ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ວ່າ ການສົ່ງອອກຂອງ ເຂດເອເຊຍແລະປາຊິຟິກ ອາດຕົກຕໍ່າລົງ


ໂຣງງານຂອງບໍລິສັດຜະລິດລົດ Ford Motor Co. ຂອງສະຫະລັດ ທີ່ເມືອງ Maraimalar Nagar ປະເທດອິນເດຍ.
ໂຣງງານຂອງບໍລິສັດຜະລິດລົດ Ford Motor Co. ຂອງສະຫະລັດ ທີ່ເມືອງ Maraimalar Nagar ປະເທດອິນເດຍ.

ລາຍງານໃໝ່ສະບັບນຶ່ງຂອງອົງການສະຫະປະຊາຊາດເຕືອນວ່າ ການເຕີບໂຕດ້ານ​ການສົ່ງ ອອກໃນຂົງເຂດເອເຊຍ ແລະປາຊິຟິກ ອາດຕົກຕໍ່າລົງເຄິ່ງນຶ່ງໃນປີນີ້ ຍ້ອນການເຕີບໂຕ ທີ່ຊ້າລົງຂອງ​ເສດຖະກິດໃນພາກພື້ນ ຢຸໂຣບ ຍີ່ປຸ່ນແລະສະຫະລັດ. ຜູ້ສື່ຂ່າວວີໂອເອ Ron Corben ລາຍ ງານຈາກບາງກອກວ່າ ນອກນີ້ແລ້ວ ຫົວໜ້າຄະນະ​ກໍາມາ​ທິການ​ເສດຖະ ກິດແລະສັງຄົມແຫ່ງຂົງເຂດ​ເອ​ເຊຍ​ປາຊີ​ຟິກ ຂອງອົງການສະຫະປະຊາ ຊາດກ່າວວ່າ ​ເຖິງ​ແມ່ນ​ວ່າ ສະພາບ​ການໂດຍລວມຂອງເສດຖະກິດ​ໃນ ພາກ​ພື້ນ​ນີ້ ຍັງມີ​ລັກສະນະບວກຢູ່ກໍ​ຕາມ ຄວາມບໍ່ແນ່ນອນກ່ຽວກັບຄວາມ ສາມາດຂອງລັດຖະບານສະຫະລັດ​ ໃນ​ການ​ແກ້​ໄຂ​ບັນຫາໜີ້ສິນນັ້ນແມ່ນ ພາໃຫ້ຂາດຄວາມໝັ້ນໃຈ. ທອງປານມີເລຶ່ອງນີ້ມາສະເໜີທ່ານໃນອັນ ດັບຕໍ່ໄປ

ຄະນະກໍາມາທິການເສດຖະກິດສັງຄົມແຫ່ງຂົງເຂດເອເຊຍແລະປາຊິຟິກຂອງອົງການ
ສະຫະປະຊາຊາດ ຫລື UNESCAP ກ່າວວ່າ ການປະຄັບປະຄອງການເຕີບໂຕຂອງ
ເສດຖະກິດໃນຂົງເຂດດັ່ງກ່າວເອົາໄວ້ ຍັງເປັນສິ່ງທ້າທາຍຢູ່ຕໍ່ມາ ລຸນຫລັງຈາກວິກິດ ການການເງິນຂອງໂລກນັ້ນ.

ພາກສ່ວນການສົ່ງອອກຂອງຂົງເຂດເອເຊຍ ແມ່ນເພິ່ງພາຄວາມຮຽກຮ້ອງຕ້ອງການ
ຢ່າງໜັກຈາກພາກພື້ນຢຸໂຣບ ສະຫະລັດ ແລະຍີ່ປຸ່ນ ແຕ່ການ ເຕີບໂຕທີ່ຊັກຊ້າຂອງ​ເສດຖະກິດໃນພວກປະເທດເຫລົ່ານັ້ນ ໝາຍເຖິງຕະຫລາດທີ່​ນ້ອຍ​ລົງ ສໍາລັບສິນຄ້າ
ຈາກຂົງ​ເຂດເອເຊຍ.

ໃນລາຍງານສະບັບນຶ່ງທີ່ນໍາອອກເຜີຍແຜ່ ເມື່ອວັນຈັນທ້າຍ​ເດືອນ​ແລ້​ວນີ້ ອົງການ
ສະຫະປະຊາຊາດກ່າວວ່າ ບັນດາ​ເສດຖະກິດທີ່ພວມພັທະນາທັງຫລາຍຂອງຂົງເຂດ
ເອເຊຍ ແລະປາຊິຟິກນັ້ນ ອາດຈະເຫັນການເຕີບໂຕດ້ານ​ການ​ສົ່ງ​ອອກ ຕົກຕໍ່າລົງ
ເກືອບເຄິ່ງນຶ່ງ ລົງມາເປັນ 9 ເປີເຊັນໃນປີ 2011 ນີ້ ຈາກ 17 ເປີເຊັນ​ຂອງປີ​ແລ້ວ​ນີ້.
ໃນປີ 2009 ຊຶ່ງເປັນປີທີ່ ວິກິດການເສດຖະກິດຮ້າຍແຮງທີ່ສຸດນັ້ນ ປະລິມານການ
ສົ່ງອອກຂອງເອເຊຍ ຕົກຕໍ່າລົງໄປ 8 ເປີເຊັນ.

ເຖິງ​ແມ່ນຂົງເຂດນີ້ຍັງດຶງດູດ​ເອົາການລົງທຶນໂດຍກົງຂອງຕ່າງປະເທດຢູ່​ກໍ​ຕາມ ​ແຕ່ 75
ເປີເຊັນຂອງການ​ລົງທຶນນັ້ນ ແມ່ນຕົກໄປຫາແຕ່ຫ້າປະເທດ ກໍ​ຄື ຈີນ ຮ່ອງກົງ ອິນເດຍ
ສະຫະພັນລັດເຊຍ ແລະສິງຄະໂປ ​ເທົ່າ​ນັ້ນ.

Dr. Noeleen Heyzer
Dr. Noeleen Heyzer

ທ່ານນາງ ນໍລີນ ເຮເຊີ ​ເລຂາ
ທິການ​ຝ່າຍ​ບໍລິການ​ຂອງ​ອົງ
ການ UNESCAP ກ່າວ​ວ່າ
ການ​ຟື້ນ​ໂຕ​ຄືນ​ຂອງ​ການ​ຄ້າ​
ໂລກ ​ແມ່ນ​ໄດ້​ຮັບ​ພະລັງ​ຂັບ
ດັນໂດ​ຍການ​ຂາຍຢູ່​ພາຍ​ໃນ​
ເອ​ເຊຍ​ເປັນ​ສ່ວນ​ໃຫຍ່. ທ່ານ
ນາງກ່າວດັ່ງນີ້:

“ສິ່ງທີ່ລາຍງານສະບັບນີ້
ເວົ້ານັ້ນ ກໍຄືວ່າ ການຄ້າ​
ດ້ານ​ການສົ່ງອອກ ແມ່ນ​
ໄດ້​ກັບຄືນມາຢູ່ໃນລະດັບ
ກ່ອນເກີດວິກິດການ​ແລ້ວ.
ແຕ່ສ່ວນໃຫຍ່ແລ້ວ ແມ່ນ
ເປັນຍ້ອນການຄ້າພາຍໃນ
ຂົງເຂດເອງ. ທີ່ຈິງແລ້ວ ການຄ້າພາຍໃນຂົງເຂດແມ່ນໄດ້ເພີ່ມຂຶ້ນ ຄືເພີ່ມຂຶ້ນ
ເປັນປະມານ 51 ເປີເຊັນຂອງການຄ້າທັງໝົດຢູ່ໃນຂົງເຂດເອເຊຍ-ປາຊິຟິກນັ້ນ.”

ລາຍງານສະບັບນີ້ຍັງເວົ້າອີກວ່າ ຫລາຍໆປະ​ເທດໃນຂົງເຂດກໍາລັງຫລຸດການເພິ່ງພາກາງ
ຕໍ່ການສົ່ງອອກ ລົງໄປເທື່ອລະໜ້ອຍ ຄືພວກເຂົາເຈົ້າພາກັນ​ຊອກ​ຫາການເຕີບໂຕທາງ​ເສດ
ຖະກິດຈາ​ກການ​ເຕີບ​ໃຫຍ່ຂອງ​ຫົວເມືອງ ທີ່ຂະຫຍາຍກວ້າງ​ອອກ​ນັບ​ມື້ ​ໂດຍສະເພາະ ໃນ
ຈີນແລະອິນເດຍນັ້ນ ​ແລະ​ຈາກການຖີບຕົວສູງຂຶ້ນຂອງລາຍໄດ້ພາຍໃນປະເທດ ການເພີ່ມ
ຂຶ້ນໃນການນໍາເຂົ້າສິນຄ້າຈາກພວກປະເທດຂົງເຂດເອເຊຍທີ່ມີລາຍໄດ້ຕໍ່າ ແລະ ການຫັນ
ປ່ຽນໄປສູ່ການລົງທຶນໂດຍກົງຫລາຍ​ຂຶ້ນ ຢູ່ພາຍໃນຂົງເຂດເອງ.

ປາກົດທີ່ນໍາໄປແຊ່ແຂງຢູ່ໂຮງງານແຫ່ງນຶ່ງໃນ ຫວຽດນາມເພື່ອສົ່ງອອກໄປຂາຍຍັງສະຫະລັດ ຊຶ່ງມີຄ່າໃຊ້ຈ່າຍໃນການແລ່ນໜັງສືແລະອື່ນໆ ຖືກກວ່າສົ່ງໄປຂາຍໃນປະເທດຢູ່ຂົງເຂດເອເຊຍ ຕາເວັນອອກສຽງເໜືອD
ປາກົດທີ່ນໍາໄປແຊ່ແຂງຢູ່ໂຮງງານແຫ່ງນຶ່ງໃນ ຫວຽດນາມເພື່ອສົ່ງອອກໄປຂາຍຍັງສະຫະລັດ ຊຶ່ງມີຄ່າໃຊ້ຈ່າຍໃນການແລ່ນໜັງສືແລະອື່ນໆ ຖືກກວ່າສົ່ງໄປຂາຍໃນປະເທດຢູ່ຂົງເຂດເອເຊຍ ຕາເວັນອອກສຽງເໜືອD

ແຕ່ທ່ານນາງ ເຮເຊີ ກ່າວວ່າ
ຄວາມສາມາດບົ່ມຊ້ອນ​ໂດຍ
ເຕັມຂອງຂົງເຂດນີ້ ​ໃນ​ດ້ານ
ການຄ້າ​ແມ່ນ​ໄດ້​ຖືກ​ບັ່ນ​ທອນ
ໂດຍອຸບປະ​ສັກຂີ​ດຂວາງ​ຕ່າງໆ
ເຊ່ນລະບົບ​ເຮັດ​ໜັງສື​ແລ່ນ​ເຈ້ຍ
ແລ່ນ​ສໍ ທີ່ມີ​ຫລາຍ​ຂັ້ນ​ຫລາຍ​
ຕອນ ຊຶ່ງພາໃຫ້ລາຄາເຄຶ່ອງ
ຂອງແພງຂຶ້ນນັ້ນ. ທ່ານນາງ
ເຮເຊີ ກ່າວຕໍ່ໄປວ່າ:

ມັນຍາກລໍາບາກຫລາຍທີ່ສຸດ
ທີ່ຈະທໍາການຄ້າຂ້າມຊາຍ
ແດນ ຊຶ່ງຄວາມຈິງແລ້ວ ມັນ
ແພງກວ່າກັນຫລາຍ ຄື​ສໍາ
ລັບພວກເສດຖະກິດ​ໃນຂົງ
ເຂດເອເຊຍຕາເວັນອອກສຽງເໜືອ ທີ່ຈະທໍາມາຄ້າຂາຍກັບພວກ​ປະ​ເທດໃນສະມາ
ຄົມອາຊ່ຽນນັ້ນ ​ແມ່ນແພງຫລາຍກວ່າ ທີ່ພວກເສດຖະກິດແຫ່ງຂົງເຂດເອເຊຍຕາ
ເວັນອອກສຽງເໜືອ ຈະທໍາມາຄ້າຂາຍກັບສະຫະລັດນັ້ນ ເຖິງ 30 ເປີເຊັນ.”

ທ່ານນາງ ເຮເຊີ ກ່າວຕໍ່ໄປວ່າ ຂົງເຂດ​ເອ​ເຊຍ​ປາຊີ​ຟິກ ແມ່ນປະເຊີນກັບຄວາມບໍ່ແນ່ນອນ
ຕ່າງໆ ນາໆ ໂຮມທັງສະພາບດິນຟ້າອາກາດປ່ຽນແປງ ລາຄາອາຫານແລະພະລັງງານ
ທີ່ແພງຂຶ້ນນັບມື້ ຕະຫລອດ​ທັງ​ອັດຕາ​ແລກປ່ຽນທີ່​ຂຶ້ນໆ​ລົງໆ ແລະຄວາມຮຽກຮ້ອງຕ້ອງ
ການສິນຄ້າທີ່ຊົບເຊົາຢູ່​ໃນພວກເສດຖະກິດທີ່​ຈະ​ເລີ​ນ​ແລ້ວທັງຫລາຍນັ້ນ.

ນອກນີ້ແລ້ວ ທ່ານນາງ ເຮເຊີ ຍັງຕັກເຕືອນວ່າ ຄວາມໝັ້ນໃຈດ້ານທຸລະກິດແຫ່ງຂົງເຂດ
ແມ່ນໄດ້ຖືກບັ່ນ​ທອນ​ໃຫ້​ລຸດນ້ອຍລົງໄປ ຍ້ອນບັນຫາ​ໜີ້​ສິນ​ຂອງສະຫະລັດ. ຫລາຍປະ
ເທດເອເຊຍ ໂດຍມີຈີນ ​ແລະຍີ່ປຸ່ນນໍາ​ໜ້າ​ ແມ່ນຮວມຢູ່ໃນຈໍານວນຕ່າງປະເທດ ທີ່​ຖື​ພັນ
ທະບັດ​ກະຊວງ​ການ​ເງິນ​ຂອງ​ສະຫະລັດຫລາຍ​ທີ່ສຸດ.

XS
SM
MD
LG