ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮຸ້ນໃນ ເອເຊຍ ແຂງຄ່າຂຶ້ນ ກ່ອນ ສຫລ ອອກລາຍງານ ເລື່ອງວຽກ


ແມ່ຍິງຄົນນຶ່ງ ຍ່າງກາຍກະດານ ທີ່ບອກລາຄາ ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ແລະລາຄາຮຸ້ນຂອງປະເທດອື່ນໆ ຢູ່ນອກຮ້ານຂ້າຍຮຸ້ນແຫ່ງນຶ່ງ ທີ່ກຸງໂຕກຽວ (5 ກໍລະກົດ 2013)
ແມ່ຍິງຄົນນຶ່ງ ຍ່າງກາຍກະດານ ທີ່ບອກລາຄາ ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ແລະລາຄາຮຸ້ນຂອງປະເທດອື່ນໆ ຢູ່ນອກຮ້ານຂ້າຍຮຸ້ນແຫ່ງນຶ່ງ ທີ່ກຸງໂຕກຽວ (5 ກໍລະກົດ 2013)
ຕະຫຼາດຮຸ້ນຢູ່ເອເຊຍຟື້ນໂຕຄືນໃນວັນສຸກມື້ນີ້ ຂະນະທີ່ພວກນັກ ລົງທຶນພວມລໍຖ້າ ໃນອັນທີ່ຄາດກັນວ່າ ຈະເປັນລາຍງານໃນທາງ ບວກກ່ຽວກັບເລື່ອງວຽກເຮັດງານທຳຢູ່ໃນສະຫະລັດ.

ການຄ້າຂາຍແມ່ນດຳເນີນໄປດ້ວຍຄວາມເຂັ້ມແຂງຢູ່ທີ່ຍີ່ປຸ່ນ ຮົງ
ກົງ ແລະໄຕ້ຫວັນ ໃນຂະນະທີ່ຕະຫຼາດຮຸ້ນ ສ່ວນໃຫຍ່ອື່ນໆຂອງ
ເອເຊຍ ກໍມີລາຄາສູງຂຶ້ນຄືກັນ ໃນຕອນອັດຕະຫຼາດ.

ໃນວັນສຸກມື້ນີ້ ກະຊວງແຮງງານຂອງສະຫະລັດ ຈະອອກລາຍ
ງານປະຈຳເດືອນ ກ່ຽວກັບເລື່ອງວຽກເຮັດງານທຳ ຊຶ່ງຄາດວ່າ ຈະສະແດງໃຫ້ເຫັນເຖິງການວ່າຈ້າງແຮງງານທີ່ດີຂຶ້ນໃນລະດັບ
ປານກາງຢູ່ໃນສະຫະລັດ.

ການສຳຫຼວດ ຂອງອົງການຂ່າວ Bloomberg ແລະ ດັດຊະນີຮຸ້ນ Dow Jones ແນະໃຫ້ ເຫັນວ່າ ອັດຕາຄົນຫວ່າງງານໃນສະຫະລັດຫຼຸດລົງສູ່ລະດັບ 7.5 ເປີເຊັນຈາກລະດັບ 7.6 ເປີເຊັນໃນເດືອນກ່ອນຊຶ່ງນັ້ນຈະເທົ່າກັນກັບລະດັບຕໍ່າສຸດໃນຮອບສີ່ປີ ທີ່ໄດ້ບັນລຸກັນໃນ ເດືອນເມສາຜ່ານມາ.

ໃນຕົ້ນອາທິດນີ້ ພວກນັກລົງທຶນສະຫະລັດ ກໍໄດ້ຮັບກຳລັງໃຈຈາກລາຍງານ 2 ສະບັບທີ່
ແນະໃຫ້ເຫັນວ່າ ເສດຖະກິດຂອງສະຫະລັດໄດ້ສ້າງວຽກເຮັດງານທຳຫລາຍກວ່າໂຕເລກ ທີ່ຄາດໝາຍໄວ້.

ບໍລິສັດໃຫ້ບໍລິການ ດ້ານຈ່າຍເງິນເດືອນ ADP ກ່າວວ່າ ຈຳນວນວຽກເຮັດງານທຳ ທີ່ມີ
ການສ້າງຂຶ້ນຢູ່ໃນເສດຖະກິດສະຫະລັດ ເພີ້ມຂຶ້ນຫຼາຍໆສິບພັນວຽກ ໃນ ເດືອນມິຖຸນາ ຜ່ານມານີ້ ແລະກະຊວງແຮງງານຂອງສະຫະລັດກ່າວວ່າ ຈຳນວນຊາວອາເມຣິກັນທີ່ໄປ ຈົດຊື່ຂໍເງິນຫວ່າງງານ ໃນອາທິດແລ້ວ ແມ່ນໄດ້ຫລຸດລົງ 5,000 ຄົນ.
XS
SM
MD
LG