ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດສົ່ງພອນປີໃໝ່ ໄປຍັງປະຊາຊົນລາວ ກຳປູເຈຍ ແລະໄທ


ພາບາສີຍາມປີໃໝ່ລາວ.
ພາບາສີຍາມປີໃໝ່ລາວ.



























ສະຫະລັດ​ສົ່ງ​ພອນ​ອັນ​ປະ​ເສີດ​ໄປ​ຍັງ​ປະຊາຊົນ​ລາວ ກໍາປູ​ເຈຍ​ແລະ​ໄທ ​ໃນ​ຂະນະ​ທີ່ພວກ​
ເຂົາ​ເຈົ້າ​ກໍາລັງ​ກະກຽມ​ເພື່ອ​ສະຫລອງ​ວັນຂຶ້ນ​ປີ​ໃໝ່​ຂອງ​ເຂົາ​ເຈົ້າ​ໃນ​ສັບປະດາ​ນີ້.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດໃນ​ວັນ​ອັງຄານ​ມື້​ນີ້
ໄດ້​ອວຍພອນ​ອັນ​ປະ​ເສີດ​ໃນ​ນາມ​ປະທານາທິບໍດີບາຣັກ​ໂອ​ບາ​ມາ​ແລະ​ປະຊາຊົນ​ອະ​ເມ​ລິ
ກັນ​ໃນ​ຖະ​ແຫລ​ງການ​ໄປ​ຍັງປະຊາຊົນ​ໃນແຕ່ລະ​ປະ​ເທດ​ເຫລົ່າ​ນີ້.

ປະຊາຊົນ​ໃນ 3 ປະ​ເທດ​ດັ່ງກ່າວພາກັນ​ສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່ຂອງ​ເຂົາ​ເຈົ້າ​ເປັນ
ເວລາ​ຫລາຍ​ມື້​ໃນ​ກາງ​ເດືອນ​ເມສາ​ນີ້ ຊຶ່ງ​ຕາມ​ທໍາ​ມະ​ດາ​ນັ້ນ​ແມ່ນ​ເລີ້ມ​ຂຶ້ນ​ຕັ້ງ​ແຕ່​ວັນ​ທີ 13
ເມສາ​ເປັນ​ຕົ້ນ​ໄປ.

ທີ່​ກໍາປູ​ເຈຍ ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ພຸດ ​ແມ່ນ​ຮຽກຮ້ອງ​ໃຫ້​ຜູ້ຄົນ​ພາກັນ​ທໍາ​ຄວາມ
ສະອາດໃນ​ບ້ານ​ເຮືອນ​ກ່ອນ​ວັນພັກ​ບຸນ​ປີ​ໃໝ່ ​ໂດຍ​ພາກັນ​ໄຕ້​ທູບ​ໄຕ້​ທຽນ​ແລະ​ທໍາ​ການ​
ໄຫວ້​ວອນ​ພາວະນາ.

ທີ່​ໄທ ວັນພັກ​ ທີ່​ຜູ້​ຄົນຮູ້​ຈັກ​ກັນ​ດີ​ວ່າ ບຸນ​ສົງການ ​ແມ່ນ​ສະ​ເຫລີ​ມສະຫລອງ​ກັນ​ດ້ວຍ​ການ
ເດີນ​ສວນສະໜາມ​ດ້ວຍ​ສີສັນ​ແລະ​ສະຫລອງ​ກັນໝົດ​ມື້​ຢູ່​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ.
ຕາມ​ຮີດຄອງ​ປະ​ເພນີ​ນັ້ນ​ແມ່ນ​ຮຽກຮ້ອງ​ໃຫ້​ມີ​ການ​ຫົດ​ນໍ້າ​ຫອມ​ໃສ່​ກັນ ​ແຕ່​ການ​ສາດ​ນໍ້າ​
ໃນ​ຄຸໃສ່​ຜູ້​ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ກໍ​ມີ​ຢ່າງ​ແຜ່​ຫລາຍ.

ສໍາລັບ​ປີ​ໃໝ່​ລາວ ທີ່​ເອີ້ນ​ກັນ​ວ່າ​ບຸນ​ຫົດ​ນໍ້າ​ ຫລື​ກຸດ​ສົງການ​ນັ້ນ​ແມ່ນສະຫລອງ​ກັນ​ໃນ​ທໍາ
ນອງ​ຄ້າຍຄື​ກັນ​ກັບ​ໄທ​ນັ້ນ.

ມຽນມ້າ​ກໍ​ສະຫລອງ​ປີ​ໃໝ່​ຄື​ກັນ ອັນ​ທີ່ເອີ້ນ​ກັນ​ວ່າ ບຸນ Thingyan ນັ້ນ ແຕ່​ລັດຖະບານ​
ພະຍາຍາມ​ຂັດຂວາງ​ຄວາມ​ມ່ວນ​ຊື່ນ​ທີ່​ວ່າ​ນີ້​ດ້ວຍ​ການ​ຂົ່ມຂູ່​ລົງ​ໂທດ​ຜູ້​ຄົນດ້ວຍການ​ຈໍາ​ຄຸກ
ຖ້າ​ບຸກຄົນ​ໃດ​ນຸ່ງ​ເຄື່ອງ​ອັນ​ທີ່​ທາງ​ການ​ເອີ້ນ​ວ່າ ເຄື່ອງ​ນຸ່ງທີ່​ບໍ່​ເໝາະ​ສົມ​ຫລື​ບໍ່​ງາມ​ຕາ​ນັ້ນ.

ແຕ່​ພວກ​ຫາ​ຄວາມ​ສະໜຸກ​ສະໜາ​ນ​ໃນ​ມຽນມາ​ ກໍ​ຍັງ​ພາກັນ​ຫົດ​ນໍ້າ​ກັນແລະ​ຟ້ອນ​ລໍາ​ຢູ່
ຕາມ​ຖະໜົນ​ຫົນທາງ​ຢູ່ ​ເຖິງ​ແມ່ນໄດ້ມີ​ການ​ຕັກ​ເຕືອນຂອງທາງການໃນໂອກາດດັ່ງກ່າວ
ກ່ຽວ​ກັບການ​ມີ​ມາລະຍາດ​ທີ່​ເໝາະ​ສົມ​ຈາກ​ພວກ​ຜູ​ນໍາທີ່ກົດຂີ່​ປາບ​ປາມຂອງ​ເຂົາ​ເຈົ້າ​ກໍ
ຕາມ.

XS
SM
MD
LG