍາມະສິດ​ໃນ​ດິນ​ດອນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ​ແລະ​ທະເລ​ຈີນ
​ຕາ​ເວັນ​ອອກ.

ອຸບ​ປະ​ທູດ​ທະຫານ​ຫວຽດນາມ​ປະ​ຈໍາ​ນະຄອນຫລວງ​ມະນີ​ລາ ພັນ​ເອກອາວຸ​ໂສ ຮວງ ກິມ ຟຸງ ກ່າວ​ວ່າ ການ​ຜິດ​ຖຽງ​ກັນ​ ຍ້ອນ​ການ​ຍາດ​ກັນ ອ້າງ​ເອົາ​ດິນ​ດອນ​ນັ້ນ ​ແມ່ນ​ບໍ່​ກ່ຽວ​ກັບ​ການ​ເຝິກ​ແອບ​ດັ່ງກ່າວ​ນີ້. ພັນ​ເອກ ຮວງ ເວົ້າວ່າ:

ແຜ່ນທີ່ເຂດທະເລຈີນໃຕ້ ບ່ອນທີ່ຫລາຍໆປະເທດຍາດກັນ ອ້າງເອົາ ກໍາມະສິດໃນເກາະດອນຕ່າງໆ (ຂລິກຮູບເພື່ອຂະຫຍາຍໃຫ້ໃຫຍ່)
ແຜ່ນທີ່ເຂດທະເລຈີນໃຕ້ ບ່ອນທີ່ຫລາຍໆປະເທດຍາດກັນ ອ້າງເອົາ ກໍາມະສິດໃນເກາະດອນຕ່າງໆ (ຂລິກຮູບເພື່ອຂະຫຍາຍໃຫ້ໃຫຍ່)

“ພວກ​ເຮົາ ຍາມ​ໃດ ກໍ​ສະໜັບສະໜຸນ​ກັນ​ແລະ​ຊ່ວຍ​ເຫລືອ​
ເຮືອ​ຫາ​ປາ​ຂອງ​ກັນ​ລະ​ກັນ ບໍ່​ວ່າ​ເຮືອ​ຫາ​ປາ ຈາກ​ຟີ​ລິບ​ປິນ
ຈາກ​ຈີນ ​ແລະ​ປະ​ເທດ​ອື່ນໆ ​ໃນ​ກໍ​ລະ​ນີທີ່​ເກີດ​ເຫດການ​ສຸກ​
ເສີນ. ພວກ​ເຮົາ​ຖື​ວ່າ ມັນ​ເປັນ​ການ​ກະທໍາ​ທີ່​ມີ​ກຽດ.”


​ເມື່ອ​ນຶ່ງ​ປີ​ກ່ອນ​ນີ້ ຟີ​ລິບ​ປີນ​ແລະ​ຈີນ ​ໄດ້​ຕົກ​ຢູ່​ໃນ​ສະພາບ​ຈຶ້ງ​ທ່າ​
ໃສ່​ກັນ ຢູ່​ເກາະ​ຫິນ Scarborough ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.
ຟີ​ລິບ​ປີນ​ພະຍາຍາມຈະ​ຈັບຊາວ​ປະມົງ​ຈີ​ນ ຍ້ອນ ຕາມ​ການ​ກ່າວ
​ຫາ​ຂອງ​ຟີ​ລິບ​ປີນ​ນັ້ນ​ກໍ​ແມ່ນ​ວ່າ ​ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປ​ລັກລອບ​ເອົາ​
ສັດທະ​ເລ​ທີ່​ໃກ້​ຈະສູນພັນ ຢູ່​ໃນ​ເຂດ​ທີ່​ຟີ​ລິບ​ປີນ​ກ່າ​ວວ່າ ​ເປັນ​ຂອງ​
ຕົນ ຕາມ​ທີ່​ລະບຸ​ໄວ້​ຢູ່​ໃນ​ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ທາງ​ທະ​ເລ ຂອງ​ສະຫະ​ປະຊາ​
ຊາດ​ນັ້ນ.

​ໂຄສົກ​ກອງທັບ​ຟີ​ລິບ​ປີນ ພັນ​ຕີ Emmanuel Garcia ກ່າວ​ວ່າ ​ເລື້ອງ​ການ​ຜິດ​ຖຽງ​ກັນ​
ກ່ຽວ​ກັບ​ດິນ​ດອນ​ນັ້ນ ​ແມ່ນ​ສາມາດ​ແຍກ​ອອກ​ໄວ້ຕ່າງຫາກໄດ້ ​ເວລາທີ່​ຈໍາ​ເປັນ​ຕ້ອງ​ຮັບ​ມື​ກັບ​ໄພ​ຫາ​ຍະ​ນະ. ພັນ​ຕີ Garcia ​ເວົ້າ​ວ່າ:

“ບັນຫາ​ເຫລົ່າ​ນັ້ນ​ທັງ​ໝົດ​ແມ່ນ​ເປັນ​ເລື້ອງ​ຊົ່ວຄາວ ​ແຕ່​ສິ່ງ​ທີ່​ເປັນ​ເລື້ອງ
​ຖາວອນ ກໍ​ຄື ພວກ​ເຮົາ​ທັງ​ໝົດ​ແມ່ນ​ເປັນ​ມະນຸດ ​ແລະ​ພວກ​ເຮົາທັງ​ໝົດ​
ກໍ​ປະ​ເຊີນ​ກັບ​ໄພ​ຫາ​ຍະ​ນະ​ແລະ​ໄພທໍາ​ມະ​ຊາດນໍາ​ກັນ ສະ​ນັ້ນ​ ພວກ​
ເຮົາ​ຕ້ອງ​ຮັບ​ມື​ກັບ​ໄພ​ທໍາ​ມະ​ຊາດ​ເຫລົ່າ​ນັ້ນ ຮ່ວມ​ກັນ.”


​ໃນໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ທັງ​ຫວຽດນາມ​ແລະ​ຟີ​ລິບ​ປີນ​ ຕ່າງ​ກໍ​ໄດ້ຈົ່ມ​ວ່າ ກ່ຽວ​ກັບ​
ການ​ອ້າງ​ເອົາ​ກໍາມະສິດ​ ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ທັງ​ໝົດ ຂອງ​ຈີນ. ທັງ​ສອງປະ​ເທດ​ກ່າວ​
ຫາ​ວ່າ ຊາວ​ປະມົງ​ທ້ອງ​ຖິ່ນ​ຂອງ​ພວກ​ຕົນ​ໄດ້​ຖືກ​ຮາວີ​ລົບ​ກວນ ​ໂດ​ຍກໍາ​ປັ່ນ​ຂອງ​ຈີນ​
ເປັນ​ປະ​ຈໍາ ຊຶ່ງ​ເປັນ​ການ​ກ່າວ​ຫາ ທີ່​ປັກ​ກິ່ງ​ປະຕິ​ເສດ.

ການ​ເຝິກ​ແອບ​ໃນ​ມື້​ວັນ​ຈັນ​ຜ່ານ​ມາ​ນັ້ນ ​ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ການ​ຊ້ອມ​ລົບປະ​ຈໍາ
ປີ​ຮ່ວມ​ກັນ ​ລະຫວ່າງຟີ​ລິບ​ປິນກັບ​ສະຫະລັດ ທີ່​ມີ​ສົນທິສັນຍາຮ່ວມ​ປ້ອງ​ກັນ ນໍາ​ກັນ.

XS
SM
MD
LG