ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມກັງວົນ ກ່ຽວກັບ ເສດຖະກິດຈີນ ແລະນ້ຳມັນ ເຮັດໃຫ້ ຮຸ້ນຕົກລາຄາ


ຜູ້ຊາຍຄົນນຶ່ງ ຢືນຢູ່ຕໍ່ໜ້າກະດານຮຸ້ນອີເລັກໂທຣນິກ ທີ່ໂຕກຽວ
ຜູ້ຊາຍຄົນນຶ່ງ ຢືນຢູ່ຕໍ່ໜ້າກະດານຮຸ້ນອີເລັກໂທຣນິກ ທີ່ໂຕກຽວ

ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ຊັກ​ຊ້າ​ລົງ​ຂອງ​ເສດຖະກິດ​ຈີນ
ລາຄານ້ຳມັນ​ທີ່ຫຼຸດລົງ​ຢ່າງ​ໃຫຍ່​ແລະ​ລາຍ​ງານ​ທີ່​ບໍ່​ຄ່ອຍ​ດີ​ປານ
​ໃດ​ກ່ຽວ​ກັບ​ການ​ຂາຍ​ຍ່ອຍ​ ຂອງ​ສະຫະລັດ​ ​ແມ່ນ​ມີ​ສ່ວນ ​ເຮັດ
​ໃຫ້​ມີ​ການ​ຂາຍ​ຮຸ້ນ​ອອກ ​ຢູ່​ໃນ​ທົ່ວ​ໂລກ ​ໃນ​ວັນ​ສຸກ​ວານ​ນີ້.

ລາຄາ​ນ້ຳມັນ​ດິບ​ໄດ້​ຕົກລົງເປັນ​ປະມານ 29 ​ໂດ​ລາ​ຕໍ່​ຖັງ.​ ພວກ​
ນັກວິ​ເຄາະ​ກ່າວວ່າ ນ້ຳມັນ​ທີ່​ມີຢູ່​ຢ່າງ​ຫຼວງຫຼາຍເກີນ​ຄວາ​ມຕ້ອງ
ການ​ຢູ່​ແລ້ວນັ້ນ ​ແລະ​ອີ​ຣ່ານ​ໄດ້ກະກຽມ​ທີ່​ຈະ​ຂາຍ​ນ້ຳມັນດິບ​ຕື່ມ
​ອີກ ​ໃນ​ຂະນະ​ທີ່​ມີ​ການ​ຍົກ​ເລີກ​ ການ​ລົງ​ໂທດທາງ​ດ້ານ​ເສດຖະ
ກິດ​ຕໍ່​ອີຣ່ານນັ້ນ.

ທີ່​ນະ​ຄອນນິວຢອກ ຮຸ້ນ S&P 500 ​ໄດ້​ຕົກ​ລາຄາ 2.2 ​ເປີ​ເຊັນ ​ໃນ​ຕອນ​ອັດຕະຫລາດຂະ
ນະ​ທີ່​ຮຸ້ນ Dow ຕົກ​ລາຄາ 2.4 ​ເປີ​ເຊັນ ​ແລະ​ຮຸ້ນ NASDAQ ຕົກ​ລາຄາ 3.1 ​ເປີ​ເຊັນ.

ຮຸ້ນ FTSE ຢູ່​ລອນ​ດອນ​ກໍ​ໄດ້​ຕົກ​ລາຄາ​ເກືອບ 2 ​ເປີ​ເຊັນຂະນະ​ທີ່​ຮຸ້ນ DAX ຂອງເຢຍຣະ
ມັນ ​ແລະ​ຮຸ້ນ CAC ຂອງຝຣັ່ງກໍ​ຕົກ​ລາຄາ​ປະມານ 2.4 ​ເປີ​ເຊັນ​ຫຼືຫລາຍ​ກວ່າ​ນັ້ນ.

​ໃນ​ຕອນ​ເຊົ້າ ຂອງ​ວັນ​ສຸກ​ວານ​ນີ້​ ຮຸ້ນ​ທີ່​ສຳຄັນໆ​ຂອງ​ເອ​ເຊຍ​ ກໍ​ຕົກ​ລາຄາ​ຢ່າງ​ໃຫຍ່ ຮຸ້ນ​ທີ່ ນະຄອນຊຽງ​ໄຮ້​ຕົກ​ລາຄາ 3.5 ​ເປີ​ເຊັນ. ທີ່​ໂຕ​ກຽວ ​ໂຊ​ລ ​ແລະ​ຮົງ​ກົງ​ຮຸ້ນ​ຕ່າງ​ກໍ​ຕົກລາຄາ​ໄປຕາມໆ​ກັນ ​ປະມານ 1 ​ເປີ​ເຊັນ.

XS
SM
MD
LG