ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຕະຫຼາດເອເຊຍ ຕົກລົງອີກຄັ້ງໜຶ່ງ ພ້ອມກັບ ລາຄານໍ້າມັນ


ຄົນຜູ້ໜຶ່ງຢ່າງຜ່ານກະດານໄຟຟ້າ ທີ່ສະແດງໃຫ້ເຫັນ ຕະຫລາດຮຸ້ນ ຢູ່ໃນປະເທດຕ່າງໆ.
ຄົນຜູ້ໜຶ່ງຢ່າງຜ່ານກະດານໄຟຟ້າ ທີ່ສະແດງໃຫ້ເຫັນ ຕະຫລາດຮຸ້ນ ຢູ່ໃນປະເທດຕ່າງໆ.

ອີກ​ມື້​ໜຶ່ງ​ທີ່​ລາຄາ​ນໍ້າມັນ​ຕົກ​ຕໍ່າລົງ ຢູ່​ທົ່ວ​ຕະຫລາດ​ໂລກ ໄດ້​ພາ
ໃຫ້​ດັດຊະນີ​ຮຸ້ນ ທີ່​ສຳຄັນໆຢູ່​ທົ່ວ​ເອ​ເຊຍໄດ້​ປະສົບ​ກັບ​ຄວາມ​
ເສຍ​ຫາຍ​ຢ່າງ​ໃຫຍ່່​ຫລວງອີກ​ມື້ໜຶ່ງ ​ໃນວັນພຸດ​ມື້​ນີ້.

​ດັດ​ຊະນີຮຸ້ນ Neikkei ຂອງຍີ່​ປຸ່ນ ​ໄດ້​ຕົກ​ລາຄາ 3.4 ​ເປີ​ເຊັນ ​ໃນ
​ຂະນະ​ທີ່ ​ດັດຊະ​ນີ Hang Seng ຂອງ Hong Kong ​ແລະ ດັດ
ຊະ​ນີ S&P/ASX ຂອງອອສເຕຣ​ເລຍຕ່າງ​ກໍ​ຕົກ​ລາຄາ​ຫຼາຍ​ກວ່າ​
ສອງ​ເປີ​ເຊັນ ການ​ເສຍ​ຫາຍ​ໃນ​ວັນ​ພຸດມື້ນີ້ ຍັງ​ໄດ້​ແຜ່​ຂະຫຍາຍ​
ໄປ​ສູ່ນະຄອນຫລວງ ໂຊ​ລ ຊຽງ​ໄຮ້ ​ໄທ​ເປ ​ແລະ Auckland.

ບັນດາ​ນັກ​ລົງ​ທຶນ ​ໄດ້ພາກັນຂາຍ​ຮຸ້ນ​ຢູ່​ຕາມຕະຫລາດ​ຕ່າງໆເນື່ອງ
​ຈາກ ​ມີຄວາມ​ຢ້ານກົວ​ວ່າ​ເສດຖະກິດ​ໂລກພວມ​ຈະ​ກ້າວ​ເຂົ້າ​ໄປ​ສູ່​ສະພາບຕົກ ຕ່ຳ​ອີກ​ຄັ້ງ
​ໜຶ່ງ ຍ້ອ​ນ​ການເຕີບ​ໂຕ​ທີ່​ຊັກຊ້າ​ລົງ ໃນ ສະຫະລັດ ​ແລະ​ຈີນ ​ແລະ​ລາຄາ​ນໍ້າມັນ​ຍັງສືບ​ຕໍ່​ຕົກ​ຕໍ່າລົງ ຊຶ່ງໃນ​ວັນ​ພຸດ​ມື້ນີ້ ໄດ້ຫລຸດ​ລົງ​ຕໍ່າ​ກວ່າ 30 ​ໂດ​ລາ​ຕໍ່​ຖັງທີ່​ຕະຫຼາດ​ຊື້ຂາຍ​ນ້ຳມັນ​ຢູ່​ນະຄອນ New York.

XS
SM
MD
LG