ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ເປັນຫ່ວງນໍາ ການລະບາດຂອງໂຣກໄຂ້ຍຸງ ໃນເຂດເອເຊຍ


ຮ້ານຂາຍຢາແຫ່ງນຶ່ງ ທີ່ເມືອງໄພລິນ, ກໍາປູເຈຍ, ໃນເຂດຊາຍແດນໄທ-ກໍາປູເຈຍ
ຮ້ານຂາຍຢາແຫ່ງນຶ່ງ ທີ່ເມືອງໄພລິນ, ກໍາປູເຈຍ, ໃນເຂດຊາຍແດນໄທ-ກໍາປູເຈຍ

ບັນດາ​ເຈົ້າ​ໜ້າ​ທີ່ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ມີ​ຮ່ອງຮອຍຫລາຍຢ່າງ ຂອງ​ການ​ຕ້ານ​ທານຢາ​ປາບ​ພະຍາດ​ທີ່ເກີດ​ຈາກ​ຍຸງ​ກັດ ​ຫລື​ໄຂ້​ມາລາ​ເລຍນັ້ນ ​ເພີ່ມຂຶ້ນນັບມື້ ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງຂຶ້ນ​ມາ​ວ່າ ປະຊາຊົນ​ຫລາຍ​ລ້ານ​ຄົນ​ໃນ​ເອ​ເຊຍ ອາດ​ຈະຕົກຢູ່​ໃນ​ສະພາບ​ສ່ຽງ​ໄພ. ນາຍ Ron Corben ນັກ​ຂ່າວ​ວີ​ໂອ​ເອ ລາຍງານ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ພວກ​ຢາ​ປອມແລະ​ການ​ເກັບ​ມ້ຽນຢາ​​ໄວ້​ໃນ​ບ່ອນ​ບໍ່​ດີ ​ເປັນ​ສາຍເຫດ​ທີ່​ພາ​ໃຫ້​ເປັນເຊ່ນນັ້ນ. ສິງ​ ມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ​ຕໍ່​ໄປ…

ການ​ຕໍ່ສູ້​ກັບໂຣກ​ໄຂ້ຍຸງ​ໃນ​ເອ​ເຊຍ​ ແມ່ນກວມ​ເອົາ​ຫລາຍ​ກວ່າ 20 ປະ​ເທດ ຢູ່ພາຍ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ເອ​ເຊຍ​ໃຕ້ ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ໃນ​ພາກ​ຕາ​ເວັນ​ຕົກຂອງມະຫາ​ສະໝຸດ​ປາຊີ​ຟິກ. ​ໃນ​ແຕ່ລະ​ປີ ປະຊາ ຊົນ​ໃນ​ຈໍານວນ​ຫລາຍ​ກວ່າ 2 ລ້ານ​ຄົນ​ ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ເຈັບປ່ວຍເປັນໂຣກ​ນີ້.

ຂົງ​ເຂດ​ເອ​ເຊຍ​ ກວມ​ເອົາ​ຫລາຍ​ກວ່າ 60 ​ເປີ​ເຊັນ​ຂອງ​ປະຊາກອນ​ໂລກທັງໝົດທີ່ຕົກຢູ່ໃນສະພາບ​ສ່ຽງຕໍ່ການຕິດ​ເຊື້ອ​ໂຣກດັ່ງກ່າວ ​ໂດຍ​ຈຸ​ດໃຫຍ່ທີ່ສຸດ ກໍແມ່ນ ອິນ​ເດຍ ມຽນມາ Bangladesh. ອິນ​ໂດ​ເນ​ເຊຍ ​ແລະ​ປາ​ປົວ​ນີວກີ​ເນຍ.

ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ອົງການ​ອະນາ​ໄມ​ໂລກ ຊີ້​ໄປໃສ່ຮ່ອງຮອຍ​ທີ່ໜ້າຮ້ອນໃຈຕ່າງໆ ​ທີ່
ສະແດງໃຫ້ເຫັນວ່າ ຢາປະສົມຊະນິດນຶ່ງທີ່ໃຊ້ກັນຢູ່ໃນປັດຈຸບັນນີ້ ທີ່​ອິງ​ໃສ່​ຢາ
artemisinin ຊຶ່ງ​ມີ​ຕົ້ນຕໍ​ມາ​ຈາກ​ສະ​ໜຸນ​ໄພ​ຈີນຊະນິດນຶ່ງນັ້ນ ​ກໍາລັງ​ສູນເສຍ​ພະລັງ​ຕ້ານ
ທານ ກັບ​ເຊື້ອ​ພະຍາດ​ໂຣກໄຂ້ຍຸງນັ້ນ.

ໂດຍສ່ວນ​ໃຫຍ່ແລ້ວ ນາຍແພດຈະເອົາຢາ artemisinin ​ນີ້ໃຫ້​ພວກ​ຄົນ​ປ່ວຍເປັນໂຣກ
ໄຂ້ຍຸງກິນ ຄວບຄູ່ກັນໄປກັບຢາ​ອື່ນໆ ​ແທນ​ທີ່​ຈະ​ໃຊ້​ຢານີ້ແຕ່​ແນວ​ດຽວ​ ໃນ​ຄວາມພະຍາ
ຍາມ​ເພື່ອ​ຮັກສາ​ພະລັງ​ຂອງຢາ​ນີ້​ໄວ້ ເພື່ອ​ໃຫ້​ມີ​ປະສິດທິພາບ ​ໃນ​ໄລຍະ​ຍາວນັ້ນ.

ທ່ານ​ນາງ Eva Maria Christophel ​ເຈົ້າ​ໜ້າ​ທີ່​ອົງການ​ອະນາ​ໄມ​ໂລກທີ່​ຟີ​ລິບ​ປິນ ກ່າວ​
ວ່າ ຮ່ອງຮອຍ​ຕ່າງໆ​ຂອງ​ການ​ຕໍ່ຕ້ານ​ຢາ​ນີ້​ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ຢູ່​ເລາະ​ຕາມ​ຊາຍ​ແດນ
ໄທ​-ກໍາປູ​ເຈຍ​ ແລະ​ໃນ​ມຽນມານັ້ນ​ ໄດ້​ສ້າງ​ຄວາມເປັນ​ຫ່ວງ​ກັງວົນ​ຂຶ້ນ​ພາຍ​ໃນ​ປະຊາ​ຄົມ
ການ​ແພດ​ ຊຶ່ງ​ທ່ານ​ນາງ Eva Christophel ​ກ່າວ​ຊີ້​ແຈງ​ດັ່ງ​ນີ້:

“ບ່ອນ​ທີ່​ພວກ​ເຮົາ​ເປັນ​ຫ່ວງນໍາ​ຫລາຍ​ອີ່ຫລີ ກໍ​ແມ່ນ​ຢູ່ເຂດຊາຍ​ແດນກໍາປູ​ເຈ​ຍ-​
ໄທ. ​ ມັນ​ຈະ​ສ້າງຄວາມຫາຍຍະ​ນະ ຖ້າອາການຕ້ານທານຢາຢູ່​ໃນ​ເຂດ​ນັ້ນ ຫາກ​
ແຜ່ຜາຍ​ໄປ​ຫາ​ເຂດ​ອື່ນ ເພາະວ່າ ເວລານີ້ ເຮົາບໍ່ມີ​ຫຍັງເລີຍ ຖ້າ​ຈະ​ເວົ້າ​ເຖິງ
ເລື້ອງຢຸກຢາ​ໃໝ່ ທີ່​ພັດທະນາຂຶ້ນມາໄວ້ ເພື່ອຮັບມືກັບ​ໂຣກມາເລ​ເຣຍນັ້ນ ຫລື
ເຖິງຖ້າວ່າ ກໍາລັງພັດທະນາຢູ່ ມັນກໍຈະໃຊ້ເວລາ​ເປັນ​ຫລາຍໆປີ ກ່ວາຈະນໍາ
ອອກມາໃຊ້ໄດ້. ສະນັ້ນ ພວກ​ເຮົາແມ່ນກາງຕໍ່ອາ​ໃສຫລາຍ​ອີ່ຫລີນໍາວິທີ​ປິ່ນປົວ
ທີ່​ໃຊ້​ຢາ​ຫລາຍຢ່າງປະສົມປະສານກັນ ໂດຍອິງໃສ່ຢາ artemisinin ເປັນ ຫລັກນັ້ນ."

ອົງການ​ອະນາ​ໄມ​ໂລກ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ການ​ຕໍ່ຕ້ານ​ຢາ​ທີ່​ວ່າ​ນີ້ ອາດສາມາດ​ແຜ່​ລາມ​ອອກ​ຈາກ​ຂົງເຂດ​ຊາຍ​ແດນ​ໄທ​-ກໍາປູ​ເຈຍ ໄປ​ຮອດ​ທະວີບອາ​ຟຣິກາໄດ້ໃນ​ທໍານອງ​ແບບ​ດຽວ​ກັນ​ກັບທີ່ເຄີຍເປັນມາແລ້ວ ກັບ​ຢາ​ຕໍ່ຕ້ານ​ໄຂ້​ມາ​ເລ​ເລຍຫລາຍຢ່າງ​ ເຊ່ນ​ຢາ cloroquine​ ແລະ​ຢາ sulfadoxine-pyrimethamine ​ໃນ​ຊຸມ​ປີ 1960 ​ແລະ​ຊຸມ​ປີ 1970 ນັ້ນ.

ໃນ​ເດືອນ​ກຸມພາ​ປີ 2009 ອົງການ​ອະນາ​ໄມ​ໂລກ​ຢືນຢັນ​ວ່າມີອາການ​ຕ້ານ​ທານ ຢາ​ຕໍ່ຕ້ານ
ໂຣກ​ໄຂ້ຍຸງ​ນີ້​ ໃນ​ຂົງ​ເຂດ​ຊາຍ​ແດນ​ໄທ-​ກໍາປູ​ເຈຍ​ນັ້ນ ​ແຕ່​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ການ​ສຶກ
ສາ​ຄົ້ນຄວ້າ​ຂອງ​ອົງການ​ອະນາ​ໄມ​ໂລກ ​ພົບ​ເຫັນ​ວ່າ ພວກ​ຄົນ​ປ່ວຍ ໃນ​ຈໍານວນ​ຫລາຍ​ເຖິງ
20 ​ເປີ​ເຊັນ​ ໃນເຂດ​ຊາຍ​ແດນ​ມຽນມາ​-ໄທ ໄດ້ສະແດງໃຫ້ເຫັນ​ຮ່ອງຮອຍຂອງ​ເຊື້ອ​ໂຣກ​ໄຂ້
ຍຸງ​ໃນ​ເລືອດ​ ຫລັງ​ຈາກໄດ້ຮັບ​ການ​ຮັກສາ​ໂຣກນີ້​ດ້ວຍ​ຢາ​ artemisinin ​ຕາມປົກກະຕິ
ແລ້ວ. Dr. Delacollette ເວົ້າວ່າ:

“ພວກ​ເຮົາ​ໄດ້​ສັງ​ເຫດ​ເຫັນ ເມື່ອ​ຫລາຍ​ປີ​ມາ​ແລ້ວວ່າ ຊ່ວງ​ເວລາກ່ອນທີ່​ເຊື້ອໂຣກ
ດັ່ງກ່າວ ຈະຫາຍໂຕໄປຈາກ​ເລືອດ​ນັ້ນ​ ແມ່ນດົນຂຶ້ນເລື້ອຍໆ​. ຕາມ​ທໍາ​ມະ​ດາ​ນັ້ນ ​
ເຊື້ອ​ໂຣກດັ່ງກ່າວ​ຈະຫາຍ​ໄປ​ພາຍ​ໃນ 2 ມື້​ຫລື​ໄວກວ່າ​ນັ້ນ. ​ແລະ​ພວກ​ເຮົາ​ກໍສັງ​
ເກດເຫັນ​ວ່າ ມີ​ພວກ​ຄົນ​ປ່ວຍ​ໃນ​ສັດສ່ວນ​ຫລາຍ​ຂຶ້ນ ​ທີ່ມີ​ເຊື້ອ​ໂຣກໄຂ້ຍຸງ ​ ຄືເຊື້ອ​
ໂຣກໄຂ້ຍຸງທີ່ບໍ່ເໜ່ງຕິງ ​ຍັງມີ​ຢູ່​ໃນ​ເລືອດ​ຂອງ​ເຂົາ​ເຈົ້າ​ 2 ມື້ ຫລັງ​ຈາກ​ໄດ້​ຮັບ​ການ
ປິ່ນປົວ​ດ້ວຍ​ຢາ artemisinin ແລ້ວ ຊຶ່ງ​ແຕ່​ກ່ອນ​ນັ້ນ ແມ່ນ​ບໍ່​ເຄີຍ​ມີ​ບັນຫາ​ຈັກ​ເທື່ອ.”

Dr. Delacollette ກ່າວ​ວ່າ ອາການ​ຕ້ານທານຢາ​ທີ່​ເພີ່ມທະວີ​ຂຶ້ນ​ນີ້ ພາກສ່ວນນຶ່ງ​ແມ່ນ​ມີ
ສາເຫດມາ​ຈາກ​ການ​ຂາຍ​ຢາທີ່ບໍ່ໄດ້ມາດຕະຖານ ແລະຢາ​ປອມ. ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານ
ມາ​ນີ້ ທາງ​ເຈົ້າ​ໜ້າ​ທີ່​ໄດ້​ທໍາ​ການ​ປາບ​ປາມ​ພວກ​ໂຮງງານ​ຜະລິດ​ຢາ​ປອມ​ຫລື​ຢາເຖື່ອນ​ໃນ​ຈີນ.
ໃນ​ຂະນະ​ດຽວ​ກັນ ກໍໄດ້ມີການພົບເຫັນພວກ​ຜະລິດ​ຢາ​ປອມ​ ​ຢູ່​ໃນແຫ່ງອື່ນໆ ຮວມທັງ​ຢູ່​ໃນ ​ກໍາປູ​ເຈຍ​ ແລະ​ມຽນມາ.

ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ມີ​ຮ່ອງຮອຍ​ຫລາຍ​ຢ່າງ​ທີ່​ສະ​ແດງ​ໃຫ້​ເຫັນອາ​ການຕ້ານ​ທານ
ຢາ​ປາບ​ເຊື້ອ​ພະຍາດໄຂ້ຍຸງນີ້ ຢູ່ໃນຫລາຍໆເຂດ​ໃນ​ພາກ​ໃຕ້ຂອງປະເທດຫວຽດນາມ ຕລອດ
ທັງ​ຢູ່ເລາະ​ຕາມ​ຊາຍ​ແດນ​ຈີນ​ ຕິດກັບ​ມຽນມາ​ນັ້ນນໍາ.

XS
SM
MD
LG