ຈໍານວນມະຫາເສດຖີໃນຂົງເຂດເອເຊຍໄດ້ລໍ້າໜ້າຈໍານວນມະຫາເສດຖີໃນ ອາເມຣິກາເໜືອເປັນເທື່ອທໍາອິດຈາກສະຖິຕິເມື່ອປີຜ່ານມາ ແຕ່ຈໍານວນຊັບ ສິນທັງໝົດຂອງພວກຄົນຮັ່ງມີທີ່ສຸດໃນໂລກໄດ້ລົດຕໍ່າລົງ ໃນການປະເຊີນກັບສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກທີ່ເປັນໄປຢູ່ໃນຂະນະນີ້.
ລາຍງານຫຼ້າສຸດກ່ຽວກັບຄວາມຮັ່ງມີໃນໂລກຫຼື World Wealth Report ເວົ້າວ່າ ຢູ່ໃນຂົງເຂດເອເຊຍ-ປາຊິຟິກ ເປັນຖິ່ນຢູ່ອາໄສຂອງພວກມະຫາ ເສດຖີຈໍານວນ 3 ລ້ານ ສາມຮ້ອຍເຈັດສິບພັນຄົນ ທີ່ມີເງິນ 1 ລ້ານໂດ ລາ ຫຼືຫຼາຍກວ່ານັ້ນ ເພື່ອລົງທຶນ ຊຶ່ງເພີ່ມຂຶ້ນ 1.6 ເປີເຊັນ ຈາກປີກ່ອນ. ຂົງເຂດອາເມຣິກາເໜືອຢູ່ໃນອັນດັບສອງ ຄືມີຈໍານວນມະຫາເສດຖີ 3 ລ້ານສາມຮ້ອຍຫ້າສິບພັນຄົນ ຫຼຸດລົງນຶ່ງເປີເຊັນກວ່າໆຈາກປີກ່ອນ. ສ່ວນ ໃນພາກພື້ນຢູໂຣບນັ້ນ ມີຈໍານວນມະຫາເສດຖີຢູ່ 3 ລ້ານ ນຶ່ງຮ້ອຍເຈັດສິບພັນຄົນ.
ລາຍງານປະຈໍາປີດັ່ງກ່າວພົບວ່າ ມະຫາເສດຖີຂອງໂລກຍັງຢູ່ໃນຈໍານວນ ສະໝໍ່າສະເໝີ ຄື 11 ລ້ານ ຄົນ ແຕ່ຊັບສິນໂດຍລວມຂອງພວກເຂົາເຈົ້າ ທັງໝົດໄດ້ຕົກຕໍ່າລົງ 1.7 ເປີເຊັນ ໃນປີ 2011 ເປັນ 42 ພັນຕື້ໂດລາ ຍ້ອນໜີ້ສິນຂອງພວກປະເທດໃຊ້ເງິນຢູໂຣທີ່ເປັນໄປຢູ່ໃນເວລານີ້ ແລະສະ ພາບການເສດຖະກິດສະຫະລັດທີ່ຍັງດີ້ນຮົນຢູ່ນັ້ນ.
ຂົງເຂດອາເມຣິກາເໜືອຍັງຄົງເປັນເຂດຮັ່ງມີທີ່ສຸດຂອງໂລກ ຄືມີຊັບສິນ ລວມທັງໝົດ 11 ພັນ 400 ຕື້ໂດລາ ສົມທຽບກັບ 10 ພັນ 700 ຕື້ໂດລາໃນຂົງເຂດເອເຊຍປາຊິຟິກ ແລະ 10 ພັນ 100 ຕື້ໂດລາໃນຂົງເຂດ ຢູໂຣບ. ພາກຕາເວັນອອກກາງເປັນຂົງເຂດດຽວເທົ່ານັ້ນ ທີ່ບັນດາມະຫາເສດຖີມີຊັບສິນເພີ່ມຂຶ້ນ ຄືເພີ່ມຂຶ້ນຈາກ 700 ຕື້ໂດລາເປັນ 1 ພັນ 700ຕື້ໂດລາ.
ຈໍານວນປະຊາຊົນທີ່ມີຊັບສິນມູນຄ່າ 30 ລ້ານໂດລາ ຫຼືຫຼາຍກວ່ານັ້ນ ເພື່ອໄວ້ລົງທຶນ ພົບວ່າຈຳນວນຂອງພວກເຂົາເຈົ້າລົດຕໍ່າລົງ 2.5 ເປີເຊັນ ເປັນ 100,000 ຄົນ ໃນຂະນະທີ່ຄວາມຮັ່ງມີຮວມຂອງພວກເຂົາເຈົ້າຫົດຕົວລົງໄປ ປະມານ 5 ເປີເຊັນ.